ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປ. ໂອບາມາ ຈະເພັ່ງເລັງໃສ່ ເລື່ອງສະພາບ ອາກາດ ຫຼັງຈາກ ໄປພັກຜ່ອນ ມາແລ້ວ


ຈາກຊ້າຍ ປະທານາທິບໍດີ ບາຣັກ ໂອບາມາ ພ້ອມກັບລູກສາວ ນາງ Malia ແລະ ສະຕີໝາຍເລກໜຶ່ງ ທ່ານນາງ Michelle Obama ພ້ອມກັນກັບລູກສາວ ນາງ Sasha, ພວມຍ່າງ ອອກຈາກ ເຮືອບິນເຮລິຄອບເຕີ້ Marine One ຜ່ານເດີ່ນຫຍ້າທາງທິດໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນອາທິດ ທີ 23 ສິງຫາ 2015.
ຈາກຊ້າຍ ປະທານາທິບໍດີ ບາຣັກ ໂອບາມາ ພ້ອມກັບລູກສາວ ນາງ Malia ແລະ ສະຕີໝາຍເລກໜຶ່ງ ທ່ານນາງ Michelle Obama ພ້ອມກັນກັບລູກສາວ ນາງ Sasha, ພວມຍ່າງ ອອກຈາກ ເຮືອບິນເຮລິຄອບເຕີ້ Marine One ຜ່ານເດີ່ນຫຍ້າທາງທິດໃຕ້ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນອາທິດ ທີ 23 ສິງຫາ 2015.

ປະທານາທິບໍດີ​ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກຳລັງ​ສືບ​ຕໍ່​
ແນ​ໃສ່​ຊຳລະ​ສະ​ສາງ​ ການ​ຜະລິ​ດພະລັງງານ​ ຂອງປະ​ເທ​ດ
ດ້ວຍ​ຄຳ​ປາ​ໄສ ​ທີ່​ສຳ​ຄັນ​ ໃນ​ວັນ​ຈັນ​ມື້​ນີ້​ ທີ່​ກອງ​ປະຊຸມ​ໃຫຍ່​
ໃນ​ນະຄອນ Las Vegas.

​ເຫດການ​ດັ່ງກ່າວ​ມີ​ຂຶ້ນ​ ໃນ​ຂະນະ​ທີ່​ທ່ານ ​ໂອ​ບາ​ມາ ​ໄດ້​ກັບ​ຄືນ
​ມາ​ຈາກ​ການ​ໄປພັກ​ຜ່ອນ 2 ສັບປະດາ ​ພ້ອມ​ດ້ວຍບັນຫາ​ສຳຄັນ
​ທີ່​ກຳລັງ​ປະ​ເຊີນ​ໜ້າທ່ານ​ ໃນ​ສອງ​ສາມ​ເດືອນ​ຂ້າງ​ໜ້າ, ລວມທັງ​
ການ​ເຮັດ​ວຽກ​ ເພື່ອ​ຜັກ​ດັນ​ຂໍ້​ຕົກລົງ​ສາກົນ ​ກ່ຽວ​ກັບ​ໂຄງການ​
ນິວ​ເຄລຍຂອງອີ​ຣ່ານ ຜ່ານ​ສະພາ​ ທີ່​ມີ​ການ​ສົງ​ໄສຢູ່​ນັ້ນ.

​ແຕ່​ວ່າໃນ​ຂະນະ​ທີ່ທົ່ວ​ໂລ​ກ ​ກຳລັງ​ພະຍາຍາມບັນ​ລຸ ຂໍ້​ຕົກລົງ​ທີ່​ຍັງ​ຂ້ອງ​ຄາ​ຢູ່ ເພື່ອ​ຄວບ​ຄຸມ ​ສະພາບອາກາດ​ປ່ຽນແປງໃນ​ທ້າຍ​ປີ​ນີ້, ທ່ານ​ປະທານາທິິບໍດີ​ກໍ​ແມ່ນໄດ້​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ ​ຕັດ​ການ​ປ່ອຍ​ຄວັນ​ພິ​ດຄາບ​ອນ.

ກອງ​ປະ​ຊຸມສຸດ​ຍອດແຫ່ງ​ຊາດເພື່ອພະລັງງານ​ສະອາດ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ໄດ້​ແນ​ໃສ່​ການ​ຫາ​ວິທີ​ທີ່​ລັດຖະບານ ​ແລະ ພາກ​ເອກະ​ຊົນຈະ​ສາມາດ​ເຮັດ​ວຽກ​ຮ່ວມ​ກັນ​ ກ່ຽວກັບ​ການ​ແກ້​ໄຂ​ພະລັງງານ​ສະອາດ ​ແລະ ​ເຮັດ​ໃຫ້​ລະ​ບົບສາຍ​ໄຟຟ້າ​ຂອງ​ ສະຫະລັດ ທັນ​ສະ​ໄໝ​ຂຶ້ນ. ​ນອກຈາກ​ທ່ານ ​ໂ​ອບາ​ມາ​ແລ້ວ, ​ບັນດາຜູ້ກ່າວ​ຄຳ​ປາ​ໄສ ກໍ​ມີລວມທັງ​ຜູ້ນຳ​ຈາກ​ບໍ​ລິ​ສັດ​ບໍລິການ​ໄຟ​ຟ້າ​ສາທາລະນະ, ບໍລິ​ສັດ​ພະລັງງານ​ແສງ​ຕາ​ເວັນ ​ແລະ ບໍລິສັດ​ຜະລິດ​ລົດ​ພະລັງງານ​ໄຟຟ້າ.

ໃນ​ຕອນ​ຕົ້ນ​ຂອງ​ເດືອນ​ນີ້, ທ່ານ​ ​ໂອ​ບາ​ມາ ​ໄດ້​ເປີດ​ເຜີຍ​ກົດ​ລະບຽບ​ໃໝ່ສຳລັບ​ບັນ​ດາ​ໂຮງງາ​ນ​ໄຟຟ້້າ ​ພ້ອມ​ກັບ​ເປົ້າ​ໝາຍ​ໃນ​ການ​ຕັດ​ການ​ປ່ອຍ​ຄວັນ​ພິດ ຄາບ​ອນ ລົງ 32 ​ເປີເຊັນ​ຕ່ຳກວ່າ​ລະດັບ​ຂອງປີ 2005 ພາຍ​ໃນ​ປີ 2​030. ຖ້າ​ຫາກແຜນການ​ດັ່ງກ່າວ​ໄດ້​ຮັບ​ການປະຕິບັດ, ມັນກໍ​ຍັງ​ຈະ​ຮຽກຮ້ອງ​ໃຫ້​ເພີ່ມ​ຈຳນວນ ​ຂອງ​ການ​ຜະລິດ​ໄຟຟ້າ​ໂດ​ຍ​ແຫຼ່ງພະລັງງານ​ທົດ​ແທນຂຶ້ນ​ຕື່ມ ດັ່ງນັ້ນ​ມັນຈຶ່ງ​ຈະ​ເຮັດ​ໃຫ້​ເປັນ 28 ​ເປີ​ເຊັນ​ຂອງ​ການ​ຜະລິດ​ພະລັງງານ​ທັງ​ໝົດ.

ບັນດາ​ບໍລິສັດ​ໄຟຟ້າ​ ໄດ້ປ່ຽນ​ແປງ​ການ​ປະຕິບັດ​ການ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ​ໃນບໍ່​ເທົ່າໃດ
​ປີ​ທີ່​ຜ່ານ​ມາ, ໃນ​ການເພີ່ມການເພິ່ງ​ພາ​ອາ​ໄສ​ພະລັງງານ​ທຳ​ມະ​ຊາ​ດ​ເຊັ່ນ ​ແສງ​ອາ​ທິດ ​ແລະ ລົມ. ດັ່ງ​ຜົນ​ທີ່​ອອກ​ມາ, ຂໍ້​ມູນ​ຂອງ​ລັດຖະບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຫຼຸ​ດລົງ​ ໃນການ​ ​ປ່ອນ​ຄວັນ​ພິດ​ ຄາບ​ອນ ຈາກ​ບັນໂຮງງານ​ໄຟຟ້າເຜົາ​ໄໝ້​ຖ່ານ​ຫີນ.

ບັນຫາ​ຂອງ​ການ​ຫຼຸດ​ຈໍານວນ​ການ​ປ່ອຍທາດ ຄາບ​ອນ ທີ່​ໄດ້​ເປີດ​ເຜີຍ​ອອກ​ສູ່​ສາ​ທາລະນະ ​ແມ່ນ​ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ຄວາມ​ພະຍາຍາມ​ຂອງ​ທົ່ວ​ໂລກ ເພື່ອ​ຈຳກັດ​ອຸນຫະ​ພູມ​ທີ່​ສູງ​ຂຶ້ນນັ້ນ.

XS
SM
MD
LG