ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ໂອບາມາ ມີກຳນົດ ທີ່ຈະຍົກເລີກ ມາດຕະການ ລົງໂທດຕໍ່ ມຽນມາ


Obama, Citing ‘Transformation’, Set to Lift All Sanctions on Myanmar
please wait

No media source currently available

0:00 0:02:08 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຕ້ອນຮັບຜູ້ນຳຂອງ ມຽນມາ ທ່ານ ນາງ ອອງ ຊານ ຊູ ຈີ ສູ່ທຳນຽບຂາວ ແລະ ໄດ້ມີຂ່າວດີບາງຢ່າງສຳລັບທ່ານນາງ ແລະ ປະ ເທດຂອງເພິ່ນທີ່ກຳລັງດີ້ນຮົນກັບເສດຖະກິດ ຫຼັງຈາກການຢູ່ໂດດດ່ຽວມາຫຼາຍທົດສະ ວັດ. ດັ່ງທີ່ນັກຂ່າວວີໂອເອປະຈຳທຳນຽບຂາວ Cindy Saine ລາຍງານມານັ້ນ ແມ່ນວ່າ ຜູ້ນຳທັງສອງທ່ານຮັບຮູ້ຮ່ວມກັນວ່າ ມັນຍັງວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດໃຫ້ສຳເລັດ ກ່ຽວກັບ ການປະຕິຮູບປະຊາທິປະໄຕ ແລະ ບັນຫາສິດທິມະນຸດໃນ ມຽນມາ, ແຕ່ປະເທດ ດັ່ງກ່າວໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍ ນັບຕັ້ງແຕ່ທ່ານ ໂອບາມາ ໄດ້ໄປຢ້ຽມຢາມ ທ່ານນາງ ອອງ ຊານ ຊູ ຈີ ໃນເວລາທີ່ທ່ານນາງຍັງຖືກກັກຂັງບໍລິເວນເມື່ອສອງສາມປີທີ່ ຜ່ານມາ. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ເທື່ອນີ້ບໍ່ແມ່ນຄັ້ງທຳອິດທີ່ຜູ້ນຳທັງສອງທ່ານໄດ້ພົບປະກັນ, ແຕ່ເທື່ອນີ້, ມັນຢູ່ພາຍໃຕ້ສະ ພາບທີ່ມີຄວາມແຕກຕ່າງກັນ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ຖ້າທ່ານໄດ້ຄາດເດົາເມື່ອ 5 ປີທີ່ຜ່ານມາວ່າ ທ່ານນາງ ອອງ ຊານ ຊູ ຈີ ຕອນນີ້ຈະມານັ່ງຢູ່ທີ່ນີ້ ໃນຖານະຜູ້ຕາງໜ້າຂອງປະເທດ ຂອງທ່ານນາງທີ່ຖືກເລືອກຢ່າງເໝາະສົມ, ຫຼາຍຄົນກໍຈະມີຄວາມສົງໄສ. ແຕ່ມັນກໍເປັນ ຂ່າວທີ່ ດີໃນຍຸກສະໄໝໜຶ່ງ ເຊິ່ງຫຼາຍຄັ້ງພວກເຮົາມັກຈະເຫັນປະເທດຕ່າງໆກ້າວໄປສູ່ ທິດທາງໃນດ້ານກົງກັນຂ້າມ.”

ຫຼັງຈາກການພົບປະກັນທີ່ທຳນຽບຂາວໃນວັນພຸດແລ້ວ, ທ່ານປະທານາທິບໍດີກໍໄດ້ມີການ ປະກາດເປັນຄັ້ງສຳຄັນ.

ທ່ານ ບາຣັກ ໂອບາມາ ກ່າວວ່າ “ສະຫະລັດ ຕອນນີ້ພ້ອມແລ້ວທີ່ຈະຍົກເລີກມາດຕະ ການລົງໂທດຕ່າງໆທາງດ້ານເສຖກິດ ທີ່ໄດ້ວາງໄວ້ເປັນເວລາດົນພໍສົມຄວນຕໍ່ ມຽນມາ. ມັນເປັນສິ່ງທີ່ຖືກຕ້ອງແລ້ວທີ່ຈະເຮັດ ເພື່ອຮັບປະກັນວ່າປະຊາຊົນ ມຽນມາ ໄດ້ເຫັນ ລາງວັນຈາກວິທີໃໝ່ໃນການເຮັດທຸລະກິດ.”

ທ່ານນາງ ອອງ ຊານ ຊູ ຈີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານາທິບໍດີ ແລະ ລັດຖະ ສະພາ ສຳລັບການວາງມາດຕະການລົງໂທດໃສ່ທະຫານຂອງ ມຽນມາ ເພື່ອສະໜັບສະ ໜູນປະຊາທິປະໄຕ, ແຕ່ທ່ານນາງໄດ້ກ່າວວ່າ ເວລາໄດ້ມາເຖິງແລ້ວ ເພື່ອຍົກເລີກມາດ ຕະການລົງໂທດດັ່ງກ່າວ.

ທ່ານນາງ ອອງ ຊານ ຊູ ຈີ ກ່າວວ່າ “ແຕ່ຄວາມສາມັກຄີກໍຕ້ອງການຄວາມຈະເລີນຮຸ່ງ ເຮືອງເຊັ່ນກັນ, ເພາະວ່າ ປະຊາຊົນ, ເມື່ອພວກເຂົາເຈົ້າຕ້ອງຕໍ່ສູ່ເພື່ອແຫຼ່ງຊັບພະຍາ ກອນທີ່ມີຈຳກັດ, ພວກເຂົາເຈົ້າຈະລືມໄປເລີຍວ່າການຢືນຢູ່ນຳກັນແມ່ນສິ່ງທີ່ສຳຄັນ.”

ຜູ້ນຳທັງສອງທ່ານໄດ້ຊຸກຍູ້ໃຫ້ປະຊາຊົນ ອາເມຣິກັນ ເດີນທາງ ແລະ ໄປລົງທຶນໃນ ມຽນ ມາ, ແລະ ກ່າວວ່າ ມັນເປັນປະເທດທີ່ສວຍງາມ ພ້ອມດ້ວຍຄວາມອຸດົມສົມບູນທາງດ້ານ ມໍລະດົກວັດທະນະທຳ.

ແຕ່ຜູ້ນຳສິດທິມະນຸດບາງຄົນໄດ້ເຕືອນໃຫ້ລະວັງ ກ່ຽວກັບ ການຍົກເລີກມາດຕະການລົງ ໂທດທັງໝົດ ໂດຍຊີ້ໄປໃສ່ປະຫວັດດ້ານສິດທິມະນຸດຂອງ ມຽນມາທີ່ປະປົນກັນ ແລະ ຄວາມບໍ່ເອົາໃຈໃສ່ຕໍ່ສະພາວະຂອງຊົນເຜົ່າ ໂຣຮິງຢາ ໃນປະເທດ, ເຊິ່ງຖືກພິຈາລະນາ ວ່າເປັນຊົນເຜົ່າກຸ່ມນ້ອຍທີ່ຖືກບຽດບຽນຫຼາຍທີ່ສຸດໃນໂລກ.

ທ່ານນາງ ອອງ ຊານ ຊູ ຈີ ໄດ້ກ່າວເຖິງຄວາມຂັດແຍ້ງກັບຊົນເຜົ່າດັ່ງກ່າວ ແລະ ໄດ້ກ່າວ ວ່າ ທ່ານນາງຢາກໃຫ້ໝົດທຸກຄົນຜູ້ທີ່ເປັນປະຊາກອນຂອງປະເທດ ໄດ້ຮັບສິດທິຂອງພົນ ລະເມືອງຢ່າງຄົບຖ້ວນ.

XS
SM
MD
LG