ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ໂອບາມາ ເພີ້ມການຊ່ອຍເຫຼືອ ແກ່ໂຄລອມເບຍ​ ຂະນະທີ່ ປະເທດດັ່ງກ່າວ ໃກ້ຈະບັນລຸ ຂໍ້ຕົກລົງສັນຕິພາບ


ປ. ໂອບາມາ ຈັບມືກັບ ປ. ໂຄລອມເບຍ ທ່ານ Juan Manuel Santos ໃນລະຫວ່າງ ການພົບປະທີ່ທຳນຽບຂາວ.
ປ. ໂອບາມາ ຈັບມືກັບ ປ. ໂຄລອມເບຍ ທ່ານ Juan Manuel Santos ໃນລະຫວ່າງ ການພົບປະທີ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານບາ​ຣັກ ​ໂອ​ບາ​ມາ​ ​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ທີ່​ຈະໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ແລະ​ການ​ສະໜັບ
ສະໜຸນ​ອື່ນໆ​ເພີ້ມຕື່ມ​ ແກ່ປະ​ເທດໂຄລອມ​ເບຍ​ ໃນ​ຂະນະ​ທີ່​ລັດ
ຖະບານ​ຂອງ​ປະ​ເທດ​ດັ່ງກ່າວ​ ພວມ​ກະກຽມ​ ທີ່​ຈະ​ເຮັດ​ຂໍ້​ຕົກລົງ
ສັນຕິພາບ​ຂັ້ນສຸດ​ທ້າຍ ກັບ​ພວກ​ກອງ​ໂຈນ​ຝ່າຍ​ຊ້າຍ​ທີ່​ໄດ້​ສູ້ລົບ
​ກັບ​ລັດຖະບານ​ມາ​ໄດ້ 50 ກວ່າ​ປີ​ແລ້ວນັ້ນ.

ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ Juan
Manuel Santos ທີ່​ທຳນຽບຂາວ​ໃນ​ວັນ​ພະຫັດ​ວານ​ນີ້ທ່ານ​ໂອ
​ບາ​ມາ​ໄດ້​ປະກາດ​ໃຫ້ເງິນ​ຊ່ອຍ​ເຫລືອ​ເພີ້ມຕື່ມແລະ​ມາດ​ຕະການ
​ອື່ນໆ​ອີກ ທີ່​ທ່ານ​ກ່າວວ່າ ຈະ​ຊ່ອຍ​ໂຄ​ລອມ​ເບຍ​ບູລະນະ​ສ້າງສາ
​ປະ​ເທດ​ຫລັງ​ຈາກ​ໄດ້​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ​ ກັບພວກ​ກະບົດ​ມາກ​ຊິ​ສກຳລັງ​ປະກອບ​ອາ
ວຸດ​ປະຕິວັດ​ໂຄ​ລອມ​ເບຍ​ ທີ່​ເອີ້ນຫຍໍ້ວ່າ FARC ນັ້ນ.

ການ​ເຈລະຈາ​ໄດ້​ກ້າວ​ເຂົ້າສູ່​ຂັ້ນສຸດ​ທ້າຍ ​ແລະ​ຖ້າ​ຫາກ​ມີ​ການ​ບັນລຸ​ການ​ຕົກລົງກັນ​ມັນ​ຈະ​
ເປັນ​ການສິ້ນສຸດ​ລົງ​ ໃນ​ການ​ກໍ່​ກະບົດ ​ທີ່​ດົນ​ນານ​ທີ່​ສຸດ​ຢູ່​ໃນ​ອາ​ເມຣິກາລາ​ຕິນ. ເຈົ້າໜ້າ​ທີ່​
ທຳ​ນຽບຂາວ​ທຳນາຍ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ນີ້ຈະ​ບັນລຸ​ກັນ​ໃນ ລະ​ຍະ​ຫົກ​ເດືອນ​ເຄິ່ງທຳ​ອິດ
​ຂອງ​ປີນີ້.

ຫລັງ​ຈາກ​ພົບ​ປະກັນ​ແລ້ວ ຜູ້ນຳ​ທັງ​ສອງ​ກໍ​ໄດ້​ກ່າວ​ຖະ​ແຫຼງ ​ໃນ​ພິທີ​ຕ້ອນຮັບ ເພື່ອ​ເປັນ​ຂີດ​
ໝາຍ​ຄົບຮອບ 15 ຂອງ​ແຜນການ​ໂຄ​ລອມ​ເບຍ ຊຶ່ງ​ເປັນ​ຂໍ້​ລິ​ເລີ້ມຮ່ວມ ​ເພື່ອ​ຊ່ອຍ​ໃນ​ການ​
ຍຸດຕິ​ບັນຫາ​ຂັດ​ແຍ້​ງດ້ວຍ​ອາວຸດ​ແລະ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ປະເທດ​ໂຄ​ລອມ​ເບຍ.

Obama Colombia
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG