ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ Barack Obama ຕຽມປະກາດເພີ້ມໃຫ້ທຶນ ເກັບກູ້ລະເບີດ ທີ່ບໍ່ທັນແຕກຢູ່ໃນ ສປປ ລາວ


Obama Set to Announce Funding Increase for Clearing Old Bombs in Laos
please wait

No media source currently available

0:00 0:00:29 0:00

ປະທານ​າທິບໍດີ​ສະຫະລັດ ທ່ານ Barack Obama ຄາດ​ວ່າ​ ຈະ​ປະກາດ​ເພີ້​ມທຶນ​ຊ່ວຍ​ເຫລືອ ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ຢູ່​ໃນ ສປປ ລາວ ​ເວລາ​ທ່ານ ຈະ​ເປັນ​ປະທານ​ທິບໍດີ ​ ຢູ່​ໃນ​ຕຳ​ແໜ່​ງຄົນທຳ​ອິດ ​ຂອງສະຫະລັດ ທີ່​ຈະ​ເດີນທາງ​ໄປ​ຢ້ຽຢາມ​ປະ​ເທດເອ​ເຊຍ​ອາ ຄະ​ເນ​ໃນ​ເດືອນ​ກັນຍາ​ຈະມາ​ເຖິງ​ນີ້. ​ໃນ​ລະຫວ່າງ​ ​ສົງຄາມ​ກັບ​ຫວຽດນາມ ສະຫະລັດ​ໄດ້​ຖີ້ມລະ​ເບີດ​ລູກຫ​ວ່ານ ຫລາຍ​ກວ່າ 270 ລ້ານ​ລູກ​ລົງ​ໃສ່ລາວ ​ແລະ​ຫລາຍໆ​ລ້ານ​ໜ່ວຍ ​ຍັງບໍ່​ທັນ​ແຕກ​ ຈົນ​ເທົ່າ​ທຸກ​ວັນນີ້. Daniel de Carteret ມີລາ​ຍງານໃຫ້ ວີ​ໂອ​ເອ ຈາກ​ແຂວງ​ຊຽງຂວງ ຊຶ່ງ ​ກິ່ງສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ຄວາມ​ງົດ​ງານ​ຂອງ​ບັນດາ​ພູ​ຜາເຫລົ່າ​ນີ້ ຢູ່ທີ່ແຂວງ​ຊຽງ​ຂວາງ​ທາງ​ພາກເວັນ​ອອກສຽງ​ເໜືອ​ຂອງ​ລາວ ​ໄດ້​ບົດ​ບັງ​ມູນ​ເຊື້ອທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ ຂອງ​ການ​ຖີ້ມລະ​ເບີດຢ່າງ​ໜັກໜ່ວງ​ເປັນ​ເວລາ​ເກົ້າ​ປີທີ່​ ສະຫະລັດ​ໄດ້​ປະຖິ້ມໄວ້​ຢູ່ເບື້ອງ​ຫລັງ ນັ້ນກໍ​ຄືລະ​ເບີດທີ່​ບໍ່​ທັນ​ແຕກ​ຫລາຍໆ​ລ້ານລູກ.

ລະຫວ່າງ​ປີ 1964 ຫາ​ປີ 1973 ສະຫະລັດ​ໄດ້​ຖີ້ມລະ​ເບີດ​ຫລາຍກ​ວ່າ 2 ລ້ານ​ໂຕນ ລົງ​ໃສ່​ປະ​ເທດ​ລາວ ​ໃນ​ການ​ປະຕິບັດ​ງານລັບ ​ເພື່ອ​ຕັດ​ເສັ້ນທາງ​ການ​ຂົນ​ສົ່ງ​ຂອງ​ຫວຽດນາມ​ເໜືອ.

ມັນ​ໄດ້​ຖືກມອບ​ໝາຍໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ​ຕ່າງໆ ​ເຊັ່ນໂຄງການ​ເກັບ​ກູ້ ລະ​ເບີດແຫ່ງ​ຊາດ​ຫລື​ UXO ​Laos ຊຶ່ງ​ເປັນ​ພະ​ແນ​ກການ​ນຶ່ງ​ຂອງ​ລັດຖະບານ ເພື່ອ​ເກັບ​ກູ້​ລະ​ເບີ​ດ​ບໍ່​ທັນ​ແຕກ ທີ່ຮູ້ກັນ​ວ່າ UXO ນັ້ນ.

ນາງ​ຂັນທະ​ລີ ຜູ້​ເກັບ​ກູ້ລະ​ເບີດຂອງ​ໂຄງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ ກ່າວ​ວ່າ “ຂ້າພະ​ເຈົ້າ​ເຮັດ​ວຽກ​ນີ້​ກໍເພາະວ່າ ຂ້າພ​ະ​ເຈົ້າ​ມັກ​ວຽກ​ນີ້. ຂ້າພະ​ເຈົ້າ​ຕ້ອງການ​ຢາກ​ໃຫ້​ພວກ​ຊາວບ້ານ​ ພາກັນ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໄພ ​ແລະ​ດິນ​ແດນ​ນີ້ມີ​ຄວາມ​ປອດ​ໄພ​ຕໍ່​ການ​ປູກຝັງ.

ປະມານ​ນຶ່ງ​ສ່ວນ​ສາມ ​ຂອງ​ລະ​ເບີດ​ທີ່​ຖີ້ມລົງໃສ່ປະ​ເທດ​ລາວນັ້ນ ​ແມ່ນບໍ່ແຕກ ​ເພາະສະ​ນັ້ນ ​ພວກ​ຊາວໃຮ່ຊາວ​ສວນ ສາມາດ​ທີ່​ຈະ​ປະສົບ​ກັບ​ອັນ​ຕະລາຍ​ໄດ້. ຫຼາຍ​ສິບ​ພັນ​ຄົນ​ໄດ້​ເສ​ຍຊີວິດຫລື​ບໍ່​ກໍໄດ້​ຮັບ​ບາດ​ເຈັບ​ຈາກ​ລູກ​ລະ​ເບີດ​ທີ່​ຕົກ​ຄ້າງເຫລົ່າ​ນີ້ ນັບ​ແຕ່​ສົງຄາມ​ໄດ້​ສິ້ນ​ສຸດ​ລົງ.

ມີ​ການ​ຄາດ​ຄະ​ເນກັນ​ວ່າ ໜ້ອຍ​ກ່ອນ​ນຶ່ງ​ເປີ​ເຊັນ​ຂອງ​ລະ​ເບີດທີ່​ບໍ່​ທັນ​ແຕກ​ຢູ່​ໃນ ປະ​ເທດ​ລາວ ​ໄດ້​ຖືກ​ເກັບ​ກູ້​ນັບ​ແຕ່​ປີ 1973 ເປັນຕົ້ນມາ.

ທ່ານ​ກິ່ງ​ເພັດ ພິມ​ມະ​ວົງ ຜູ້​ປະສາ​ນງາ​ນປະຈຳ​ຂົງ​ເຂດຂອງ​ໂຄງການ​ເກັບ​ກູ້​ລະ​ເບີດແຫ່ງ​ຊາດຂອງລາວ​ກ່າວ​ວ່າ ລັດຖະບານກຳລັງ​ເນັ້ນ​ໜັກ​ໃສ່​ການ​ເກັບ​ກູ້ລະ​ເບີດ​ອອກຈາກທີ່​ດິນ ​ເພື່ອ​ສົ່ງ​ເສີມ​ພັດທະນາກະ​ສິກຳ.

​ແຕ່​ວ່າວຽກ​ງານ​ດັ່ງກ່າວ ຕະຫລອດ​ທັງ​ບັນດາ​ໂຄງການ ​ຄື​ດັ່ງແບບ​ນີ້ ຊຶ່ງກາງ​ຕໍ່ ​ເງິນ​ທຶນ
ຈາກ​ຕ່າງປະ​ເທດ ​ແມ່ນ​ຍັງຂາດ​ເຂີນ​ພະນັກງານ ​ແລະ​ເທັກ​ໂນ​ໂລ​ຈີ​ເພື່ອ​ຈະເລັ່ງລັດ​ໃນ​ການ​ເກັບ​ກູ້.

ທ່ານ​ກິ່ງ​ເພັດ ຜູ້​ປະສານ​ງານ ​ໃນ​ແຂວງ​ຊຽງ​ຂວາງ ກ່າ​ວວ່າ “ໃນແຕ່ລະ​ປີ​ 12 ທິມງານ ຂອງ​ພວກ​ເຮົາໄດ້​ເກັບ​ກູ້ລະ​ເບີດ​ອອກ​ຈາກ​ພື້ນີທີ່ 600 ​ເຮັກຕາ. ​ແຕ່ລະ​ທີ​ມສາມາດ ​ເກັບ​ກູ້ລະ​ເບີ​ດອອກ​ຈາກ​ພື້ຶ້ນທີ່ 50 ​ເຮັກຕາ​ຕໍ່​ປີ. ​ແຕ່​ຖ້າ​ຫາກ​ທ່ານ​ປຽບທຽບ​ໃສ່​ກັບ​ຄວາມ​ຕ້ອງການ​ຂອງ​ພວກ​ຊາວບ້ານ​ແລ້ວ ທີ່​ຮຽກຮ້ອງ​ໃຫ້ພວກ​ເຮົາ​ເກັບ​ກູ້ລະ​ເບີດ​ອອກ​ຈາກ​ພື້ນທີ່ 5,000 ຫາ 6000 ​ເຮັກຕາ ພວກ​ເຮົາ​ສາມາດເກັບ​ກູ້​ໄດ້ ​ພຽງ​ແຕ່ 10 ​ເປີ​ເຊັນ.”

ປະຊາຊົນ​ຢູ່​ໃນແຂວງຊຽງ​ຂວາງ ​ໄດ້​ຮຽນ​ຮູ້​ໃນ​ການປັບ​ການ​ດຳລົງ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃສ່
ທົ່ງ​ລະ​ເບີດ​ ​ແຕ່​ສຳລັບ​ຫຼາຍໆ​ຄົນ​ແລ້ວລະ​ເບີດທີ່​ບໍ່​ທັນແຕກ​ໄດ້​ສ້າງ​ບາດ ​ແຜຢ່າງເປັນ​ການຖາ​ວອນ​ໃຫ້​ແກ່​ເຂົາ​ເຈົ້າ​.

​ເມື່ອ​ສິບ​ປີ​ກ່ອນ ທ້າວ Ai Vue ​ໄດ້​ສູນ​ເສຍ​ລູກ​ຊາຍ​ນ້ອຍ ​ເວລາ​ລາວ ​ແລະ​ພີ່ນ້ອງ​ຂອງ​ລາວ​ ໄດ້​ຖືກ​ສັງຫານ​ໂດຍ​ລູກ​ລະ​ເບີດບໍ່​ທັນ​ແຕກທີ່​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ.

ນາງ​ຂັນທະ​ລີ ຜູ້​ເກັບ​ກູ້​ລະ​ເບີດ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້​ວ່າ ​ເຂົ້າ​ເຈົ້າ​ທຸບ​ມັນ ຫລື​ມັນ​ຕົກ ລົງ​ມາ​ໃສ່​ພື້ນ​ດິນ ​ແລະແຕກ​ຂຶ້ນ."

ຕົວ​ເລກ​ໃນ​ການ​ເກີດອຸປະຕິເຫດ​ ໄດ້​ຫລຸດ​ລົງເປັນ​ລຳດັບ​ມາ ​ແລະ​ເນື້ອ​ໃນ​ເຂດ​ຕ່າງໆ​ທີ່​ກໍ​ຄ່ອຍ​ໆເຂົ້າ​ໄປ​ເຖິງ​ໄດ້​ຫຼາຍຂຶ້ນ ​ແຕ່​ວ່າການ​ຖີ້ມລະ​ເບີດ​ໜັກ​ໃນ​ແຂວງ​ຊຽງ​ຂວາງ ຍັງ​ຈະ​ມີ​ຜົນ​ກະທົບ​ຢູ່​ທີ່​ນີ້ ​ເປັນ​ເວ​ລາ​ອີກຫລາຍ​ເຊັ່ນ​ຄົນ​ຕໍ່ໜ້າ.

http://www.voanews.com/content/obama-set-to-announce-more-funding-for-uxo-clearance-in-laos/3378697.html

XS
SM
MD
LG