ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຢືນຢັນ ອີກຄັ້ງໃໝ່ ຕໍ່ຄວາມໝັ້ນໝາຍ ຂອງ ສຫລ ເພື່ອປ້ອງກັນ ຍີ່ປຸ່ນ (ວີດີໂອ)


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ຢືນຢັນ​ອີກ​ຄັ້ງ​ໃໝ່​ເຖິງ
ຄວາມ​ໝັ້ນ​ໝາຍ​ຂອງ​ສະຫະລັດ​ ຕໍ່​ສົນທິສັນຍາ​ເພື່ອ​ປ້ອງ​ກັນ
​ຍີ່ປຸ່ນ ຮວມທັງ​ພວກ​ໝູ່​ເກາະ​ຈຸ​ນຶ່ງໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ
ທີ່​ທັງ​ລັດຖະບານ​ໂຕ​ກຽວ​ແລະ​ປັກກິ່ງ​ຕ່າງ​ອ້າງ​ເອົາ​ກຳມະສິດ​
ນັ້ນ.

ລຸນ​ຫຼັງ​ການ​ພົບ​ປະກັນ​ໃນ​ວັນ​ພະຫັດ​ມື້​ນີ້​ ທີ່​ນະຄອນຫຼວງ​
ໂຕ​ກຽວ​ກັບ​ນາ ຍົກ​ລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe
ແລ້ວ ທ່ານ​ໂອ​ບາ​ມາ​ໄດ້​ຖະ​ແຫຼ​ງອອກມາ​ຢ່າງ​ຈະ​ແຈ້ງວ່າ
ພວກ​ໝູ່​ເກາະ Senkaku ຕົກຢູ່​ພາຍ​ໃຕ້​ສົນທິສັນຍາທີ່​ບັງ
ຄັບ​ສະຫະລັດ​ໃຫ້​ປ້ອງ​ກັນ​ຍີ່ປຸ່ນ ຖ້າ​ຫາກ​ຍີ່ປຸ່ນ​ຖືກ​ໂຈມ​ຕີ​.
OBAMA ASIA CNPK
please wait
Embed

No media source currently available

0:00 0:03:59 0:00

ທ່ານ​ໂອ​ບາ​ມາ ​ກ່າວ​ວ່າ “​ໃຫ້​ຂ້າພະ​ເຈົ້າ​ກ່າວ​ເນັ້ນ​ອີກ​ວ່າ ຄວາມ​ໝັ້ນໝາຍ
ຕໍ່ສົນທິສັນຍາ​ດັ່ງກ່າວ​ເພື່ອ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ຍີ່ປຸ່ນ​ນັ້ນ ແມ່ນ​
ເດັດຂາດ ​ແລະ​ມາດຕາ 5 ​ແມ່ນ​ປົກ​ຄຸມ​ເຂດ​ນ້ຳ​ດິນ​ແດນ​ທັງ​ໝົດ​ພາຍ​
ໃຕ້ການ​ປົກຄອງ​ຂອງ​ຍີ່ປຸ່ນ ຮວມທັງ​ພວກ​ໝູ່​ເກາະ Senkaku.”


ທ່ານ​ໂອ​ບາ​ມ ກ່າວ​ເນັ້ນ​ວ່າ ສະຫະລັດ​ບໍ່​ເອົາ​ທ່າ​ທີ ​ກ່ຽວກັບເລື່ອງອະທິປະ​ໄຕ​
ຂອງ​ໝູ່​ເກາະທີ່​ເອີ້ນ​ກັນ​ໃນ​ພາສາ​ຈີນ​ວ່າ Diaoyu (ຕຽວອີ) ນັ້ນ ​ແຕ່​ທ່ານ​ເຕືອນ​
ວ່າ ທ່ານ​ຄັດຄ້ານ​ຕໍ່​ການ​ເຄື່ອນ​ໄຫວ​ໃດໆ​ ແຕ່​ຝ່າຍ​ດຽວ ​ເພື່ອ​ປ່ຽນ​ແປງ​ສະຖານະ​
ພາບໃນ​ປັດຈຸບັນ​ຂອງ​ໝູ່​ເກາະ​ດັ່ງກ່າວ.

ນີ້​ແມ່ນ​ຖ້ອຍ​ຖະ​ແຫຼ​ງທີ່​ແຂງ​ແຮງ​ທີ່​ສຸດ​ໃນ​ຫວ່າງໄວໆ​ມາ​ນີ້ ​ເພື່ອໃຫ້ການ​ສະໜັບ
ສະໜຸນ​ແກ່​ຍີ່ປຸ່ນ ​ໂດຍ​ປະທານາທິບໍດີ​ສະຫະລັດ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງກັນ​ເລື້ອງ​
ໝູ່​ເ​ກາະດັ່ງກ່າວຊຶ່ງ​ໄດ້​ສ້າ​ງຄວາມ​ເສຍ​ຫາຍຢ່າງຮ້າຍ ​ແຮງ​ຕໍ່​ສາຍ​ພົວພັນ​ລະຫວ່າງ​
ຍີ່ປຸ່ນ​ແລະ​ຈີນ.
ໝູ່ເກາະ Senkaku ທີ່ຍີ່ປຸ່ນເອີ້ນ ແລະ ຕຽວອີ ທີ່ຈີນເອີ້ນ, ຢູ່ທະເລຈີນຕາເວັນອອກ.
ໝູ່ເກາະ Senkaku ທີ່ຍີ່ປຸ່ນເອີ້ນ ແລະ ຕຽວອີ ທີ່ຈີນເອີ້ນ, ຢູ່ທະເລຈີນຕາເວັນອອກ.

ໃນ​ການສະແດງປະຕິກິລິຍາຕອບ ​ຕໍ່​ຖ້ອຍ​ຖະ​ແຫຼ​ງຂອງ
ປະທານາທິບໍດີສະຫະລັດນັ້ນ ທ່ານ Qin Gang ໂຄສົກ
​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ ບໍ່​ມີ​ຫຍັງ​ຈະ
​ປ່ຽນ​ແປງ “ຄວາມ​ເປັນ​ຈິ​ງອັນ​ພື້ນຖານ​ທີ່​ວ່າ​ໝູ່​ເກາະຕຽວ
ອີ​ແມ່ນ​ເຂດ​ນ້ຳແດນ​ດິນ​ອັນ​ຈະ​ແຈ້ງ​ຂອງ​ຈີນ.” ທ່ານ Qin
Gang ກ່າວ​ຕື່ມ​ວ່າ ປັກ​ກິ່ງແມ່ນໄດ້​ຕັດ​ສິນ​ໃຈ​ເພື່ອຈະ​ປົກ
​ປ້ອງ “ອະທິປະ​ໄຕ​ແລະ​ສິດທິ​ທາງ​ທະ​ເລ​ຂອງ​ຕົນ.”
Obama Says No Red Line for China on Japan Island Dispute
please wait

No media source currently available

0:00 0:01:37 0:00
ຍີ່ປຸ່ນ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ຂອງ​ການ​ເດີນທາງ​ຢ້ຽມຢາມ​ພາກ​ພື້ນ ​ເອ​ເຊຍ​ເປັນ​ເວລາ 8 ມື້​ຂອງ​ທ່ານ​ໂອ​ບາ​ມາ ທີ່​ຮວມທັງ​ການ​ຢ້ຽມຢາມ​ເກົາຫຼີ​ໃຕ້ ມາ​ເລ​ເຊຍ​ ແລະ​ຟີ​ລິບ​ປິນ.
XS
SM
MD
LG