ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ຈະຖະແຫຼງ ກ່ຽວກັບສະພາບການ ຂອງຊາດ ໃນວັນອັງຄານ ມື້ອື່ນ (ວີດິໂອ)


ປະທານາທິບໍດີ Barack Obama ຂະນະຖະແຫຼງ ຕໍ່ປະເທດຊາດ ເທື່ອທໍາອິດ ໃນສະໄໝທີ່ນຶ່ງຂອງທ່ານ ເມື່ອຕົ້ນປີ 2009.
ປະທານາທິບໍດີ Barack Obama ຂະນະຖະແຫຼງ ຕໍ່ປະເທດຊາດ ເທື່ອທໍາອິດ ໃນສະໄໝທີ່ນຶ່ງຂອງທ່ານ ເມື່ອຕົ້ນປີ 2009.
ປະທານາທິບໍດີ ບາຣັກ ໂອບາມາ ຈະຖະແຫຼງຕໍ່ປະຊາຊົນອາເມ
ຣິກັນ ກ່ຽວກັບສະພາບການຂອງປະເທດຊາດ ໃນວັນອັງຄານມື້
ອື່ນນີ້ ຊຶ່ງຈະເປັນຄໍາປາໄສເທື່ອທໍາອິດໃນການດໍາລົງຕໍາແໜ່ງ
ສະໄໝທີສອງຂອງທ່ານ Dan Robinson ຜູ້ສື່ຂ່າວວີໂອເອປະ
ຈໍາທໍານຽບຂາວ ລາຍງານວ່າ ຄໍາປາໄສຕໍ່ກອງປະຊຸມຮ່ວມຂອງ
ທັງສອງສະພາຄັ້ງນີ້ ຄາດວ່າຈະມີປະຊາຊົນຫຼາຍລ້ານຄົນໃນທົ່ວ ປະເທດແລະທົ່ວໂລກຕິດຕາມຊົມທາງໂທລະພາບ. ທອງປານ
ມີລາຍລະອຽດມາສະເໜີ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Domestic Issues Likely to Dominate State of the Union Address
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ

ໃນຄໍາປາໄສເທື່ອທໍາອິດຂອງທ່ານຕໍ່ສະພາຄອງແກຣສ ໃນປີ 2009 ນັ້ນ ທ່ານໂອບາມາ ແມ່ນແນເປົ້າໝາຍໃສ່ ການປຸກລະດົມໃຫ້ມີຄວາມໝັ້ນໃຈ ໃນທ່າມກາງວິກິດການການເງິນ
ໂລກທີ່ຮ້າຍແຮງທີ່ສຸດຂອງ​ປະ​ເທດ ນັບຕັ້ງແຕ່ສະພາວະເສດຖະກິດຕົກ​ຕໍ່າຄັ້ງຍິ່ງໃຫຍ່ ຫຼື
Great Depression ໃນຊຸມປີ 1930.

ທ່ານໂອບາມາເວົ້າວ່າ: “ເຖິງແມ່ນວ່າ ພວກເຮົາດໍາລົງຊີວິດຢູ່ພາຍໃຕ້ ຄວາມລໍາ
ບາກ ແລະ
ຊ່ວງເວລາແຫ່ງຄວາມບໍ່ແນ່ນອນກໍຕາມ ແຕ່ໃນຄໍ່າຄືນນີ້ ຂ້າພະເຈົ້າ
ຢາກໃຫ້ຊາວອະເມຣິກາທຸກໆຄົນຮູ້ໄວ້ວ່າ ພວກເຮົາຈະ
ສ້າງສາຄືນໃໝ່ ພວກ
ເຮົາຈະຟື້ນຕົວຄືນ
ມາ ແລະສະຫະລັດອະເມຣິກາຈະໂຜ່ໂຕຄືນມາເຂັ້ມແຂງ
ກວ່າ
ແຕ່ກ່ອນ.”

ນັບຕັ້ງແຕ່ນັ້ນມາ ທ່ານໂອບາມາກໍໄດ້ໃຊ້ຄໍາໄປໄສປະຈໍາປີກ່ຽວກັບສະພາບການຂອງ ປະເທດຊາດ ເພື່ອເວົ້າເຖິງເຫດ ການຕ່າງໆທີ່ໄດ້ສັ່ນສະເທືອນປະເທດ ເຊັ່ນ ເຫດການ ຍິງສັງຫານໝູ່ ເປັນຕົ້ນ.

ມາບັດນີ້ ໂດຍໄດ້ຮັບມອບອໍານາດຈາກການທີ່ທ່ານໄດ້ຮັບເລືອກຕັ້ງອີກ ສະໄໝນຶ່ງນັ້ນ ປະທານາທິບໍດີໂອບາມາ ແມ່ນກໍາລັງຜັກດັນໃຫ້ສະພາຄອງ ແກຣສ ເອົາມາດຕະການ ຄວບຄຸມອາວຸດປືນທີ່ເຄ່ງຄັດຂຶ້ນ ແລະຮັບຜ່ານ ການປະຕິຮູບເລື້ອງການເຂົ້າເມືອງ ຫຼື Immigration.

James Carafano ປະຈໍາມູນນິທິມູນມໍລະດົກ ຫຼື Heritage Foundation ທີ່ຖືແນວ ທາງອະນຸລັກນິຍົມ ກ່າວວ່າ:

ຄາຣາຟາໂນ ເວົ້າວ່າ: ເປັນທີ່ຊັດເຈນແລ້ວວ່າເລື້ອງການເຂົ້າເມືອງຈະເປັນ
ບັນ
ຫາໃຫຍ່ປະການນຶ່ງ ການຄວບຄຸມອາວຸດປືນ ແລະເລື້ອງຄວາມຮຸນແຮງ
ຈາກ ການໃຊ້ອາວຸດປືນກໍເປັນບັນຫາສໍາຄັນເຊັ່ນກັນ ແລະທ່ານໂອບາມາ
ກໍຈະມີ ຫຼາຍສິ່ງຫລາຍຢ່າງທີ່ຈະເວົ້າເຊ່ນກັນ ກ່ຽວກັບເລື້ອງງົບປະມານ
ຍ້ອນວ່າ
ພວກເຮົາຍັງຢູ່ໃນລະຫວ່າງກາງຂອງການຖົກຖຽງກັນເລື້ອງຮ່າງ
ງົບປະມານ
ຢູ່.”

ແນ່ນອນວ່າ ເລື້ອງການຫລຸດຜ່ອນການຂາດດຸນງົບປະມານ ແລະຕັດລາຍຈ່າຍຂອງລັດ ຖະບານລົງ ທີ່ທາງລັດຖະບານຕ້ອງຕົກລົງກັນໃຫ້ໄດ້ ກັບລັດຖະສະພາ ພາຍໃນວັນທີ 1 ມີນານັ້ນ ກໍຈະເປັນຫົວຂໍ້ສໍາຄັນໃນຄໍາປາໄສຂອງທ່ານໂອບາມາ ເຊ່ນກັນ.

ແຕ່ທ່ານ John Sides ຈາກມະຫາວິທະຍາໄລ George Washington ເວົ້າວ່າ ທ່ານ ໂອບາມາຈະຕ້ອງເຮັດໃຫ້ມີຄວາມສົມດຸນກັນ ໃນລະຫວ່າງ ຄວາມກ້າວໜ້າທາງເສດຖະກິດ
ແລະຄວາມລໍາບາກຍາກແຄ້ນທີ່ຊາວອະເມຣິກັນຫຼາຍໆຄົນ ກໍາລັງປະເຊີນຢູ່ໃນຂະນະນີ້.

ທ່ານ Sides ເວົ້າວ່າ: “ຂະນະນີ້ ເສດຖະກິດກໍາລັງດີຂຶ້ນ ຄະແນນນິຍົມຂອງ
ທ່ານໂອບາມາ
ກໍສູງຂຶ້ນມາໜ້ອຍນຶ່ງ ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຍັງ
ຕົກຢູ່ໃນ
ສະພາບການທີ່ບໍ່ແຂງ​ແຮງຫຼາຍປານໃດ. ການວ່າງງານໃນ ອັດຕາສູງຍັງຄົງມີຢູ່ ແລະເບິ່ງຄືວ່າ ຈະມີຕໍ່ໄປອີກດົນນານພໍສົມຄວນ.”

ໃນຄໍາຖະແຫຼງຕໍ່ປະເທດຊາດເມື່ອປີຜ່ານມາ ທ່ານໂອບາມາໄດ້ກ່າວເຖິງການສິ້ນສຸດລົງ ຂອງບົດບາດການສູ້ລົບຂອງສະຫະລັດໃນອີຣັກ ແລະປະກາດວ່າ ໂອຊາມາ ບິນລາເດັນ ບໍ່ເປັນໄພຂົ່ມຂູ່ ຕໍ່ໄປອີກແລ້ວ. ປີນີ້ກໍເບິ່ງຊົງວ່າ ທ່ານໂອບາມາຈະເວົ້າເຖິງ ເລຶ່ອງອັຟກາ ນີສຖານອີກ ແລະຕາຕະລາງເວລາສໍາລັບການຖອນທະຫານພົນລົບ ສ່ວນໃຫຍ່ຂອງ
ສະຫະລັດອອກຈາກອັຟການີຖານ.

Anthony Cordesman ປະຈໍາສູນກາງສຶກສາດ້ານຍຸທະສາດແລະລະ ຫວ່າງຊາດ ຫຼື Center for Strategic and International Studies ເວົ້າວ່າ ເລຶ່ອງອາຫຣັບກໍເບິ່ງຊົງ
ວ່າ ຈະມີຢູ່ໃນຄໍາປາໄສຂອງທ່ານໂອບາມາ ​ໃນວັນອັງຄານມື້ອື່ນນີ້ ຄື​ກັນ.

Cordesman ເວົ້າວ່າ: “ແນ່ນອນວ່າ ທ່ານໂອບາມາຈະເວົ້າເລຶ່ອງບັນຫາ
ຕ່າງໆ
ທີ່ມາພ້ອມກັບການປ່ຽນແປງຢ່າງຮຸນແຮງຢູ່ໃນໂລກອາຣັບ ແລະ
​ໃນ​ເມື່ອ​ບໍ່​ມີ​ການ​ດໍາ​ເນີນການທູດ ​ແບບຫ້າວຫັນຕັ້ງໜ້າຢ່າງແທ້ຈິງຂອງ
ສະຫະລັດ ບໍ່​ມີການຊ່ວຍ​ເຫລືອ​ທາງເສດຖະກິດສະຫະລັດ ບວກ​ກັບການ
ຊ່ວຍເຫຼືອທາງທະຫານ
​ແລະ​ບໍ່​ມີ​ການ​ດໍາ​ເນີນຄວາມພະຍາຍາມຢ່າງ​ສະໝໍ່າ
ສະ​ເໝີ
ເພື່ອສ້າງສາສະຖຽນລະພາບ ແລະລັດຖະບານ​ທີ່​ເປັນປະຊາທິປະ
ໄຕ ເພີ່ມຫຼາຍຂຶ້ນຢູ່ໃນຂົງເຂດແລ້ວ ຫຼາຍໆ​ສິ່ງກໍ​ຈະ​ກາຍ​ມາ​ເປັນໄພຂົ່ມຂູ່ ທີ່
ຮ້າຍ​ແຮງ​ກ່ວາ​ໃນ​ເວລາ​ນີ້ ຫລາຍ.”

ສ່ວນ​ທ່ານ John Sides ນັ້ນຍັງ​ມີ​ຄວາມ​ເຫັນອີກວ່າ ນອກນີ້ແລ້ວ ທ່ານໂອບາມາຍັງຈະ ຕ້ອງໄດ້​ເນ້ນ​ຢໍ້າວ່າ ພັກຣີພັບບລິກັນ ແລະເດໂມແດຣທ ​ໃນນະຄອນຫຼວງວໍຊິງຕັນນັ້ນ ຄວນຈະໃຫ້ການຮ່ວມມືກັນຫຼາຍຂຶ້ນ.

ທ່ານ Sides ເວົ້າວ່າ: “ບາດແລ້ວ ບາງທີ ພວກເຮົາກໍອາດຈະເລີ່ມເຫັນການ
ກອບກູ້ຄວາມໄວ້ເນື້ອເຊື່ອໃຈຂອງຊາວອະເມຣິກັນ
ແລະຄວາມເຊື່ອຖື ໃນ
ລັດຖະບານ
ກັບຄືນມາແດ່ໜ້ອຍນຶ່ງ ຕື່ມໃສ່ກັບຄວາມຮູ້ສຶກຂອງພວກເຂົາ
ເຈົ້າ ກ່ຽວກັບທ່ານໂອບາມາເອງ.”


ທ່ານ Sides ເວົ້າອີກວ່າ ຂະນະນີ້ ບັນດາ​ຜູ້​ແທນພັກຣີພັບບລິກັນ​ແມ່ນ ກໍາລັງຮັບຟັງຢ່າງ ລະມັດລະວັງຫຼາຍຂຶ້ນ ຫາງສຽງຢູ່ພາຍໃນພັກຂອງພວກເຂົາເຈົ້າເອງ ທີ່ເຕືອນກ່ຽວ​ກັບ ການປະເຊີນໜ້າກັບທ່ານໂອບາມາ ​ແບບບໍ່ສິ້ນສຸດລົງຈັກເທື່ອນັ້ນ.

ວີດິໂອກ່ຽວກັບບັນຫາ ການຄວບຄຸມປືນ:

Tragedies Make Gun Control Likely Target in US State of the Union Address
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
XS
SM
MD
LG