ຄາດກັນວ່າ ໃນວັນຈັນມື້ນີ້ ປະທານາທິບໍດີສະຫະລັດ ທ່ານ
ບາຣັກ ໂອບາມາ ຈະແຕ່ງຕັ້ງທ່ານ Chuck Hagel ອະດີດ
ສະມາຊິກພາສູງ ສັງກັດພັກຣີພັບບລິກັນ ໃຫ້ເປັນລັດຖະມົນຕີ
ກະຊວງປ້ອງກັນປະເທດຄົນໃໝ່.
ບັນດາສະມາຊິກສໍາຄັນຂອງພັກຣີພັບບລິກັນ ໄດ້ສັນຍານໃຫ້
ຮູ້ໃນວັນອາທິດ ວານນີ້ ວ່າ ທ່ານ Hagel ທີ່ມີອາຍຸ66 ປີ ອາດ
ຈະປະເຊີນກັບຂັ້ນຕອນການຮັບຮອງເອົາທ່ານທີ່ຍາກ ໃນສະພາ
ສູງ ໂດຍຈະມີການເພັ່ງເລັງໃສ່ບັນດາຄໍາຖາມ ກ່ຽວກັບຈຸດຢືນ
ຂອງທ່ານໃນເລື້ອງ ອິສຣາແອລ ແລະອີຣ່ານ.
ທ່ານ Hagel ໄດ້ຄັດຄ້ານຕໍ່ການລົງໂທດຕໍ່ອີຣ່ານແຕ່ຝ່າຍດຽວ ໃນຂະນະທີ່ ພວກຜູ້ແທນ
ບາງຄົນ ຕັ້ງຂໍ້ສົງໄສກ່ຽວກັບການສະໜັບສະໜຸນຂອງທ່ານຕໍ່ ອິສຣາແອລ.
ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ທ່ານ Mitch McConnell ເວົ້າວ່າ ທ່ານ Hagel ຈະໄດ້ຮັບການພິຈາລະນາຢ່າງຍຸດຕິທໍາໂດຍສະພາສູງ. ເຈົ້າໜ້າທີ່ລັດຖະບານຂັ້ນສູງທຸກທ່ານ ທີ່ປະທານາທິບໍດີເລືອກຫລືແຕ່ງຕັ້ງນັ້ນ ແມ່ນຈະຕ້ອງໄດ້ຮັບການຮັບຮອງເອົາ ຈາກສະພາສູງກ່ອນ.
ທ່ານ Hagel ເປັນນັກລົບເກົ່າຂອງສົງຄາມຫວຽດນາມທ່ານນຶ່ງ ທີ່ໄດ້ກາຍເປັນ ຜູ້ສໍາຄັນ
ໃນການດໍາເນີນສົງຄາມໃນອີຣັກ. ທ່ານໄດ້ລາອອກຈາກສະພາສູງໃນປີ 2009 ແລະໄດ້
ກ່າວຕໍ່ໜັງສືພິມ The Finance Times ໃນປີ 2011 ວ່າ ທໍານຽບຫ້າແຈ ໄດ້ຂະຫຍາຍ
ຕົວຫລາຍເກີນໄປໂພດ ແລະຕ້ອງໄດ້ຖືກ “ຕັດຮອນລົງ.”
ຖ້າຫາກໄດ້ຮັບການຢືນຢັນຮັບຮອງເອົາ ທ່ານ Hagel ຈະກາຍເປັນລັດຖະມົນ ຕີ ຄົນທີ
ສາມ ພາຍໃຕ້ການເປັນປະທານາທິບໍດີຂອງທ່ານໂອບາມາ ລຸນຫລັງ ທ່ານ Robert Gates ແລະທ່ານ Leon Panetta ລັດຖະມົນຕີ ຄົນປັດຈຸ ບັນນີ້.