ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ລະນຶກເຖິງ ທະຫານ ທີ່ເສຍຊີວິດ ໃນວັນ Memorial​


ສະມາຊິກທະຫານກອງກຽດຕິຍົດ ພົນທະຫານ Brandon Hyer (ຊ້າຍ) ຈາກເມືອງ Kansas ລັດ Kansas ແລະ
ພົນທະຫານ Brad Dixon ຈາກນະຄອນ Baltimore ລັດ Maryland ປັກທຸງ ຢູ່ໜ້າຫີນຂຸມຝັງສົບ ທີ່ສຸສານແຫ່ງຊາດ Arlington.
ສະມາຊິກທະຫານກອງກຽດຕິຍົດ ພົນທະຫານ Brandon Hyer (ຊ້າຍ) ຈາກເມືອງ Kansas ລັດ Kansas ແລະ ພົນທະຫານ Brad Dixon ຈາກນະຄອນ Baltimore ລັດ Maryland ປັກທຸງ ຢູ່ໜ້າຫີນຂຸມຝັງສົບ ທີ່ສຸສານແຫ່ງຊາດ Arlington.

ວັນ​ Memorial​ ​ຊຶ່ງ​ເປັນ​ວັນ​ພັກທີ່​ຊາວ​ອາ​ເມຣິກັນສະຫລອງ ໃນວັນ​ຈັນສຸດ​ທ້າຍ​ຂອງ​ ເດືອນພຶດສະພາ ​ເພື່ອ​ໃຫ້​ກຽດ​ແກ່​ບັນດາ​ຜູ້​ຊາຍແລະ​ແມ່ຍິງ ​ທີ່​ໄດ້​ເສຍ​ຊີວິດ​ ໃນ​ຂະນະ ​ທີ່ຮັບ​ໃຊ້ຢູ່​ໃນ​ກອງ​ທັບຂອງ​ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ ​ໃ​ນຄຳ​ປາ​ໄສ ປະຈຳ​ສັບປະດາ​ວ່າ “ມັນ​ເປັນ​ວັນ​ທີ່​ພວກ​ເຮົາ​ລະນຶກ​ເຖິງ ບັນດາ​ຜູ້​ທີ່​ບໍ່​ ເຄີ​ຍ​ໄດ້​ກັບ​ມາ​ບ້ານ​ເຮືອນ ບັນດາ​ຜູ້​ທີ່​ບໍ່​ມີ​ໂອກາດໄດ້ຖອດ​ເຄື່ອງແບບ ​ແລະ​ໃຫ້​ກຽດ​ວ່າ ​ເປັ​ນທະ​ຫານ​ຜ່ານ ​ເສິກ.”

ທ່ານ Obama ກ່າວ​ວ່າ ​ແນວ​ຄິດ​ຂອງ​ວັນ​ Memorial ນີ້ ​ໄດ້​ເກີ​ດມາ​ຈາກ “ພວກປະຊາ ​ຊົນ​ທຳ​ມະ​ດາຜູ້​ທີ່​ຮັບ​ຮູ້​ວ່າ ​ໃນ​ຂະນ​ະທີ່​ພວ​ກ​ເຮົາ​ບໍ່​ສາມາດ​ສ້າງ​ອະນຸສາວ​ລີໃຫ້ແກ່​ທຸກໆ ​ການ​ກະທຳ​ທີ່​ເປັນ​ວິລະ​ຊົນ ຂອງ​ທຸກໆ​ນັກ​ລົບ​ທີ່​ພວກ ເຮົາ​ໄດ້​ສູນ​ເສຍ​ຢູ່​ໃນ​ສົງຄາມ ພວກ ​ເຮົາ​ສາມາດ​ຮັກສາ​ຄວາ​ມຊົງ​ຈຳ​ຕໍ່​ພວກ​ເຂົາ​ເຈົ້າໃຫ້​ຍືນ​ຍົງ​ຕໍ່​ໄປ ​ໂດຍ​ການ​ເອົາ​ມື້​ນຶ່ງໃນ​ ເວລານຶ່ງ​ປີ ​ເພື່ອ​ຕົບ​ແຕ່ງ​ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ຝັງເອົາ​ໄວ້."

ຜູ້ນຳ​ສະຫະລັດ ກ່າວ​ວ່າ ທ່ານ “ບໍ່​ມີພັນທະ​ທີ່​ເຄັ່ງຂຶມ​ໃດໆໄປ​ກວ່າ​ການ​ນຳ​ພາ ບັນດາ​ຜູ້​ ຊາຍ ​ແລະ​ແມ່ຍິງ​ຢູ່​ໃນ​ເຄື່ອງ​ແບບ ​ໂດຍເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ​ພວກ​ເຮົາ​ສົ່ງ​ເຂົາ​ເຈົ້າ ​ໄປ​ສູ່​ໄພ​ອັນຕະລາຍ ​ເວ​ລາມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​.

ທ່ານ​ກ່າວ​ວ່າ ທ່ານ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານນາງ Michelle Obama “​ໄດ້​ໃຊ້​ເວລາ
ທີ່​ງຽບໆ​ຊົ່ວ​ລະຍະ​ນຶ່ງ​ກັບບັນດາ​ຄອບຄົວ​ຜູ້​ເສ​ຍຊີວິດ. ​ເຂົາ​ເຈົ້າ​ໄດ້ແບ່ງປັນ​ຄວາມ​ເຈັບ​ ປວດ ​ແຕ່​ຄວາມ​ມີ​ກຽດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ການ​ເສຍ​ສະລະ ​ແກ່​ຄົນ​ຮັກ​ເຂົາ​ເຈົ້າ ​ຢູ່​ພາຍ​ໃຕ້ ​ທຸງ​ທີ່​ພວກເຮົາມີ​ຄວາມ​ພູມ​ໃຈ.”

ທ່ານ​ຍັງ​ໄດ້​ສະ​ເໜີ​ວ່າ ການ​ວາງ​ດອກ​ໄມ້ “ຢູ່​ບ່ອນ​ຂຸມ​ຝັງ​ສົບ” ຫລື​ສົ່ງ “ຫໍ່​ຂອງ​ຂວັນ​ໄປ​ໃຫ້ ​ທະຫານ​ຂອງ​ພວກ​ເຮົາ​ຢູ່​ຕ່າງປະ​ເທດ” ຫລື​ຈ້າງ​ທະຫານ​ຜ່ານ​ເສິກ “ຜູ້​ທີ່​ຕຽມ​ພ້ອ​ມ ​ແລະ​ພໍ ​ໃຈ​ທີ່ຈະ​ຮັບ​ໃຊ້​ຢູ່່​ບ້ານ​ເຮືອນ ຄື​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ປະຕິບັດ​ຢູ່​ນອກ​ປະ​ເທດ.

ປະ​ທາ​ນາ​ທິບໍດີ Obama ກ່າວ​ວ່າ “ໜີ້​ສິນບຸນ​ຄຸນ​ທີ່​ພວກ​ເຮົາ​ຕິດສຳລັບບັນດາ ​ຜູ້​ກ້າຫານ ​ນັ້ນ ​ເປັນສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ບໍ່​ສາມາດ​ທີ່​ຈະ​ຕອບແທນ​ໄດ້​ຢ່າງ​ແທ້​ຈິງ.”

Memorial Day, an American holiday observed on the last Monday of May, honors men and women who died while serving in the U.S. military.

"It's a day we remember those who never made it home; those who never had the chance to take off the uniform and be honored as a veteran," U.S. President Barack Obama said Saturday in his weekly address.

Obama said the idea for Memorial Day came from "ordinary citizens who acknowledged that while we can't build monuments to every heroic act of every warrior we lost in battle, we can keep their memories alive by taking one day out of the year to decorate the places where they're buried."

He said he has "no more solemn obligation than leading our men and women in uniform. ... Making sure we only send them into harm's way when it's absolutely necessary."

Obama said he and first lady Michelle Obama "have spent quiet moments with the families of the fallen. ... They've shared their pain, but also their pride in the sacrifices their loved ones made under our proud flag."

He also urged Americans on this Memorial Day weekend to "take a moment and offer a silent word of prayer or public word of thanks" to the country's veterans.

The president also suggested laying flowers "at a fallen hero's final resting place" or sending "a care package to our troops overseas" or hiring a veteran "who is ready and willing to serve at home just as they did abroad."

"The debt we owe our fallen heroes is one we can never truly repay," Obama said.

XS
SM
MD
LG