ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ໂອບາມາ ແລະ ນາຍົກປາກິສຖານ ຈະຫາລືກັນ ກ່ຽວກັບ ເລື້ອງກໍ່ການຮ້າຍ


ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif.

ເມື່ອສີ່​ປີ​ກ່ອນ ຄວາມສຳພັນ​ລະຫວ່າງສະຫະລັດ ກັບ​ປາ​ກິ​ສຖານ
​ໄດ້​ຕົກ​ຕຳ່ສຸດ ​ເວລາ​ປະທານາທິບໍດີ Barack Obama ​ໄດ້ຢືນ​ຢູ່
​ຕໍ່​ໜ້າປະຊາຊົນ​ອາ​ເມຣິກັນ ​ແລະປະກາດ​ການ​ສັງຫານ ທ້າວ
Osama bin Laden ຜູ້ນຳກຸ່ມກໍ່ການຮ້າຍ al-Qaida ລະຫວ່າງ​
ການ​ປະຕິບັດ​ງານ​ລັບ ທີ່ສະຫະລັດ ​ໄດ້​ບຸກໂຈມຕີ ໃກ້ໆຄ້າຍທະ
ຫານ ຂອງປາ​ກິ​ສຖ​ານ ທີ່​ເມືອງ Abbottabad.

ໂຄສົກທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວຮັບ​ຮູ້​ໃນ​ວັນ
​ອັງຄານ​ວານ​ນີ້ວ່າ “ມັນ​ໄດ້​ເປັນ​ບັນທຶກ​ອັນ​ດີ ທີ່​ໄດ້​ມີ​ຄວາມ​ລາບ
​ລື່ນສຸດ​ຂີດ​ຈຳນວນ​ນຶ່ງແລະ​ຈຸດຕົກຕ່ຳໃນຄວາມ​ສຳພັນ​ລະຫວ່າງ​
ສະຫະລັດ ​ແລະ​ປາ​ກິ​ສຖານ” .

​ໃນ​ຂະນະ​ທີ່ ປະທານາທິບໍດີ Obama ຕຽມ​ຕ້ອນຮັບການມາ​ຢ້ຽມຢາມທຳນຽບຂາວ
ຂອງ ນາຍົກລັດຖະມົນຕີ ປາ​ກິ​ສຖານ ທ່ານ Nawaz Sharif ​ໃນ​ວັນ​ພະຫັດ​ມຶຶ້ອື່ນນີ້
ທ່ານ Earnest ກ່າວ​ວ່າ ປະທານາທິບໍດີ ກຳລັງ​ເບິ່ງ​ໄປຂ້າງ​ໜ້າຂອງ​ການຮັ​ດ​ແໜ້ນ​ສາຍສຳພັນ ທີ່​ອີງໃສ່​ການມີຜົນປະ​ໂຫຍ​ດຮ່ວມກັນ ກ່າວ​ໂດຍ​ສະ​ເພາະ ກໍແມ່ນການ
ຕ້ານ​ພວກ​ຫົວ​ຮຸນ​ແຮງຈັດ ຢູ່​ໃນ​ຂົງ​ເຂດ.

ໂຄສົກ​ທຳນຽບຂາວ​ ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ. “ນີ້​ເປັນ​ສິ່ງ​ທີ່ປາ​ກິ​ສຖານ ຕ້ອງ​ໄດ້ຮັບ
ມືກັບ​ໃນເວລາ​ທີ່​ມາເຖິງຢູ່​ໜ້າ​ປະຕູ. ​ເພື່ອ​ເປັນ​ການຍື່ນ​ມື​ອອກ​ໄປ ທີ່​ສະ ຫະລັດສາ
ມາດໃຫ້ການ​ຊ່ວຍ​ເຫລືອ ​ໃນ​ເລື້ອງ​ດັ່ງກ່າວ ພວກ​ເຮົາ​ຕ້ອງການ​ຢາກ​ໃຫ້​ເປັນຫລັກ
ການ ​ເພາະວ່າ ພວກ​ເຮົາ​ເຊື່ອ​ໝັ້ນ​ໃນ​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ ​ເພື່ອ​ໃຫ້ປາ​ກິ​ສ
ຖານ ​ໄດ້ຮັບ​ຜົນສຳ​ເລັດ ​ໃນ​ການ​ຕໍ່ສູ້​ຕ້ານບັນດາ​ພວກ​ຫົວຮຸນ​ແຮງ​ຈັດ​ທັງ​ຫລາຍ.

ເຖິງແມ່ນວ່າຄັ້ງນຶ່ງເຄີຍມີຄວາມສຳພັນທີ່ວຸ້ນວາຍມາແລ້ວກໍຈິງ ແຕ່ທ່ານ Mi-chael Kugelman ຈາກສູນກາງ Wilson ກ່າວວ່າ ຈຸດປະສົງຫລັກຂອງສະຫະລັດ ຢູ່ໃນປາ
ກິສຖານມາເປັນເວລາຫຼາຍປີແລ້ວນັ້ນ ກໍຍັງຄືເກົ່າ ນັ້ນກໍຄືສະ ຖຽນລະພາບ.

ທະຫານປາກິສຖານ ທີ່ເຫັນຢູເຂດຊົນເຜົົ່າ Khyber ຂອງປະເທດ
ທະຫານປາກິສຖານ ທີ່ເຫັນຢູເຂດຊົນເຜົົ່າ Khyber ຂອງປະເທດ

ໂຄສົກ​ທຳນຽບຂາວ​ ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ. “ນີ້​ເປັນ​ສິ່ງ​ທີ່ປາ​ກິ​ສຖານ ຕ້ອງ​ໄດ້ຮັບມື​
ກັບ​ໃນເວລາ​ທີ່​ມາເຖິງຢູ່​ໜ້າ​ປະຕູ. ​ເພື່ອ​ເປັນ​ການຍື່ນ​ມື​ອອກ​ໄປ ທີ່​ສະ ຫະລັດສາມາດ
​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ເລື້ອງ​ດັ່ງກ່າວ ພວກ​ເຮົາ​ຕ້ອງການ​ຢາກ​ໃຫ້​ເປັນຫລັກການ ​ເພາະ
ວ່າ ພວກ​ເຮົາ​ເຊື່ອ​ໝັ້ນ​ໃນ​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ ​ເພື່ອ​ໃຫ້ປາ​ກິ​ສຖານ ​ໄດ້​ຮັບ​ຜົນສຳ​
ເລັດ ​ໃນ​ການ​ຕໍ່ສູ້​ຕ້ານບັນດາ​ພວກ​ຫົວຮຸນ​ແຮງ​ຈັດ​ທັງ​ຫລາຍ.

ເຖິງແມ່ນວ່າຄັ້ງນຶ່ງເຄີຍມີຄວາມສຳພັນທີ່ວຸ້ນວາຍມາແລ້ວກໍຈິງ ແຕ່ທ່ານ Mi-chael Kugelman ຈາກສູນກາງ Wilson ກ່າວວ່າ ຈຸດປະສົງຫລັກຂອງ ສະຫະລັດ ຢູ່ໃນ
ປາກິສຖານມາເປັນເວລາຫຼາຍປີແລ້ວນັ້ນ ກໍຍັງຄືເກົ່າ ນັ້ນກໍຄືສະ ຖຽນລະພາບ.

XS
SM
MD
LG