ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໂອບາມາ ຫາທາງເຮັດໃຫ້ ສະຫະລັດ ສາມາດສ້າງ ຄວາມດຸ່ນດ່ຽງ ໃນພາກພື້ນ ເອເຊຍ ປາຊີຟິກ


ປະທານາທິບໍດີ ບາຣັກ ໂອບາມາ ຍ່າງລົງຈາກເຮືອບິນ Air Force One ໃນລະຫວ່າງການເດີນທາງຮອດສະໜາມບິນ Palm Springs. 12 ກຸມພາ, 2016 ທີ່ເມືອງ Palm Springs, ລັດ California.
ປະທານາທິບໍດີ ບາຣັກ ໂອບາມາ ຍ່າງລົງຈາກເຮືອບິນ Air Force One ໃນລະຫວ່າງການເດີນທາງຮອດສະໜາມບິນ Palm Springs. 12 ກຸມພາ, 2016 ທີ່ເມືອງ Palm Springs, ລັດ California.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະຫາທາງເພື່ອ ເສີມບົດບາດ ການເປັນຜູ້ນຳຂອງ ອາເມຣິກາ ໃນພາກພື້ນ ເອເຊຍ ປາຊິຟິກ ໃນອີກຫຼາຍໆປີ ຂ້າງໜ້ານີ້ ເມື່ອທ່ານຕ້ອນຮັບແຂກທັງ ໝົດ 10 ປະເທດຈາກສະມາຄົມ ແຫ່ງປະເທດ ເອເຊຍ ຕາເວັນ ອອກສຽງໃຕ້ ຫຼື ອາຊຽນ ໃນຣີສອດ Rancho Mirage ທີ່ Sunnyland, ລັດ ຄາລີຟໍເນຍ.

ວາລະຂອງກອງປະຊຸມໃນວັນຈັນ ແລະ ວັນອັງຄານມື້ອື່ນນີ້ຈະບໍ່ ເປັນທາງການ ເທົ່າກັບກອງປະຊຸມສຸດຍອດຄັ້ງໃດໆ ທີ່ຈັດຂຶ້ນຢູ່ ໃນສະຖານທີ່ທີ່ມີທິວທັດສວຍ ງາມ ແລະ ຢ່ອນສະໝອງແຫ່ງນີ້, ແຕ່ວ່າ ບັນດາຜູ້ນຳທັງຫຼາຍຈະຈັດການແກ້ໄຂ ບັນຫາທີ່ສຸກເສີນ ແລະ ຫຍຸ້ງຍາກເຊິ່ງມີຄວາມສຳຄັນສຸດ ຕໍ່ແຜນຍຸດທະສາດຂອງ ສະຫະລັດ ເພື່ອເຮັດໃຫ້ພາກ ພື້ນເອເຊຍ ປາຊີຟິກ ມີຄວາມດຸ່ນດ່ຽງຄືນ.

ວິໄສທັດຂອງທຳນຽບຂາວ ຕໍ່ຄຳໝັ້ນສັນຍາຂອງ ອາເມຣິກາ ໃນພາກພື້ນແມ່ນ ມີຄວາມສຳຄັນ ສຳລັບຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຂອງປະເທດ ໃນອະນາຄົດ. ພາກພື້ນທີ່ ເຕັມໄປດ້ວຍພະລັງ ແລະ ຄວາມຫຼາກຫຼາຍ ແມ່ນກຳລັງ ປະສົບກັບການເຕີບໂຕຢ່າງວ່ອງໄວ ແລະ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ, ເຊິ່ງແຕ່ລະ ປະເທດມີໂອກາດທີ່ຈະສົ່ງຜົນກະທົບໃຫ້ກັບ ເສດຖະກິດ ແລະ ຄວາມໝັ້ນຄົງຂອງ ໂລກ.

ເຈົ້າໜ້າທີ່ຂອງລັດຖະບານ ກ່າວວ່າ ໂດຍການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້, ທ່ານ ໂອບາມາ ຫວັງວ່າຈະໄດ້ພັດທະນາແຜນວຽກງານອັນໜຶ່ງ ສຳລັບປີ ສຸດທ້າຍໃນການດຳລົງ ຕຳແໜ່ງຂອງທ່ານ ເພື່ອສືບຕໍ່ສ້າງຄວາມດຸ່ນດ່ຽງ ແລະ ສົ່ງຂໍ້ຄວາມໃຫ້ກັບລັດຖະບານທີ່ຈະມາ ຮັບໜ້າທີ່ໃນອະນາຄົດວ່າ ວຽກງານທີ່ມີ ລະດັບສູງດຽວກັນນີ້ແມ່ນເປັນທີ່ຕ້ອງການ ສຳລັບ ສະຫະລັດ ເພື່ອຮັບປະກັນ ແລະ ຮັກສາບົດບາດການເປັນຜູ້ນຳຂອງພວກເຂົາເຈົ້າ.

ແຜນການດັ່ງກ່າວ​ ແມ່ນຄາດວ່າຈະລວມມີສາຍພົວພັນທີ່ໃກ້ຊິດ ກ່ຽວກັບ ການ ຄ້າ, ເສີມສ້າງ ສາຍພົວພັນລະຫວ່າງປະຊາຊົນຕໍ່ປະຊາຊົນ, ຮ່ວມມືກັນໃນການ ປາບປາມລັດທິຫົວຮຸນແຮງ ເພີ່ມຕື່ມ ແລະ ສ້າງກົດລະບຽບ ແລະ ຂໍ້ປະຕິບັດ ເພື່ອ ນຳພາປະເທດຊາດໄປສູ່ການແກ້ໄຂ ບັນຫາຕ່າງໆ.

The South China Sea Dispute
please wait

No media source currently available

0:00 0:00:59 0:00
XS
SM
MD
LG