ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີໂອບາມາ ຕອບໂຕ້ ທ່ານທຣໍາ ກ່ຽວກັບວ່າບໍ່ມີຄວາມຊື່ສັດໃນການເລືອກຕັ້ງ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຮ່ວມ ຢູ່ກອງປະຊຸມນັກຂ່າວ ລະຫວ່າງການຢ້ຽມຢາມຂອງ ນາຍົກລັດ ຖະມົນຕີອີຕາລີ ທີ່ທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຮ່ວມ ຢູ່ກອງປະຊຸມນັກຂ່າວ ລະຫວ່າງການຢ້ຽມຢາມຂອງ ນາຍົກລັດ ຖະມົນຕີອີຕາລີ ທີ່ທຳນຽບຂາວ.

ປະທານາທິບໍດີ ສຫຣ ທ່ານ ບາຣັກ ໂອບາມາ ໄດ້ຕອບໂຕ້ ທ່ານ ດານາລ ທຣຳ ໃນວັນອັງ ຄານວານນີ້ ໃນເລື້ອງທີ່ວ່າ ການເລືອກຕັ້ງປະທານາທິບໍດີ ເປັນເລື້ອງຄົດໂກງສຳລັບທ່ານ ໂດຍກ່າວວ່າ ຜູ້ສະມັກແຂ່ງຂັນທ່ານນີ້ “ຄວນຢຸດເຊົາຈົ່ມວ່າຄໍ່າຄວນ” ໄດ້ແລ້ວ ແລະ ແທນທີ່ຈະເຮັດແນວນັ້ນ ເພິ່ນຄວນມາຊັກຊວນໃຫ້ພວກປ່ອນບັດ ທັງຫຼາຍໄປເລືອກເອົາ ເພິ່ນ ຈະດີກວ່າໃນວັນທີ 8 ພະຈິກນີ້.

Obama Rebukes Trump for Claiming November Election is Rigged Against Him
please wait

No media source currently available

0:00 0:00:05 0:00

ທ່ານ ໂອບາມາໄດ້ກ່າວ ຢູ່ນຳນຽບຂາວ ໃນກອງປະຊຸມນັກຂ່າວ ໃນຂະນະທີ່ ນຍ ອິຕາລີ ຜູ້ມາຢ້ຽມຢາມນັ້ນ ຢືນຢູ່ຄຽງຂ້າງ “ຂ້າພະເຈົ້າບໍ່ເຄີຍເຫັນມາກ່ອນ ໃນຊີວິດຂອງຂ້າພະ ເຈົ້າ ຫຼືໃນປະຫວັດສາດການເມືອງ ຂອງຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຜູ້ໃດ ຈະ ພະຍາຍາມສ້າງຄວາມເສື່ອມເສຍ ໃຫ້ແກ່ການເລືອກຕັ້ງ ແລະການດຳເນີນງານຂອງ ການເລືອກຕັ້ງ ກ່ອນການລົງຄະແນນສຽງຈະເກີດຂຶ້ນ. ແນວນີ້ບໍ່ເຄີຍມີມາກ່ອນ. ມັນເກີດ ຂຶ້ນ ໂດຍບໍ່ອີງໃສ່ຄວາມຈິງອັນໃດ.”

Obama Tells Trump to Stop 'Whining'
please wait

No media source currently available

0:00 0:02:13 0:00

ໃນຂະນະທີ່ຜູ້ຕິດຕາມລ້າຫຼັງຄູ່ແຂ່ງຝ່າຍເດໂມກຣັດ ທ່ານນາງ ຮິລເລິຣີ ຄລິນຕັນ ຕາມ ການຢັ່ງສຽງມະຫາຊົນຢູ່ນີ້ ເມື່ອບໍ່ຫຼາຍມື້ຜ່ານມາ ທ່ານ ກໍໄດ້ຕັ້ງຄຳຖາມຂຶ້ນມາວ່າ ການ ເລືອກຕັ້ງນີ້ ເປັນໄປຖືກຕ້ອງຕາມກົດໝາຍຫຼືບໍ່.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump.

ມະຫາເສດຖີອະສັງຫາລິມະຊັບ ຜູ້ແຂ່ງຂັນເອົາຕໍ່າແໜ່ງບໍຣິຫານປະເທດເປັນເທື່ອທຳອິດ ນີ້ ພວມມອງເຫັນວ່າ ການລົງຄະແນນສຽງຄັ້ງນີ້ເປັນໂມຄະ ເພາະບາງລັດພວມລົງຄະ ແນນສຽງກ່ອນກຳນົດ ໂດຍບໍ່ໄດ້ສເນີຫຼັກຖານອັນໃດຂຶ້ນມາ. ທ່ານທຣຳ ອ້າງວ່າຈະມີບັນ ຫາເພີ້ມຂຶ້ນພາຍໃນຂ້າງໜ້າໃນມື້ເລືອກຕັ້ງ ແລະໃນມື້ນັ້ນແຫຼະ ການເລືອກຕັ້ງທົ່ວປະ ເທດຈະມີການສໍ້ໂກງ ແລ້ວທ່ານຍັງເວົ້າຕໍ່ໄປວ່າ ສື່ມວນຊົນແຫ່ງຊາດທົ່ວປະເທດກໍຈະ ມີການສົມຮູ້ຮ່ວມຄິດກັບອະດີດ ຣມຕ ຕ່າງປະເທດຄລິນຕັນ ເພື່ອສ້າງຄວາມແນ່ໃຈວ່າ ເພິ່ນຈະໄດ້ເປັນປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG