ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ບາຣັກ ໂອບາມາ ​​ປະນາມ ຜູ້ມີຄວາມ​ຮູ້ສຶກ ຕໍ່ຕ້ານ ຄົນ​ເຂົ້າ​ເມືອງ


ປະທານາທິບໍດີ ໂອບາມາ ກ່າວຢູ່ຕໍ່ສະ​ຖາ​ບັນ ຄະນະສະພາເຊື້ອສາຍຮິ​ສ​ແປ​ນິສ. ​
ປະທານາທິບໍດີ ໂອບາມາ ກ່າວຢູ່ຕໍ່ສະ​ຖາ​ບັນ ຄະນະສະພາເຊື້ອສາຍຮິ​ສ​ແປ​ນິສ. ​

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໃນ​ວັນ​ພະ
ຫັດ​ວານ​ນີ້ ​ໄດ້​ປະນາມໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ “​ຄວາມ​ຮູ້ສຶກຕໍ່
ຕ້ານຄົນ​ເຂົ້າ​ເມືອງ” ທີ່ມີເພີ້ມຂຶ້ນຢູ່​ໃນ​ວົງການ​ເມືອງສະຫະລັດ
ໃນອັນ​ທີ່​ເຫັນ​ວ່າ​ ເປັນ​ການຕຳໜິ​ຕິຕຽນ​ແບບຄຸມເຄື່ອຕໍ່ບັນດາ
ຜູ້​ສະມັກ​ເປັນ​ປະທານາທິບໍດີພັກຣີພັບ​ບລິ​ກັນ ທີ່ມີ​ຊື່ສຽງ
ຫລາຍ​ຄົນ.

ທ່ານ Obama ບໍ່​ໄດ້​ກ່າວ​ເຖິງ​ຊື່​ຂອງ​ບັນດາ​ຜູ້​ສະ​ມັນ​ຄົນ​ໃດ​
ຄົນ​ນຶ່ງ ຢູ່​ໃນຄຳປາໄສ​ຂອງ​ທ່ານຕໍ່ສະ​ຖາ​ບັນຄະນະສະພາ
ເຊື້ອສາຍຮິ​ສ​ແປ​ນິສ ​ແຕ່ທ່ານ​ໄດ້​ປະນາມ ພວກ​ທີ່ຢູ່​ໃນ​ພັກ
ຣີ​ພັບ​ບລິ​ກັນ ​ທີ່​ພະຍາ​ຍາມ​ທີ່​ຈະຕ່າວປີ້ນການດຳເນີນຄວາ​ມ
ພະ ຍາຍາມໃນການ​ປະຕິ​ຮູບດ້ານ​ຄົນ​ເຂົ້າ​ເມືອງ​ຂອງ​ທ່ານ.

ປະທານາທິບໍດີໂອບາມາ ກ່າວວ່າ “ບໍ່​ມີ​ບ່ອນໃດ​ທີ່​ເຂົ້າ​ເຈົ້າ​ຢາກ​ກ້າວກັບ​ຄືນ​ຫລັງ​ຫຼາຍ
ໄປກວ່າເລື້ອງ​ຄົນ​ເຂົ້າ​ເມືອງ” ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະບານ​ຂອງ​ທ່ານ ໄດ້ສ້າງຄວາມ
ກ້າວໜ້າ​ໃນ​ການ​ຫລຸດຜ່ອນອັດຕາຄົນຫວ່າງ​ງານຂອງ​ຊາວລາ​ຕີນ ​ແລະ​ໃຫ້ການ​ຊ່ວຍ
​ເຫລືອ​ດ້ານ​ການ​ປິ່ນປົວ​ສຸຂະ​ພາບ​ແກ່ພວກຊົນກຸ່​ມນ້ອຍ.

​ເຖິງ​ແມ່ນ​ວ່າ ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ຊື່​ຕົນ​ເອງ ທ່ານ Obama ປາກົດ​ວ່າ ​ໄດ້ແນ​ຄຳ​ເວົ້າ​ຂອງ​
ທ່ານ​ຈຳນວນ​ນຶ່ງ​ ໃສ່ຜູ້​ສະມັກ​ທີ່​ນຳ​ໜ້າຂອງພັກຣີພັບ​ບລິ​ກັນ ທ່ານ Donald Trump ​ທີ່
​ໄດ້​ເອົາທ່າທີຢ່າງໜັກແໜ້ນ​ທີ່​ສຸດ ຢູ່​ໃນບັນດາ​ຜູ້​ສະມັກປະ ທານາທິບໍດີ ກ່ຽວ​ກັບ​ຄົນ​ເຂົ້າ
ເມືອງ​ຜິດກົດໝາຍ.

ທ່ານ Obama ກ່າວ​ວ່າ “ທ່ານ​ຕ້ອງ​ສຳນຶກ​ວ່າ ຄວາມ​ຍິ່ງ​ໃຫຍ່​ຂອງອາ​ເມຣິກາ ບໍ່​ໄດ້​ເກີດ​
ມາ​ຈາກ​ການສ້າງກຳແພງ ແຕ່ຄວາມ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ​ມາ​ຈາກ​ໂອກາດ.”

ທ່ານ Trump ຊຶ່ງ​ມີຄຳຂວັນໃນການ​ໂຄສະນາ​ຫາ​ສຽງ​ເວົ້າ​ວ່າ “​ເຮັດ​ໃຫ້ ​ອາ​ເມຣິກາ​ ຍິ່ງ
​ໃຫຍ່່ຄືນ​ອີກເທຶ່ອນຶ່ງ” ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ສ້າງ​ກຳ​ແພງ ລະຫວ່າງ ສະຫະລັດ ​ແລະ
ເມັກ​ຊິ​ໂກ ​ເພື່ອ​ຢຸດ​ຢັ້ງ​ການ​ຂ້າມ​ຊາຍ​ແດນ​ຜິດ​ກົດ​ໝາຍ. ທ່ານ​ຍັງ​ໄດ້​ຖືກ​ຕິຕຽນ​ທີ່ໃຊ້​ຄຳ
​ເວົ້າ​ຢ່າ​ງຕໍ່​ເນຶ່ອງ ທີ່ດູ​ຖູ​ກກ່ຽວ​ກັບຄົນ​ເຂົ້າ​ເມືອງ​ທີ່​ເປັນ ຊາວ​ເມັກ​ຊິ​ໂກ.

XS
SM
MD
LG