ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ການຕໍ່ສູ້ ຕ້ານກຸ່ມລັດອິສລາມ ໄດ້ມີ 'ຄວາມກ້າວໜ້າທີ່ສຳຄັນ'


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງສະຫລຸບຂ່າວ Brady ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 18 ທັນວາ 2015.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງສະຫລຸບຂ່າວ Brady ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 18 ທັນວາ 2015.

ປະທານາທິບໍດີ ສຫລທ່ານ ບາຣັກ ໂອບາມາ ໄດ້ສະແດງຄວາມ
ໝັ້ນໃຈວ່າ ຜູ້ທີ່ຕໍ່ຕ້ານພວກກຸ່ມລັດອິສລາມ ຈະ “ໄດ້ຮັບໄຊ
ຊະນະ”
ແລະ ກ່າວວ່າ ທ່ານຄິດວ່າມັນຈະເປັນ “ຄວາມກ້າວ
ໜ້າທີ່ສຳຄັນ”
ໃນຄວາມພະຍາຍາມນັ້ນເວລາທ່ານອອກຈາກ
ຕຳແໜ່ງ.

ໃນການສຳພາດອອກລາຍການຂ່າວ NPR ໃນວັນຈັນມື້ນີ້,
ທ່ານ ໂອບາມາ ໄດ້ເອີ້ນລັດອິສລາມວ່າເປັນ “ອົງການທີ່ໂຫດ
ຮ້າຍ ແລະ ໜ້າລັງກຽດ,”
ແຕ່ໄດ້ເນັ້ນຢ້ຳວ່າ ຄວາມເສຍຫາຍ
ທີ່ຮ້າຍແຮງທີ່ສຸດ ຂອງພວກຫົວຮຸນແຮງນີ້ ກໍແມ່ນຖ້າພວກເຂົາ
ສາມາດເຮັດໃຫ້ ປະຊາຊົນສະຫະລັດປ່ຽນແປງວິຖິຊີວິດຂອງ
ພວກເຂົາເຈົ້າ ແລະ ຄຸນຄ່າຂອງມັນ.

ທ່ານກ່າວວ່າ “ນອກນີ້ມັນຍັງສຳຄັນຕໍ່ພວກເຮົາທີ່ຈະຮັກສາໄວ້ ສິ່ງຕ່າງໆໃນວິໄສທັດ,
ແລະ ນີ້ບໍ່ແມ່ນອົງການທີ່ຈະສາມາດທຳລາຍ ສະຫະລັດ ໄດ້. ນີ້ບໍ່ແມ່ນມະຫາອຳນາດ
ທາງດ້ານອຸດສາຫະກຳ ທີ່ຈະສາມາດເປັນຄວາມສ່ຽງ ອັນຍິ່ງໃຫຍ່ຕໍ່ສະຖາບັນ ຂອງ
ພວກເຮົາ ຫຼື ໃນທາງທີ່ເປັນລະບົບ. ແຕ່ວ່າພວກເຂົາສາມາດເຮັດໃຫ້ພວກເຮົາ ເຈັບ
ປວດໄດ້, ແລະ ພວກເຂົາກໍສາມາດເຮັດໃຫ້ຄົນຂອງພວກເຮົາ ແລະ ຄອບຄົວຂອງ
ພວກເຮົາເຈັບປວດໄດ້. ແລະ ດັ່ງນັ້ນຂ້າພະເຈົ້າຈຶ່ງເຂົ້າໃຈວ່າ ເປັນຫຍັງປະຊາຊົນ
ຈຶ່ງມີຄວາມເປັນຫ່ວງ.”

ດົນກວ່າໜຶ່ງປີຜ່ານມາ ທ່ານປະທານາທິບໍດີ ໄດ້ອະນຸຍາດໃຫ້ເລີ່ມການຕໍ່ສູ້ທາງອາກາດ
ນຳໜ້າໂດຍ ສະຫະລັດ ໃນ ອີຣັກ ແລະ ຊີເຣຍ ເພື່ອຕາມລ່າຫາຕົວພວກຫົວຮຸນແຮງ.
ຕັ້ງແຕ່ນັ້ນມາ, ເຮືອບິນພັນທະມິດໄດ້ດຳເນີນການໂຈມຕີທາງອາກາດ 9,000 ຄັ້ງ ແລະ
ທ່ານ ໂອບາມາ ໄດ້ກ່າວວ່າ ພວກລັດອິສລາມ ໄດ້ສູນເສຍເຂດແດນ ທີ່ມີປະຊາກອນອາ
ໄສຢູ່ 40 ເປີເຊັນເຊິ່ງຄັ້ງໜຶ່ງພວກເຂົາເຄີຍຄວບຄຸມໄວ້.

ແຕ່ວ່າພວກຫົວຮຸນແຮງ ຍັງຄວບຄຸມພື້ນທີ່ຢ່າງກວ້າງຂວາງຢູ່, ລວມທັງເມືອງ ທີ່ສຳຄັນ
ໃນທັງ ຊີເຣຍ ແລະ ອີຣັກ, ກໍ່ໃຫ້ເກີດການວິຈານກ່ຽວກັບການຕອບຮັບຂອງ ສະຫະລັດ
ແລະ ໄດ້ຮຽກຮ້ອງໃຫ້ ທ່ານ ໂອບາມາ ສົ່ງກອງກຳລັງພາກພື້ນດິນ ອາເມຣິກາ ເຂົ້າໄປ.

US Obama
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG