ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ວ່າ ອາເມຣິກາ ມີຄວາມຮັບຜິດຊອບ ພິເສດ ເພື່ອນຳພາໂລກ


ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງທີ່ມະຫາວິທະຍາໄລ
Queensland ໃນນະຄອນ Brisbane ປະເທດ Australia (15 ພະຈິກ 2014)
ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງທີ່ມະຫາວິທະຍາໄລ Queensland ໃນນະຄອນ Brisbane ປະເທດ Australia (15 ພະຈິກ 2014)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ສະ
ຫະລັດ ໃນຖານະທີ່ເປັນມະຫາອຳນາດ ແຕ່ພຽງປະເທດດຽວ
ໃນໂລກ ມີຄວາມຮັບຜິດຊອບພິເສດ ໃນການນຳພາໂລກ ເພື່ອທຳລາຍກຸ່ມກໍ່ການຮ້າຍລັດອິສລາມ ຫລື ISIL ຕໍ່ສູ້ກັບ
ອີໂບລາໃນເຂດອາຟຣິກາຕາເວັນຕົກແລະຮັບມືກັບການປ່ຽນ
ແປງຂອງດິນຟ້າອາກາດ ຮວມຢູ່ໃນບັນຫາຕ່າງໆ.

ໃນຄຳປາໄສທີ່ມະຫາວິທະຍາໄລນະຄອນ Brisbane ຢູ່ຂ້າງ
ນອກຂອງກອງປະ ຊຸມສຸດຍອດຂອງກຸ່ມຈີ 20 ນັ້ນ ປະທານາ
ທິບໍດີສະຫະລັດປະກາດວ່າ ວໍຊິງຕັນ ຈະສືບຕໍ່ເພັ່ງເລັງໃສ່ເຂດເອເຊຍປາຊີຟິກ.

ປະທານາທິບໍດີໂອບາມາ ເວົ້າວ່າ “ດັ່ງນັ້ນຂ້າພະເຈົ້າມາທີ່ນີ້ໃນມື້ນີ້ ເພື່ອເວົ້າວ່າ ການນຳ
ພາຂອງອາເມຣິກາ ໃນເຂດເອເຊຍປາຊີຟິກ ຈະເປັນຈຸດເພັ່ງເລັງພື້ນຖານສະເໝີ ໃນນະ
ໂຍບາຍການຕ່າງປະເທດຂອງຂ້າພະເຈົ້າ. ມັນຈະບໍ່ຄ່ອຍເປັນຫົວຂໍ້ຂ່າວສຳຄັນ. ມັນຈະ
ບໍ່ສາມາດຊັ່ງຊາໄດ້ ຕາມຈຳນວນການເດີນທາງທີ່ຂ້າພະເຈົ້າໄດ້ມາ ເຖິງແມ່ນຂ້າພະເຈົ້າ
ຍັງສືບຕໍ່ກັບຄືນມາກໍຈິງຢູ່.”

ຜູ້ນຳຂອງສະຫະລັດກ່າວວ່າ ຄວາມໝັ້ນຄົງທີ່ມີປະສິດທິຜົນໃນເຂດເອເຊຍ ແມ່ນຈະອີງ
ຕາມການເປັນພັນທະມິດແລະກົດໝາຍນາໆຊາດ ບໍ່ແມ່ນເຂດອິດທິພົນ ຫຼືປະເທດໃຫຍ່
ບຽດບຽນປະເທດນ້ອຍ.

ປະທານາທິບໍດີໂອບາມາເວົ້າວ່າ “ພວກເຮົາເຊື່ອວ່າ ປະເທດຕ່າງໆ ແລະປະຊາຊົນມີສິດ
ທິທີ່ຈະດຳລົງຊີວິດແບບມີຄວາມປອດໄພ ແລະສັນຕິພາບ ຊຶ່ງແບບແຜນຄວາມປອດໄພ ທີ່ມີປະສິດທິຜົນ ສຳລັບເຂດເອເຊຍນັ້ນ ຕ້ອງອີງຕາມ ບໍ່ແມ່ນເຂດອິດທິພົນຫລືການບີບ ບັງຄັບ ຫລືການຂົ່ມຂູ່ ບ່ອນທີ່ປະເທ ໃຫຍ່ບຽດບຽນປະເທດນ້ອຍ ແຕ່ອີງຕາມການເປັນ ພັນທະມິດ ເພື່ອຄຸ້ມຄອງຄວາມປອດໄພຮ່ວມກັນ ຕາມກົດໝາຍນາໆຊາດ ແລະບັນທັດ ຖານທີ່ເທີດທູດກັນມາ ແລະການແກ້ໄຂບັນຫາຂັດແຍ້ງຕ່າງໆດ້ວຍສັນຕິວິທີ.”

ປະທານາທິບໍດີໂອບາມາເວົ້າວ່າ ແຫຼ່ງທີ່ມາອັນແທ້ຈິງ ຂອງຄວາມຖືກຕ້ອງຊອບທຳຕາມ
ກົດໝາຍພຽງອັນດຽວເທົ່ານັ້ນ ກໍຄືປະຊາທິປະໄຕແ ລະການຍອມຮັບຂອງປະຊາຊົນ.

ນອກນັ້ນທ່ານໂອບາມາຍັງປະເທດວ່າ ສະຫະລັດຈະໃຫ້ການຊ່ອຍເຫຼືອ 3 ພັນລ້ານໂດລາ
ຕໍ່ກອງທຶນຄຸ້ມຄອງອາກາດ ເພື່ອຊ່ອຍບັນດາປະເທດ ທີ່ກຳລັງພັດທະນາ ຮັບມືກັບການ
ປ່ຽນແປງຂອງດິນຟ້າອາກາດ.

ປະທານາທິບໍດີໂອບາມາກ່າວວ່າ ກອງທຶນນີ້ຈະໃຫ້ການຊ່ອຍເຫຼືອກ່ຽວກັບສິ່ງທີ່ຈຳເປັນ
ຕ່າງໆເຊັ່ນລະບົບເຕືອນໄພ ແລະລະບົບປ້ອງກັນທີ່ເຂັ້ມແຂງ ເພື່ອຮັບມືກັບຟອງທະເລ
ໃຫຍ່ທີ່ເກີດຈາກລົມພາຍຸ. ນອກນັ້ນຍັງຈະຊ່ອຍພວກພໍ່ໄຮ່ຊາວນາປູກພືດທີ່ມີຄວາມທົນ
ທານຫຼາຍຂຶ້ນ ແລະຊ່ອຍບັນດາປະເທດທີ່ກຳລັງພັດທະ ນາຫລຸດຜ່ອນການປ່ອຍແກັສ
ເຮືອນແກ້ວ ແລະລົງທຶນໃນພະລັງງານທີ່ສະອາດ.

ປະທານາທິບໍດີສະຫະລັດເວົ້າວ່າ ມັນບໍ່ແມ່ນແຕ່ລັດຖະບານເທົ່ານັ້ນ ທີ່ສາມາດຕໍ່ສູ້ກັບ
ການປ່ຽນແປງຂອງດິນຟ້າອາກາດ. ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນໂດຍສະເພາະພວກ
ຊາວໜຸ່ມ ສະແດງຄວາມຄິດຄວາມເຫັນ ຂອງພວກເຂົາເຈົ້າ ໂດຍເວົ້າວ່າ ພວກເຂົາເຈົ້າ
ສົມຄວນທີ່ຈະໄດ້ດຳລົງຊີວິດຢູ່ໃນໂລກທີ່ສະອາດ ແລະບໍ່ເປັນໄພຕໍ່ສຸຂະພາບຂອງເຂົາ
ເຈົ້າ.

Obama G20 WEB
please wait
Embed

No media source currently available

0:00 0:01:51 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG