ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຍັງອອກຫາສຽງ ໃນມື້ສຸດທ້າຍ (ວີດິໂອ)


ຜູ້ສະມັກເລືອກຕັ້ງທັງສອງທ່ານ ຍັງອອກໂຄສະນາຫາສຽງ ຢ່າງຂຸ້ນຂ້ຽວ ໃນມື້ສຸດທ້າຍ, ວັນຈັນ ທີ 5 ພະຈິກ ມື້ນີ້.
ຜູ້ສະມັກເລືອກຕັ້ງທັງສອງທ່ານ ຍັງອອກໂຄສະນາຫາສຽງ ຢ່າງຂຸ້ນຂ້ຽວ ໃນມື້ສຸດທ້າຍ, ວັນຈັນ ທີ 5 ພະຈິກ ມື້ນີ້.
ການ​ໂຄສະນາ​ຫາ​ສຽງອັນ​ຍາວ​ນານ ແລະ​ມີ​ການ​ແຂ່ງຂັນ​ກັນ​
ຢ່າງ​ດຸ​ເດືອດ ​ເພື່ອ​ໃຫ້​ໄດ້​ເປັນປະທານາທິບໍດີສະຫະລັດ ​ໃນ​
ລະຍະ​ສີ່​ປີ​ຂ້າງ​ໜ້ານັ້ນ ​ໃນ​ທີ່​ສຸດ ​ກໍໄດ້​ມາ​ເຖິງ​ຈຸດ​ອາ​ວະສາ​ນ
ພ້ອມກັບທີ່​ຜູ້ສະ​ມັກ​ແຂ່ງ​ຂັນ​ສອງ​ທ່ານ ພາກັນ​ລົງ​ພື້ນຖານ​
ຢ້ຽມ​ຢາມ​ຫລາຍໆ​ລັດ ​ໃນ​ວັນ​ຈັນ​ມື້​ນີ້ ໃນການດໍາ​ເນີນ​ຄວາມ​
ພະຍ​າຍາມ​ຄັ້ງ​ສຸດ​ທ້າຍ ​ເພື່ອ​ທັບ​ມ້າງ​ອັນ​ທີ່​ການ​ຢັ່ງຫາງ​ສຽງ
ບອກ​ວ່າ ​ເປັນ​ການ​ແຂ່ງຂັນ​ທີ່​ສູ​ສີ​ກັນ​ທີ່​ສຸດນັ້ນ.

ມີພຽງ​ບໍ່​ເທົ່າໃດ​ລັດ ໃນ​ຈໍານວນ 50 ລັດ ​ທີ່​ຖື​ວ່າ​ຄູ່​ແຂ່ງ​ທັງ​ສອງ
​ມີ​ຄະ​ແນນ​ນິຍົມເກືອບ​ເທົ່າໆ​ກັນ ຊຶ່ງ​ນໍາ​ໂດຍ​ລັດ Ohio, Florida,
​ແລະ Wisconsin ຕິດ​ຕາມ​ມາດ້ວຍ ລັດ Virginia, Colorado,
​ແລະ Iowa. ​ແຕ່ລັດນ້ອຍໆ New Hampshire ກໍ​ໄດ້​ກ້າວ​ຂຶ້ນມາ
ຮ່ວມກັບ ອີກ 6 ລັດທີ່​ກ່າວ​ຊື່​ມາ​ນັ້ນ ອັນເປັນບ່ອນທີ່ບໍ່​ມີຜູ້ສະມັກ
ຄົນໃດ ມີ​ຄະ​ແນນ​ນໍາ​ໜ້າ​ຢ່າງແຈ້ງຂາວ ໃນການເລືອກຕັ້ງໃນວັນອັງຄານ ມື້ອື່ນນີ້.

ໃນວັນຈັນມື້ນີ້ ປະທານາທິບໍດີ ຄົນປັດຈຸບັນ ທ່ານ Barack Obama ກັບຄືນໄປລັດ Wisconsin Iowa ແລະ Ohio ເພື່ອ​ໂຄສະນາ​ຫາ​ສຽງ​ຕື່ມ​ອີກ ກ່ອນຈະເດີນທາງເມືອບ້ານ
ຂອງທ່ານທີ່ນະຄອນ Chicago ລັດ Illinois ບ່ອນທີ່ທ່ານຈະພັກເຊົາຢູ່ ໃນຕອນແລງຂອງ
ວັນເລືອກຕັ້ງ.

ສ່ວນລາຍການຂອງ ທ່ານ Mitt Romney ຄູ່ແຂ່ງຈາກພັກຣິພັບບລິກັນນັ້ນ ​ແມ່ນ​ຈະ​ໄປ​ຫາ​ສຽງ​ຢູ່​ ລັດ Florida ໃນເຊົ້າວັນຈັນມື້​ນີ້ ກ່ອນຈະເດີນທາງກັບ​ໄຢຍັງລັດ Virginia Ohio ແລະ New Hampshire. ທ່ານຈະພັກເຊົາໃນຄໍ່າຄືນວັນເລືອກຕັ້ງ ຢູ່ນະຄອນ Boston ຊື່ງເປັນ
ບ້ານຂອງທ່ານ ທີ່ລັດ Massachusetts.

ຜູ້ສະມັກທັງສອງ​ໄດ້​ໄປ​ປາກົດໂຕຕໍ່ໜ້າຝູງຊົນອັນໜາແໜ້ນ ທີ່​ສົ່ງ​ສຽງ​ດັງ​ ຮ້ອງ​ເຊຍ​ພວກ​ທ່ານ ໃນວັນອາທິດວານນີ້ ​ໃນ​ການຢຸດແວະຫາສຽງ ຢູ່ໃນລັດສໍາຄັນຕ່າງໆ.

ນອກຈາກ​ປ່ອນ​ບັດ​ເອົາປະທານາທິບໍດີ​ແລ້ວ​ ການ​ເລືອກ​ຕັ້ງໃນ​ມື້​ອື່ນ​ນີ້ ຍັງ​ແມ່ນ​ການ​ປ່ອນ​ບັດ​ເອົາ​ ຜູ້​ແທນ​ສະພາ​ຕໍ່າ​ທັງໝົດ 435 ຄົນ ແລະ 1 ສ່ວນ 3 ຂອງຜູ້ແທນສະພາສູງ ຫລື 33 ​ໃນ​ຈໍານວນ​ທັງ​ໝົດ 100 ຄົນ. ບັນດານັກວິເຄາະກ່າວໂດຍທົ່ວໄປວ່າພັກຣີພັບບລິກັນ ຈະສືບຕໍ່ ​ເປັນ​ພັກ​ສຽງ​ສ່ວນ​ຫລາຍໃນສະພາຕໍ່າ ໃນຂະນະທີ່ ສະມາຊິກຂອງ ພັກເດໂມແຄຣັທຂອງ
ປະທານາທິບໍດີ​ໂອ​ບາ​ມາ ອາດຈະສາມາດສືບ​ຕໍ່ ​ເປັນ​ພັກ​ສຽງ​ສ່ວນ​ຫລາຍ​ຢູ່ໃນສະພາສູງ​ໄດ້ ​ແຕ່​ກໍ​ຈະ​ບໍ່​ລື່ນ​ກັນ​ຫລາຍ.

ເບິ່ງວີດິໂອການຫາສຽງຂອງທ່ານໂອບາມາ ແລະທ່ານຣອມນີໃນມື້ສຸດທ້າຍ:

XS
SM
MD
LG