ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Obama ຄໍ້າປະກັນ ແກ່ຊາວເມືອງ Flint ໃນລັດ Michigan ທ່າມກາງ ວິກິດການ ນໍ້າເປັນພິດ


ປະທານາທິບໍດີ Barack Obama ດື່ມນໍ້າ ທີ່ຕອງຈາກແມ່ນໍ້າ ໃນເມືອງ Flint.
ປະທານາທິບໍດີ Barack Obama ດື່ມນໍ້າ ທີ່ຕອງຈາກແມ່ນໍ້າ ໃນເມືອງ Flint.

ປະທານາທິບໍດີ Barack Obama ​ໄດ້​ໄປ​ຢ້ຽມຢາມ ເມືອງ Flint ທີ່​ລັດ Michigan ເທື່ອ​ທຳ​ອິດນັບ​ແຕ່ເລີ້ມເກີດວິ​ກິດ​ການນໍ້າ​ເປັນ​ພິດ​ໂດຍໄດ້​ຖະ​ແຫຼ​ງ ຢ່າງ​ມີ​ຄວ​າມ​ຫວັງ​ຕໍ່​ຊາວ​ເມືອງປະມານ 1,000 ຄົນ ທີ່​ມັດທະຍົມ Flint Northwestern.

​ໃນກ່າວ​ຕໍ່​ຝູງ​ຊົນໜາ​ແໜ້ນ ​ທີ່​ໃຫ້​ການ​ຕ້ອນຮັບ​ຢ່າງອົບ​ອຸ່ນ ​ແລະ​ຕື່ນ​ເຕັ້ນນັ້ນ ປະທານ​າທິບໍດີ​ໄດ້​ເນັ້ນ​ໜັກ​ວ່າ ມັນ​ສຳຄັນ​ທີ່​ສຸດ​ ທີ່​ພໍ່​ແມ່​ແຕ່​ລະ​ຄົນ​ຢູ່​ໃນ​ເມືອງ Flint ​ໃຊ້​ເວລາ​ກວດ​ໃຫ້​ເປັນ​ທີ່​ແນນ​ອນວ່າ ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ບໍ່ໄດ້​ຮັບ​ຜົນ​ກະທົບ ທີ່ພວກ​ເຂົາ​ບໍ່​ມີ​ລະດັບກົ່ວ​ຢູ່​ໃນ​ນໍ້າ. ​ແຕ່​ທ່ານ​ກ່າວ​ວ່າ ຂ່າວ​ດີ​ສຳລັບບັນ ດາ​ຄອບຄົວ​ກໍ​ຄື ​ເຫດການ​ດັ່ງກ່າວ​ຖ້າ​ຫາກ​ໄດ້ຮັບ​ຜົນ​ກະທົບ​ຈາກກົ່ວ​ແລ້ວ ດ້ວຍ​ການ​ຮັກສາ​ທີ່​ເໝາະ​ສົມ ​ແລະຢາ​ປິ່ນປົວ ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ເປັນ​ຫຍັງ. ທ່ານ​ໄດ້​ລະມັດລະວັງ​ ບອກ​ໃຫ້​ບັນດາ​ພໍ່ແມ່​ຜູ້​ປົກຄອງຢ່າ​ໄດ້ ​“ບອກ​ລູກ​ເຕົ້າ​ວ່າ ​ເຂົາ​ເຈົ້າຈະ​ໄດ້​ຮັບ​ຄວາມ​ເສົ້າ​ໂສກກັບບັນຫາ​ຄວາມ​ຫຍຸ້ງຍາກ ​ໂດຍ​ກ່າວ​ວ່າ ທ່ານ​ກໍ​ຄື​ກັນ ​ທີ​ມາ​ຈາກ​ຄອບຄົວ​ທຸກ​ຈົນ ທີ່​ມີແມ່​ຄົນ​ດຽວ. ປະທານາທິບໍດີ Obama ​ໄດ້​ຮັບ​ການ​ຢືນ​ຕົບມື​ເວລາ​ທ່ານ​ໄດ້​ກ່າວ​ຕໍ້​ຝູງ​ຊົນ​ວ່າ ພວກ​ເດັກນ້ອຍ​ຕ້ອງຢູ່​ໃນ​ຄວາມ​ຄາດໝາຍ​ຂອງພໍ່​ແມ່ ​ເພາະສະ​ນັ້ນ ​ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ຄວາມ​ຄາດໝາຍ​ໃຫ້​ສູງ.

ປະທານາທິບໍດີ Barack Obama ມາເຖິງໂຮງຮຽນມັດທະຍົມ Flint Northwestern ເພື່ອກ່າວຕໍ່ບັນດາຊາວເມືອງ.
ປະທານາທິບໍດີ Barack Obama ມາເຖິງໂຮງຮຽນມັດທະຍົມ Flint Northwestern ເພື່ອກ່າວຕໍ່ບັນດາຊາວເມືອງ.

ປະທານາທິບໍດີ Obama ກ່າວ​ວ່າ ວິ​ກິດ​ການ​ໃນ​ເ​ມື​ອງ Flint ​ແມ່ນ​ຄົນ​ສ້າງ​ຂຶ້ນ ​ແລະ​ເປັນ​ການ​ຕັດສິນ​ໃຈ​ທີ່​ເຮັດ​ບໍ່​ດີ ​ແຕ່​ບໍ່​ເຊື່ອ​ວ່າມີ​ຜູ້ໃດ​ຜູ້ນຶ່ງ​ຕັ້ງ​ໃຈຢາກ​ເຮັດ​ໃຫ້​ຄົນໃນ​ເມືອງ Flint ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ເສຍ​ຫາຍ.

ທ່ານ​ກ່າວ​ວ່າ ​ໄດ້​ມີ​ການ​ຕັດສິນ​ໃຈ​ລະຫວ່າງ​ຫລາຍ​ຄົນ ທີ່​ການ​ຕັດ​ລັດຖະບານ ​ແມ່ນ​ເປົ້າ​ໝາຍ​ອັນ​ສູງ​ສຸດ. “​ແລະ​ການ​ນຶກ​ຄິດ​ແບບ​ນີ້ ຄວາ​ມ​ເຊື່ອ​ທີ່​ວ່າລັດຖະ ບານ​ເປັນ​ສັດຕູ ​ທີ່​ເຮັດ​ໃຫ້​ເຮົາລືມ​ວ່າ ລັດຖະບານແມ່ນ​ພວກ​ເຮົາ​ເອງ. ມັນ​ເປັນ​ການ​ຍື່ນ​ມືອອກ​ໄປ​ຂອງ​ພວກ​ເຮົາຕໍ່​ພວກ​ເຮົາ. ການ​ປະ​ພຶດດັ່ງກ່າວ​ເປັນ​ການ​ກັ່ນ​ກອງ​ປະຊາທິປະໄຕ​ຂອງ​ເຮົາ​ ອັນ​ເປັນ​ຜົນ​ກະທົບ​ຕໍ່ກົ່ວ​ໃນ​ຢູ່​ໃນ​ນໍ້າ​ຂອງທ່ານ. ​ເພາະວ່າ​ແມ່ນ​ຫຍັງທີ່​ເກີດ​ຂຶ້ນ​ ມັນ​ນຳ​ໄປ​ສູ່​ລະບົບ​ການ​ປະປ່ອຍ. ມັນ​ນຳ​ໄປ​ສູ່​ການ​ບໍ່​ເອົາ​ໃຈ​ໃສ່ ​ແລະ​ບໍ່​ມີ​ຄວາມ​ຮູ້ສຶກ​.

Obama Flint Water
please wait
Embed

No media source currently available

0:00 0:01:35 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG