ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະກ່າວເຖິງອະດີດ ແລະອະນາຄົດ ຢູ່ໃນ ຄຳປາໄສ ຕໍ່ປະຊາຊົນຄິວບາ


ປະທານາທິບໍດີ Barack Obama, ຊ້າຍ, ຟັງການເສບດົນຕີ ກັບ ປະທານາທິບໍດີຄິວບາ ທ່ານ Raul Castro ລະຫວ່າງ ການຮັບປະທານອາຫານຄ່ຳ ທີ່ວັງປະຕິວັດ ໃນນະຄອນ Havana ປະເທດ Cuba ວັນທີ 21 ມີນາ, 2016.
ປະທານາທິບໍດີ Barack Obama, ຊ້າຍ, ຟັງການເສບດົນຕີ ກັບ ປະທານາທິບໍດີຄິວບາ ທ່ານ Raul Castro ລະຫວ່າງ ການຮັບປະທານອາຫານຄ່ຳ ທີ່ວັງປະຕິວັດ ໃນນະຄອນ Havana ປະເທດ Cuba ວັນທີ 21 ມີນາ, 2016.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະກ່າວ​
ຄຳ​ປາ​ໄສຕໍ່ປະຊາຊົນຄິວ​ບາ​ໃ​ນວັນ​ອັງຄານ​ມື້​ນີ້ ​ໂດຍ​ຄາດ​ວ່າ​
ຈະ​ເນັ້ນ​ໜັກ​ໃສ່ປະ​ຫວັດ​ສາດ​ອັນ​ສັບສົນ ລະຫວ່າງ​ສອງອະດີດ​
ສັດ​ຕູ​ ໃນ​ສະ​ໄໝ​ສົງຄາມ​ເຢັນ ​ຊຶ່ງ​ໃນປັດ​ຈຸ​ບັນນີ້ ກຳລັງ​ພະຍາ​
ຍາມສ້າງຕັ້ງຄວາມ​ສຳພັນແບບ​ປົກກະຕິ ​ແລະ​ວິ​ໄສ​ທັດ​ຂອງ
​ທ່ານ ​ໃນ​ການ​ມີຄວາມສຳພັນ​ ລະຫວ່າງ​ປະ​ເທດ​ທັງ​ສອງ ໃນ
​ອະນາຄົດ.

ຄຳ​ປາ​ໄສ​ຂອງປະທານາທິບໍດີ Obama ​ຢູ່ El Gran Teatro
de Havana ຊຶ່ງ​ທຳນຽບຂາວ​ກ່າວ​ວ່າ ຈະ​ເນັ້ນໜັກ​ໃສ່​ການ​
ຢ້ຽມຢາມ​ຄິວ​ບາ​ຂອງ​ທ່ານ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ມື້​ສຸດ​ທ້າຍ​ຂອງ​ການ​
ຢຸດ​ແວ່​ຢູ່​ທີ່​ນັ້ນ. ນອກ​ນັ້ນປະທານາທິບໍດີ​ຍັງ​ຈະ​ໄປ​ຮ່ວມຊົມການ​ແຂ່ງຂັນກິລາ baseball ລະຫວ່າງ​ທີມ Tampa Bay Rays​ຂອງ​ສະຫະລັດ ແລະ​ທີມ​ຊາດຄິວ​ບາ.

​ໃນ​ວັນ​ຈັນ​ວານ​ນີ້ ປະທານ​າທິບໍດີ Obama ​ໄດ້​ສັນລະ​ເສີນ​ຄວາມກ້າວ​ໜ້າ​ຂອງ ຄວາມ
ສຳພັນ​ ສະຫະລັດ ກັບຄິວ​ບາ ​ໃນ​ຂະນະ​ທີ່ທ່ານ​ຮັບຮູ້ວ່າທັງ​ສອງ​ຝ່າຍຍັງ ມີ “ຄວາ​ມ​ແຕກ
​ຕ່າງ​ຢ່າງ​ຮ້າຍ​ແຮງ" ກ່ຽວ​ກັບ​ເລື້ອງ​ປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸດ.

ຫລັງ​ຈາກ​ການເຈລະຈາ​ຫາລື “​ແບບ​ກົງ​ໄປ​ກົງ​ມາ" ​ທີ່​ນະຄອນ Havana ກ່ຽວກັບ​ຊ່ອງ​ທາງ​ໃນ​ການ​ສ້າງ​ຄວາມກ້າວໜ້າ ​ໃຫ້​ແກ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ ເພື່ອ​ສ້າງຕັ້ງ
ສາຍ​ພົວພັນ​ແບ​ວບປົກ​ກະຕິນັ້ນ ປະທານາທິບໍດີ Obama ​ແລະ​ປະທານາທິບໍດີ​ຄິວ​ບາ
ທ່ານ Raul Castro ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັນ.

ປະທານາທິບໍດີ Obama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ "ນີ້​ເປັນ​ເວລາ​ແຫ່ງ​ຄວາມ​ຫວັງ​ສຳລັບ
​ຄິວ​ບາ.”

ຜູ້ນຳ​ສະຫະລັດ ກ່າວ​ວ່າ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ສະ​ແດງ​ໃຫ້ເຫັນ​ຢ່າງ "​ແຈ້ງຂາວ” ​ຕໍ່​ທ່ານ
Castro ວ່າ ສະຫະລັດຈະ​ສືບ​ຕໍ່​ກ່າວເຖິງເລື້ອງ​ສິດທິ​ມ​ະນຸດ​ “ຊະ​ຕາ​ກຳ ຂອງ​ຄິວ​ບາຈະ​
ບໍ່​ໄດ້​ຮັບ​ການ​ຕັດສິນ​ໂດຍສະຫະລັດຫລື​ປະ​ເທດ​ໃດໆທັງ​ສິ້ີ້ນ. ອະ ນາຄົດ​ຂອງ​ຄິວ​ບາ ​
ຈະ​ຖືກຕັດສິນໂດຍ​ຊາວ​ຊິວ​ບາ​ເອງ.”

Obama, Castro Hold Joint News Conference
please wait

No media source currently available

0:00 0:01:45 0:00

ຢູ່​ພິທີ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ປະທາ​ນາ​ທິບໍດີ Castro ຕົກລົງ​ທີ່ຕອບ​ຄຳ​ຖາມ​ບັນດາ​ນັກ
​ຂ່າວ ຫລັງ​ຈາກ​ຜູ້ນຳ​ທັງ​ສອງ​ໄດ້​ຖະ​ແຫຼງ​ໄປ​ແລ້ວ.

ຫຼັງ​ຈາກ​ໄດ້ມີ​ການ​ຖາມ​ ກ່ຽວ​ກັບພວກນັກ​ໂທດ​ການ​ເມືອງ ປະທານາທິບໍດີ Castro ​ໄດ້​
ເກີດ​ໃຈ​ຮ້າຍ. ທ່ານ​ໄດ້​ທວງ​ໃຫ້​ສະ​ເໜີ​ລາຍ​ຊື່​ຂອງ​ພວກ​ທີ່​ຖືກ​ຄຸມ​ຂັງ​ດັ່ງກ່າວ. ທ່າ​ທີ​ຂອງ​
ຄິວ​ບາ ກໍ​ແມ່ນ​ວ່າ ຕົນບໍ່​ໄດ້​ກັກ​ຂັງ​ພວກ​ນັກ​ໂທດ​ການ​ເມືອງ ​ເລີຍ.

ປະທານາທິບໍດີ Castro ກ່າວ​ວ່າ “​ເອົາລາຍ​ຊື່​ພວກ​ນັກ​ໂທ​ດການ​ເມືອງມາ​ໃຫ້​ຂ້າພະ
​ເຈົ້າດຽວ​ນີ້ ​ແລະ​ຖ້າ​ຫາກ​ວ່າ​ລາຍຊື່​ມີ​ຈິງ ​ເຂົ້າ​ເຈົ້າ​ຈະ​ຖືກ​ປ່ອຍ​ກ່ອນ​ຄໍ່າ​ຄືນ ນີ້ຈະ​ຜ່ານ
​ພົ້ນໄປ.”

Cubans Give Their Reactions to US President Obama's Visit
please wait

No media source currently available

0:00 0:00:56 0:00

XS
SM
MD
LG