ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະໃຊ້ອຳນາດ ບໍລິຫານ ປ້ອງກັນ ຊາຍແດນ ທາງໃຕ້ ຂອງ ສຫລ (ວີດີໂອ ພາສາລາວ/ອັງກິດ)


CN- Obama to Use Executive Action to Secure Southern US Border
please wait

No media source currently available

0:00 0:03:00 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເອີ້ນການຫຼັ່ງໄຫຼ
ເຂົ້າມາ ເປັນຈຳນວນຫຼວງຫຼາຍ ຂອງພວກເດັກນ້ອຍ ທີ່ບໍ່ມີພໍ່ແມ່ຫຼື
ຜູ້ປົກຄອງຕິດຕາມມານຳ ໃນເຂດຊາຍແດນທາງພາກຕາເວັນຕົກ ສຽງໃຕ້ຂອງສະຫະລັດນັ້ນວ່າ ເປັນວິກິດການທາງດ້ານມະນຸດສະ
ທຳ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນມີຂຶ້ນຍ້ອນ ລະບົບຄົນເຂົ້າເມືອງທີ່ມີ
ຊ່ອງໂຫວ່ ຂອງ​ປະ​ເທດ. ທ່ານປະທານາທິບໍດີ ໄດ້ຖິ້ມໂທດໃສ່ສະ
ມາຊິກລັດຖະສະພາພັກຣີພັບບລີກັນທີ່ໄດ້ຂັດຂວາງການດຳເນີນ
ຄວາມພະຍາຍາມ ທີ່ຈະປະຕິຮູບກົດໝາຍຄົນເຂົ້າເມືອງແລະເວົ້າ
ວ່າທ່ານຈະໃຊ້ອຳນາດຂອງຝ່າຍບໍລິຫານເພື່ອປົກປ້ອງຊາຍແດນ
ຂອງສະຫະລັດ. Zlatica Hoke ມີລາຍງານເລື່ອງນີ້ ດັ່ງ ໄພສານ
ຈະນຳມາສະເໜີທ່ານ ເຊີນຮັບຟັງໄດ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ມີພວກເດັກນ້ອຍ ຫລາຍໆຮ້ອຍຄົນ ທີ່ບໍ່ມີພໍ່ແມ່ ຕິດຕາມມານຳ ຈາກເຂດອາເມຣິກາກາງ ເດີນທາງມາເຖິງຊາຍແດນຂອງສະຫະລັດ ໃນແຕ່ລະມື້ ໂດຍຫວັງວ່າຈະໄດ້ຮັບອະນຸຍາດ ໃຫ້ເຂົ້າມາຢູ່ໃນປະເທດນີ້. ພວກເຂົາເຈົ້າ​ເຮັດໃຫ້ລະບົບຄົນເຂົ້າເມືອງຮັບມືນຳຈົນບໍ່ໄຫວ ​ເພາະວ່າ​ພວກ​ເຈົ້າ​ໜ້າທີ່ຕ້ອງໄດ້ລົງ ຄວາມເຫັນວ່າ ເຂົາເຈົ້າມີພື້ນຖານທີ່ຈະຢູ່ໃນປະເທດນີ້ ໄດ້ຫລືບໍ່ ກ່ອນທີ່ຈະເນລະເທດພວກເຂົານັ້ນ.

ປະທານາທິບໍດີໂອບາມາເວົ້າວ່າ “ບັນຫາກໍມີຢູ່ວ່າ ລະບົບຂອງພວກເຮົາມີຊ່ອງໂຫວ່
ຫຼາຍ ມີຄວາມບໍ່ຈະແຈ້ງ ຈົນ​ພວກ​ເຈົ້າ​ໜ້າ​ທີ່ບໍ່ຮູ້ຈັກວ່າ ແມ່ນຫຍັງຄືກົດລະບຽບ.”

ປະທານາທິບໍດີໂອບາມາ ກ່າວໃນມື້ວັນຈັນ ຜ່ານມານີ້ວ່າ ພວກລັກລອບສົ່ງຄົນພວກລັກ ລອບຄ້າມະນຸດ ແລະກຸ່ມອາດຊະຍາກຳທີ່ເປັນອັນຕະລາຍອື່ນໆໄດ້ໃຊ້ຄວາມສັບສົນກ່ຽວ ກັບລະບົບກວດຄົນເຂົ້າເມືອງຂອງສະຫະລັດລັກລອບສົ່ງຜູ້ຄົນແລະສິນຄ້າຂ້າມຊາຍແດນ ເຂົ້າມາ. ທ່ານເວົ້າວ່າພວກຄົນເຂົ້າເມືອງຜິດກົດໝາຍ ແລະທຸລະກິດຕ່າງໆທີ່ໃຊ້ພວກເຂົາ ແມ່ນເປັນໄພອັນຕະລາຍຕໍ່ເສດຖະກິດແລະແຮງງານຂອງສະຫະລັດ. ທ່ານໄດ້ກ່າວໂຈມຕີ ສະມາຊິກຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳທີ່ໄດ້ຂັດຂວາງ ບໍ່ໃຫ້ມີການລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍ ປະຕິຮູບຄົນເຂົ້າເມືອງ ທີ່ແນໃສ່ ເພື່ອປົກປ້ອງຄຸ້ມຄອງເສດຖະກິດ ແລະອະນຸຍາດໃຫ້ພວກຄົນເຂົ້າເມືອງຈຳນວນນຶ່ງ ໄດ້ຮັບສັນຊາດນັ້ນ. ທ່ານກ່າວວ່າ ສະຖາ ນະການໃນປັດຈຸບັນນີ້ ກຳລັງບີບບັງຄັບໃຫ້ທ່ານ ຕ້ອງໄດ້ດຳເນີນການຕາມລຳພັງ ແຕ່ພຽງ ຜູ້ດຽວ.

ປະທານາທິບໍດີໂອບາມາເວົ້າວ່າ “ໃນບາດກ້າວອັນທຳອິດ ຂ້າພະເຈົ້າໄດ້ສັ່ງໃຫ້ລັດ ຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານ Jeh Johnson ແລະ ລັດ ຖະມົນຕີກະຊວງຍຸຕິທຳ ທ່ານ Eric Holder ຍົກຍ້າຍຊັບພະຍາກອນທີ່ມີຢູ່ ແລະ ທີ່ເໝາະສົມ ຈາກພາຍໃນປະເທດ ໄປຍັງເຂດຊາຍແດນ. ການປ້ອງກັນຄວາມ ປອດໄພຂອງສາທາລະນະຊົນ ແລະການເນລະເທດພວກອາດຊະຍາກອນ ທີ່ ເປັນອັນຕະລາຍແມ່ນ​ໄດ້ເປັນແລະຍັງສືບຕໍ່ເປັນບູລິມະສິດ ແຕ່ພວກເຮົາຈະເພັ່ງ ເລັງຄວາມພະຍາຍາມ ຂອງພວກເຮົາໃໝ່ ​ໃສ່ບ່ອນທີ່ພວກເຮົາ ສາມາດ​ເຮັດໄດ້ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາໄດ້ດຳເນີນການໃນສິ່ງທີ່ຕ້ອງໄດ້ເຮັດເພື່ອໃຫ້ ຊາຍແດນຂອງພວກເຮົາ ມີຄວາມປອດໄພ.”

ມີພວກເດັກນ້ອຍຫລາຍກວ່າ 52,000 ຄົນ ໄດ້ເດີນທາງມາເຖິງພາກໃຕ້ຂອງລັດເທັກຊັສ ນັບແຕ່ເດືອນຕຸລາ 2013 ມາ​ຮອດທ້າຍ​ເດືອນ​ມິຖຸນາ 2014 ນີ້ ເຮັດໃຫ້ສູນຄຸມຂັງຕ່າງໆ ຢູ່ຕາມເຂດຊາຍແດນເຕັມໄປໝົດ. ຊາວອາເມຣິກັນບາງຄົນ ໄດ້ຖິ້ມໂທດໃສ່ລັດຖະບານ ກ່ຽວກັບການຫຼັ່ງໄຫຼມາຂອງພວກເດັກນ້ອຍ​ເຫຼົ່ານີ້ ທີ່​ມາຈາກກວາເຕມາລາ ຮອນດູຣາສ ແລະແອລຊາລວາດໍ.

ທ່ານ Greg Abbot ຫົວໜ້າພະແນກຍຸຕິທຳຂອງລັດເທັກຊັສ ກ່າວວ່າ “ສ່ວນນຶ່ງແມ່ນວິ ກິດການດ້ານມະນຸດສະທຳ ຍ້ອນນະໂຍບາຍຂອງປະທານາທິບໍດີແມ່ນລໍ້ລວງໃຫ້ ພວກເດັກນ້ອຍເຫຼົ່ານີ້ ພາກັນສ່ຽງຊີວິດເພື່ອເດີນທາງມາແຕ່ອາເມຣິກາກາງ ເພື່ອ ມາຍັງລັດເທັກຊັສ.”

ສ່ວນລັດຖະບານສະຫະລັດ ໄດ້ຖິ້ມໂທດສະຖານະການດັ່ງກ່າວໃສ່ກົດໝາຍສະບັບນຶ່ງທີ່ ໄດ້ມີການຮັບຮອງເອົາ ພາຍໃຕ້ລັດຖະບານ ປະທານາທິບໍດີ Bush ທີ່ບອກວ່າ ບໍ່​ໃຫ້ສົ່ງ ພວກເດັກນ້ອຍກັບຄືນບ້ານໃນທັນທີ. ປະທານາທິບໍດີໂອບາມາ ຕ້ອງການທີ່ຈະປ່ຽນແປງ ກົດໝາຍດັ່ງກ່າວ. ທ່ານໄດ້ຮ້ອງຂໍເງິນຈາກສະພາຫລາຍກວ່າ 2 ພັນລ້ານໂດລາເພື່ອແກ້ ໄຂວິກິດການນີ້.

ໃນລະຫວ່າງການເດີນທາງໄປຢ້ຽມຢາມເຂດຊາຍແດນທີ່ລັດອາຣິໂຊນານັ້ນ ລັດຖະມົນຕີ ຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານ Jeh Johnson ຮຽກຮ້ອງໃຫ້ລັດຖະ ບານຂອງບັນດາປະເທດໃນເຂດອາເມຣິກາກາງ ຊ່ວຍຍຸດຕິການຫລັ່ງ​ໄຫຼລມາ​ຂອງ​ພວກ​ເດັກນ້ອຍ.

ທ່ານ Johnson ເວົ້າວ່າ “ເນື້ອໄນໃຈຄວາມໂດຍລວມຂອງຂ້າພະເຈົ້າ ກໍຄືວ່າ ມັນ ບໍ່ປອດໄພທີ່ຈະສົ່ງລູກເຕົ້າຂອງພວກເຈົ້າ ເດີນທາງມາໄກເຖິງ 1,600 ຫຼັກກິໂລ
ແມັດ ຜ່ານເຂົ້າໄປໃນເມັກຊິໂກ ແລະໄປຫາພາກໃຕ້ຂອງລັດເທັກຊັສ. ຖ້າທ່ານ ຫາກເປັນພໍ່ແມ່ ທີ່ຄິດຈະປ່ອຍ​ລູກ​ມາ​ນັ້ນ ຂໍ​ໃຫ້​ຮູ້​ວ່າ ການຍົກເວັ້ນ ການດຳເນີນ ການຕໍ່ພວກເດັກນ້ອຍ ທີ່ມາເຖິງ ແມ່ນບໍ່ມີແລ້ວ ສຳລັບພວກລູກເຕົ້າ ຂອງທ່ານ. ການປະຕິຮູບລະບົບຄົນເຂົ້າເມືອງໃນຂອບເຂດທີ່ກວ້າງຂວາງ ການໄດ້ຮັບເສັ້ນ

ທາງ ໄປສູ່ການເປັນພົນລະເມືອງ ຈະບໍ່ມີ ສຳລັບພວກລູກເຕົ້າ ຂອງພວກທ່ານ.
ມັນເປັນ ການເດີນທາງທີ່ເປັນອັນຕະລາຍ ແລະກໍອັນຕະລາຍຫຼາຍ.”

ປະທານາທິບໍດີໂອບາມາເວົ້າວ່າ ການເອົາບາດກ້າວຂອງລັດຖະບານຈະເພີ້ມການຮັກສາ ຄວາມປອດໄພ ຢູ່ໃນເຂດຊາຍແດນ ແຕ່ບັນຫາໂດຍລວມ ກ່ຽວກັບເລື່ອງຄົນເຂົ້າເມືອງທີ່ ຜິດກົດໝາຍແມ່ນ​ຈະບໍ່ສາມາດແກ້ໄຂ​ໄດ້ ໂດຍປາດສະຈາກການເຄື່ອນໄຫວຂອງລັດຖະ ສະພາ.

ວີດີໂອ: ພັກຣີພັບບລິກັນຖິ້ມໂທດ ໃສ່ລັດຖະບານໂອຍາມາວ່າ ເຮັດໃຫ້ເດັກນ້ອຍຫຼັ່ງໄຫຼ ເຂົ້າປະເທດ:

CN-Republicans Blame Obama for Surge of Child Immigrants
please wait

No media source currently available

0:00 0:02:56 0:00

U.S. President Barack Obama has called the influx of unaccompanied immigrant children on the southwestern border of the United States a humanitarian crisis caused for the most part by the country's broken immigration system. The president has blamed Republican lawmakers for blocking his efforts to reform the immigration law, and said he will use an executive action to protect U.S. borders. Zlatica Hoke has more.]]

Hundreds of unaccompanied children from Central America are arriving daily on the U.S. border, hoping to gain entry. They are flooding the immigration system, which must determine whether they have grounds to stay in the country legally before they are deported.

"The problem is that our system is so broken, so unclear, that folks don't know what the rules are."

President Obama said Monday that smugglers, traffickers and other dangerous criminals use the confusion in the U.S. immigration system to traffic people and goods across the border. He said illegal immigrants and businesses that use them harm the U.S. economy and labor. He lashed out at Republicans in the House of Representatives for blocking a vote on an immigration reform bill, aimed at protecting the economy and allowing some illegal immigrants to gain citizenship. He said the current situation is forcing him to act on his own.

"As a first step, I am directing the secretary of homeland security [[Jeh Johnson]] and the attorney general [[Eric Holder]] to move available and appropriate resources from our interior to the border. Protecting public safety and deporting dangerous criminals has been and will remain the priority, but we are going to refocus our efforts where we can to make sure that we do what it takes to keep our borders secure."

More than 52,000 children have arrived in south Texas since October, filling border detention facilities to capacity. Some Americans blame the administration for the flood of children from Guatemala, Honduras and El Salvador.

"It's in part a humanitarian crisis because presidential policies are enticing children to risk their lives to travel from Central America to the state of Texas."

The administration blames the situation on a law passed under the Bush administration that says the children cannot be immediately sent back to their homes. President Obama wants to change that law. He is asking Congress for more than $ 2 billion to address the crisis.

During a visit to the border in Arizona, U.S. Secretary of Homeland Security Jeh Johnson called on Central American governments to help stop the practice.

"My overall message is that it is not safe to send your child on the over 1,000-mile [[1,600-kilometer]] journey into Mexico and into South Texas. If you are a parent considering doing this, DACA [Deferred Action for Child Arrivals] is not available for your child. Comprehensive immigration reform, the earned path to citizenship, is not available for your child. It is a dangerous, dangerous journey."

President Obama said his executive action will boost border security, but that the overall problem of illegal immigration cannot be solved without congressional action.

XS
SM
MD
LG