ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ປະຕິເສດ ບໍ່ຮັບເອົາ ໂຄງການ ສ້າງທໍ່ນ້ຳມັນ Keystone XL


ປະທານາທິບໍດີ ບາຣັກ ໂອບາມາ ປະກາດການປະຕິເສດ ໂຄງການກໍ່ສ້າງ ທໍ່ນ້ຳມັນ Keystone XL ຂອງທ່ານ ຍ້ອນເຫດຜົນວ່າ ທ່ານເຊື່ອວ່າ ມັນຈະບໍ່ຮັບໃຊ້ຜົນ ປະໂຫຍດ ລະດັບຊາດ, ວັນທີ 6 ພະຈິກ 2015, ຢູ່ທີ່ຫ້ອງ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ບາຣັກ ໂອບາມາ ປະກາດການປະຕິເສດ ໂຄງການກໍ່ສ້າງ ທໍ່ນ້ຳມັນ Keystone XL ຂອງທ່ານ ຍ້ອນເຫດຜົນວ່າ ທ່ານເຊື່ອວ່າ ມັນຈະບໍ່ຮັບໃຊ້ຜົນ ປະໂຫຍດ ລະດັບຊາດ, ວັນທີ 6 ພະຈິກ 2015, ຢູ່ທີ່ຫ້ອງ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະຕິເສດບໍ່ຮັບເອົາ ໂຄງການ
ວາງທໍ່ນ້ຳມັນ Keystone XL ທີ່ເປັນບັນຫາຖົກຖຽງກັນ ຊຶ່ງແຜນ
ການຂອງໂຄງການນີ້ ຈະກໍ່ສ້າງທໍ່ນ້ຳມັນ ຍາວເກືອບ 1,900 ກິໂລ
ແມັດ ເພື່ອນຳສົ່ງນ້ຳມັນດິບ ຂອງການາດາ ໄປຍັງລັດຕ່າງໆ ຢູ່ອ່າວ
ທະເລແມັກຊິກໂກ ຂອງສະຫະລັດ. ຫຼັງຈາກ ມີການທົບທວນຄືນ
ຢ່າງຂຸ້ນຂ້ຽວແລ້ວ ທ່ານໂອບາມາ ກໍໄດ້ປະກາດ ວ່າ ໂຄງການດັ່ງ
ກ່າວ ຈະບໍ່ເປັນຜົນປະໂຫຍລະດັບຊາດ. ຜູ້ສື່ຂ່າວວີໂອເອ ປະຈຳ
ທຳນຽບຂາວ Mary Alice Salinas ມີລາຍງານຕື່ມ ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຄງການວາງທໍ່ນ້ຳມັນ Keystone XL ໄດ້ກາຍມາເປັນຈຸດໃຈກາງຂອງການອະພິປາຍ
ກ່ຽວກັບລາຍການດ້ານສະພາບແວດລ້ອມ ຂອງປະທານາທິບໍດີ ໂອບາມາ ແລະ ຄຳໝັ້ນ
ສັນຍາທີ່ໄດ້ກ່າວໄປແລ້ວ ທີ່ ວ່າຈະປະຕິບັດຢ່າງໜັກແໜ້ນ ເພື່ອຫລຸດຜ່ອນການປ່ຽນແປງ
ຂອງດິນຟ້າອາກາດ.

Obama Rejects Keystone XL Pipepline
please wait

No media source currently available

0:00 0:00:39 0:00

ຂະນະທີ່ ກອງປະຊຸມສຸດຍອດ ຂອງອົງການສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງ
ດິນຟ້າອາກາດ ມີກຳນົດຈະຈັດຂຶ້ນ ຢູ່ທີ່ນະຄອນຫຼວງ Paris ໃນເດືອນທັນວ່າປີນີ້ ປະທາ
ນາທິບໍດີ ໂອບາມາ ໄດ້ປະຕິເສດບໍ່ຮັບເອົາໂຄງການກໍ່ສ້າງທໍ່ນ້ຳມັນ ທີ່ອາດຈະນຳສົ່ງນ້ຳມັນ
ດິບ ຈາກການາດາ ໄປຍັງທ່າເຮືອຕ່າງໆ ໃນສະຫະລັດ ຢູ່ຕາມອ່າວທະເລເມັກຊິກໂກ ຂອງ
ສະຫະລັດ.

ທ່ານໂອບາມາ ເວົ້າວ່າ “ກະຊວງການຕ່າງປະເທດ ໄດ້ຕັດສິນໃຈ ວ່າ ໂຄງການວາງ
ທໍ່ນ້ຳມັນ Keystone XL ອາດຈະບໍ່ຮັບໃຊ້ຜົນປະໂຫຍດລະດັບຊາດ ຂອງສະຫະ
ລັດ. ຂ້າພະເຈົ້າ ເຫັນດີ ນຳການຕັດສິນໃຈນັ້ນ.”

ທ່ານໂອບາມາ ກ່າວອີກວ່າ ບໍລິສັດ TransCanada ເຈົ້າຂອງໂຄງການວາງທໍ່ນ້ຳມັນຈະບໍ່
“ປະກອບສ່ວນ ຢ່າງມີຄວາມໝາຍ ໄລຍະຍາວນານ” ຕໍ່ເສດຖະກິດ ຂອງອາເມຣິກາ,
ອາດຈະບໍ່ເຮັດໃຫ້ລາຄາຂອງນ້ຳມັນຫລຸດຕ່ຳລົງ ສຳຫລັບຜູ້ບໍລິໂພກ ແລະ ອາດຈະບໍ່ເພີ້ມ
ຄວາມໝັ້ນຄົງ ດ້ານພະລັງງານ ຂອງສະຫະລັດຂຶ້ນຕື່ມອີກ.

ທ່ານໄດ້ໂຕ້ແຍ້ງວ່າ ອັນທີ່ຈະເປັນການດີກວ່າ ແມ່ນຄວາມພະຍາຍາມ ຂອງລັດຖະບານທ່ານ
ເພື່ອທີ່ຈະຫລຸດຜ່ອນ ການເພິ່ງພາອາໄສ ນ້ຳມັນຂອງຕ່າງປະເທດ ແລະເພີ້ມການນຳໃຊ້ພະ
ລັງງານທີ່ສະອາດ ແລະທົດແທນຄືນໄດ້ນັ້ນຕ່າງຫາກ.

ທ່ານໂອບາມາ ເວົ້າວ່າ ປັດຈຸບັນນີ້ “ອາເມຣິກາ ເປັນຜູ້ນຳຂອງໂລກ ໃນເລື້ອງຂອງ
ການເອົາບົດບາດ ທີ່ໜັກແໜ້ນ ເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ
ແລະ ທີ່ຈິງແລ້ວ ການຮັບຮອງເອົາໂຄງການນີ້ ອາດຕັດລົງ ຖານະຂອງການເປັນ
ຜູ້ນຳຂອງໂລກຊໍ້າ. ແລະ ອັນນັ້ນເປັນການສ່ຽງໃຫຍ່ທີ່ສຸດ ທີ່ພວກເຮົາປະເຊີນໜ້າ
ຢູ່ ຊຶ່ງພວກເຮົາຈະບໍ່ກະທຳເລີຍ.”

ການຕັດສິນໃຈດັ່ງກ່າວ ໄດ້ດຶງດູດເອົາປະຕິກິລິຍາ ຢ່າງຊັດເຈນ ແລະ ວ່ອງໄວ ຈາກບັນດາ
ສະມາຊິກສະພາ ທີ່ນຳພາໂດຍພັກຣີພັບບລີກັນ ຜູ້ສະໜັບສະໜູນ ການກໍ່ສ້າງທໍ່ນ້ຳມັນນັ້ນ
ໂດຍກ່າວວ່າ ມັນອາດສ້າງວຽກເຮັດງານທຳ ຫລຸດຜ່ອນລາຄາ ຂອງນ້ຳມັນ ແລະການເພິ່ງ
ພາອາໄສ ນ້ຳມັນຂອງຕ່າງປະເທດລົງ.

ປະທານສະພາຕ່ຳ ທ່ານ Paul Ryan ກ່າວວ່າ ການຕັດສິນໃຈຂອງທ່ານໂອບາມາ ອີງຕາມ
ຄຳເວົ້າຂອງທ່ານ Ryan ທີ່ວ່າ “ມັນບໍ່ເປັນການປະຫລາດໃຈເລີຍ ແຕ່ມັນເປັນສິ່ງທີ່
ໜ້າເສຍໃຈ.”

ຜູ້ອຳນວຍການໃຫຍ່ ຂອງສະຖາບັນອຸດສາຫະກຳນ້ຳມັນ ອາເມຣິກັນ ທ່ານ Jack Gerard
ກ່າວວ່າ ການຕັດສິນໃຈນັ້ນ ຈະເຮັດໃຫ້ບັນດານັກລົງທຶນ ທໍ້ຖອຍໃຈ ໃນການກໍ່ສ້າງພື້ນຖານ
ໂຄງລ່າງດ້ານພະລັງງານ ແລະ ຊາວອາເມຣິກັນ ຜູ້ທີ່ຊອກຫາວຽກເຮັດທີ່ມີຄ່າຈ້າງດີ.

ທ່ານ Gerard ເວົ້າວ່າ “ອັນນີ້ ເປັນການໂຈມຕີ ຕໍ່ພະນັກງານຊາວອາເມຣິກັນ. ມັນ
ເປັນເລື້ອງຂອງການເມືອງ ທີ່ຂີ້ຮ້າຍທີ່ສຸດ.”

ທ່ານ Josh Mogerman ຂອງສະພາເພື່ອປົກປ້ອງຊັບພະຍາກອນທຳມະຊາດ ຫຼື Natural
Resources Defense Council ໄດ້ໂຕ້ແຍ້ງວ່າ ມັນເປັນເລື້ອງຂອງການເຄື່ອນຍ້າຍ ອາເມຣິກາ ໄປສູ່ ການຊົມໃຊ້ພະລັງງານທີ່ສະອາດ ແລະ ທົດແທນຄືນໄດ້.

ທ່ານ Mogerman ເວົ້າວ່າ “ຖ້າພວກເຮົາຈະເອົາຈິງເອົາຈັງ ກ່ຽວກັບການແກ້ໄຂບັນ
ຫາ ການປ່ຽນແປງຂອງດິນຟ້າອາກາດແລ້ວ ໃນເວລານັ້ນ ພວກເຮົາກໍບໍ່ຄວນຈະ
ເພີ້ມ ຄວາມເປື້ອນເປິທີ່ສຸດຂອງນ້ຳມັນຢູ່ໃນໂລກນີ້ ຂຶ້ນໃຫ້ເປັນສອງເທົ່າ.”

ທ່ານໂອບາມາ ໄດ້ຕິຕຽນ ການໂຕ້ຖຽງກັນດ້ານການເມືອງ ຂອງທັງສອງພັກຝ່າຍ ຕໍ່ບັນຫາ
ດັ່ງກ່າວ ໂດຍກ່າວວ່າ ການວາງທໍ່ນັ້ນ ບໍ່ໄດ້ນຳມາຊຶ່ງການຂະຫຍາຍຕົວຂອງເສດຖະກິດ ຢ່າງໃຫຍ່ ດັ່ງທີ່ບາງຄົນໄດ້ກ່າວອ້າງ ຫຼື ການຂະຫຍາຍຕົວ ດ້ານສະພາບແວດລ້ອມ ດັ່ງທີ່
ຄົນອື່ນໆໄດ້ຄາດຄະເນໄວ້ນັ້ນ.

XS
SM
MD
LG