ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ຈະປາໄສ ຕໍ່ລັດຖະສະພາ ມື້ແລງນີ້ (ເບິ່ງວີດີໂອ)


ທ່ານໂອບາມາ ຈະປາໄສ ຕໍ່ລັດຖະສະພາ ມື້ແລງນີ້ (ເບິ່ງວີດີໂອ)
ທ່ານໂອບາມາ ຈະປາໄສ ຕໍ່ລັດຖະສະພາ ມື້ແລງນີ້ (ເບິ່ງວີດີໂອ)

ເບິງວີດີໂອລາຍງານພາສາອັງກິດ:

ໃນ​ແລງ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ເປັນ​ຍາມ​ມື້​ເຊົ້າ​ວັນ​ພຸດ​ໃນ​ເມືອງ​ລາວ ປະທານາທິບໍດີ​
ບາຣັກ ​ໂອ​ບາ​ມາ ຈະ​ກ່າວ​ປາ​ໄສ​ຕໍ່​ສະພາ​ກົງ​ແກຣສຂອງ ສະຫະລັດ. ທ່ານ ​ໂອ​ບາ​
ມາ​ໄດ້​ແນະ​ໃຫ້​ຮູ້ລ່ວງ​ໜ້າ​ກ່ຽວ​ກັບ​ຄໍາ​ປາ​ໄສ ທີ່ທ່ານ​ຈະ​ກ່າວ​ຕໍ່​ສະພາ Congress
ຂອງ​ສະຫະລັດ ​ພາຍ​ໃຕ້ສະພາບ​ແວດ​ລ້ອມດ້ານ​ເສດຖະກິດ​ແລະ​ການ​ເມືອງ​ທີ່​ຫຍຸ້ງ
ຍາກ​ທີ່​ສຸດ ສໍາລັບ​ປະທານາທິບໍດີ​ຄົນ​ໃດ​ກໍ​ຕາມ​ທີ່​ກໍາລັງ​ປະ​ເຊີນ​ໃນ​ຮອບ​ຫລາຍ​ທົດ
ສະ​ວັດ​ຜ່ານ​ມາ.

ເລື້ອງເສດຖະກິດ​ຈະ​ເປັນ​ເລື້ອງ​ບູລິ​ມະ​ສິດ​ແລະ​ຈຸດ​ໃຈກາງ​ສໍາລັບ​ປະທານາ​ທິບໍດີ
ທີ່​ຈະ​ໄປ​ກ່າວ​ທີ່​ຕຶກ​ສະພາ​ຕໍ່​ສະພາ​ຮ່ວມຄົບ​ຄະນະ​ຂອງ​ສະຫະລັດ.

ເວລາ​ນີ້​ອັດຕາ​ຄົນ​ຫວ່າງ​ງານ​ກໍາລັງ​ຫລຸດ​ລົງ ​ແຕ່​ບໍ່​ໄວ​ພໍ​ດັ່ງ​ທີ່​ທ່ານ​ໂອ​ບາ​ມາໄດ້​ຄາດ​ຫວັງ
ໄວ້​ກ່ອນ ຊຶ່ງ​ນີ້​ຈະເປັນ​ໄພ​ຂົ່ມຂູ່​ຕໍ່​ໂອກາດ​ສໍາລັບ​ທ່ານ ທີ່​ຈະ​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິ
ບໍດີ​ອີກ​ສະ​ໄໝ​ນຶ່ງ.

ແຕ່​ສະພາ Congress ​ຊຶ່ງໄດ້​ຮັບ​ຄະ​ແນນ​ນິຍົມ​ໃນ​ການ​ປະຕິບັດ​ງານ​ຂອງ​ພວກ​ຕົນ​ ໃນ
ລະດັບ​ຕໍ່າ​ສຸດ​ເປັນ​ປະວັດ​ສາດນັ້ນ ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້​ເຫັນ​
ວ່າ ຊາວອາ​ເມຣິກັນ​ໃນ​ຈໍານວນ​ຫລາຍ​ກວ່າ 80 ​ເປີ​ເຊັນ ບໍ່​ເຫັນ​ດີ​ນໍາ​ການ​ປະຕິບັດ​ງານ​
ຂອງ​ພວກ​ຜູ້ແທນ​ຂອງ​ເຂົາ​ເຈົ້າ.

ໃນ​ການ​ກ່າວ​ປາ​ໄສ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ທ່ານ​ໂອ​ບາ​ມາ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ອັນ​ທີ່ທ່ານ​
ເອີ້ນ​ວ່າ ການ​ປະຕິບັດ​ງານ​ທີ່​ບໍ່​ມີ​ສະມັດຖະພາບ​ຂອງ​ລັດຖະສະພາ​ນັ້ນ.

ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ໄດ້ ແຈ້ງ​ໃຫ້​ຊາບໃນ​ວີ​ດີ​ໂອ ​ໂດຍແນະ​ໃຫ້
ຮູ້ລ່ວງ​ໜ້າ​ກ່ຽວ​ກັບ​ເນື້ອ​ໄນ​ທີ່​ກວ້າງຂວາງ ໃນ​ອັນ​ທີ່​ ທ່ານ​ເອີ້ນ​ວ່າ ​ແຜນການ​ດໍາ​ເນີນ​ການ
ສໍາລັບ​ເສດຖະກິດ​ອາ​ເມ​ລິ​ກາ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ນີ້​ ຈະ​ອິງ​ໃສ່​ຄໍາ​
ປາ​ໄສ​ທີ່ທ່ານ​ໄດ້​ໃຫ້​ໄປ​ໃນ​ເມືອງ Osawatomie ທີ່​ລັດ Kansas ​ໃນ​ປີ​ແລ້ວ​ນີ້ ຊຶ່ງ​ທ່ານ​
ໄດ້​ກ່າວ​ເຖິງ​ຄວາມ​ສໍາຄັນ​ກ່ຽວ​ກັບ​ປະຊາຊົນ​ຊັ້ນ​ກາງ​ ແລະ ຄວາມ​ເປັນ​ທໍາ​ນັ້ນ.

XS
SM
MD
LG