ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອບາມາ ຕຳນິ ການຜິດຖຽງກັນ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວຖະແຫລງ ຕໍ່ນັກຂ່າວ ໃນວັນທີ 11 ເມສາ 2015 ຢູ່ທີ່ກອງ​ປະຊຸມ​ສຸດຍອດກຸ່ມ​ປະ​ເທດ​​ ໃນທະວີບອາ​ເມຣິກາ ​ຢູ່​ປາ​ນາມາ.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວຖະແຫລງ ຕໍ່ນັກຂ່າວ ໃນວັນທີ 11 ເມສາ 2015 ຢູ່ທີ່ກອງ​ປະຊຸມ​ສຸດຍອດກຸ່ມ​ປະ​ເທດ​​ ໃນທະວີບອາ​ເມຣິກາ ​ຢູ່​ປາ​ນາມາ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ
ການ​ໂຕ້​ຖຽງ​ກັນ​ ລະຫວ່າງພັກ​ ກ່ຽວກັບ​ເລື້ອງການ​ເຈລະຈາ​
ນິວ​ເຄລຍ ກັບ​ອີຣ່ານນັ້ນ ແມ່ນໄປ​ໃກ​ໂພດ​ແລ້ວ.

​ໃນ​ການກ່າວ​ຖະ​ແຫລ​ງ ​ໃນ​ຕອນ​ທ້າຍກອງ​ປະຊຸມ​ສຸດຍອດ
ກຸ່ມ​ປະ​ເທດໃນທະວີບອາ​ເມຣິກາ ​ຢູ່​ປາ​ນາມາ ​ເມື່ອ​ວັນ​ເສົາ
​ວານ​ນີ້ ທ່ານ ​ໂອ​ບາ​ມາ ​ໄດ້​ຂໍ​ໃຫ້​ພວກ​ວິພາກ​ວິຈານທັງຫຼາຍ
ໃຈ​ເຢັນໆ ​ໃນ​ຂະນະ​ທີ່ກຳລັງ​ເຮັດ ຂໍ້ຕົກລົງ​ກັນຢູ່​ນີ້.

ທ່ານ​ໂອ​ບາ​ມາ ​ເວົ້າວ່າ “ຂ້າພະເຈົ້າ ​ເຂົ້າ​ໃຈດີ​ວ່າ ​ເປັນ​ຫຍັງ
ໝົດ​ທຸກ​ຄົນ ​ຈຶ່ງ​ພະຍາຍາມ​ຢ່າງ​ໜັກ ທີ່​ຈະຄາດ​ຫວັງ​ໃຫ້​
ຂໍ້​ຕົກລົງ​ນິວ​ເຄລຍ ກັບອີຣ່ານນັ້ນ ຫລົ້ມ​ແຫຼວ. ພວກ​ທີ່​ຄັດ​ຄ້ານ​ ຕໍ່​ຂໍ້​ຕົກລົງ ບໍ່​ໄດ້​
ເພັ່ງ​ເລັງ​ໃສ່ຂໍ້​ທີ່​ວ່າ ‘ເຮັດແນວ​ໃດ ພວກ​ເຮົາ​ຈຶ່ງຈະ​ໄດ້ຂໍ້​ຕົກລົງທີ່​ດີ​ມາ’ ເທົ່າໆ ກັບ
ທີ່ເພັ່ງ​ເລັງ​ໃສ່ຂໍ້​ທີ່​ວ່າ ‘​ເຮັດວິ​ທີ​ໃດ ​ພວກ​ເຮົາ​ຈຶ່ງ​ຈະສາມາດ ​ສະ​ແດງ​ໃຫ້​ເຫັນ​ວ່າ
ມັນ​ເປັນ​ໄປ​ບໍ່​ໄດ້​ ທີ່​ຈະ​ມີຂໍ້​ຕົກລົງ​ທີ່​ດີ​ນັ້ນ.’ ​ແລະຄວາມ​ເຫັນ ງ່າຍ​ໆຂອງ​ຂ້າພະ​ເຈົ້າ
ກໍ​ແມ່ນ​ວ່າ: ​ໃຫ້ລໍຖ້າເບິ່ງ​ວ່າ ຂໍ້​ຕົກລົງ​ຈະ​ອອກ​ມາ​ແນວ​ໃດ ​ແລະ ພວກ​ເຮົາກໍ​ຈະ​
ສາມາດ ​ພິຈາລະນາ​ໄດ້. ​ແລະຖ້າ​ຫາກວ່າ ແທ້​ໆແລ້ວ ພວກ​ເຮົາບໍ່ພໍ​ໃຈ​ວ່າ ມັນ​ຕັດ​
ອອກຢ່າງ​ຄັກ​ແນ່ ​ແນວທາງ​ຕ່າງໆ ສຳ​ຫລັບ​ອີຣ່ານ ທີ່ຈະ​ໄດ້​ມາ​ຊຶ່ງ​ອາວຸດ​ນິວ​ເຄລຍ
ນັ້ນ ພວກ​ເຮົາ​ຈະ​ບໍ່​ເຊັນ​ມັນ.”

ປະທານາທິບໍດີ ກ່າວ​ອີກ​ວ່າ ທ່ານຍັງ​ມີ “ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດຂາດ” ​ວ່າ ​ຂໍ້ຕົກລົງ
ກ່ຽວ​ກັບ​ໂຄງ​ຮ່າງ​ຂອງ​ສັນຍານັ້ນ ​ແມ່ນ​ທາງ​ທີ່​ດີ​ທີ່​ສຸດ ​ເພື່ອ​ປ້ອງ​ກັນ​ອີຣ່ານ ຈາກ​ການ​ໄດ້​ມາ
​ອາວຸດ​ນິວ​ເຄລຍ.

ຄະນະ​ກຳມະການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ສູງ ​ມີ​ກຳນົດ​ທີ່​ຈະ​ທຳ​ການ​ອະພິປາຍ
​ແລະ ​ເລີ້ມ​ການ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ອັງຄານ​ທີ່​ຈະ​ມາ​ເຖິງ​ນີ້ ກ່ຽວ​ກັບຂໍ້ດັດແກ້ເພີ່ມ​ຕື່ມ​
ໃສ່ຮ່າງ​ກົດໝາຍ ທີ່​ຮຽກຮ້ອງ​ໃຫ້​ລັດຖະສະພາ ມີ​ຄຳ​ເຫັນ​ກ່ຽວ​ກັບ ຂໍ້​ຕົກລົງ​ນິວ​ເຄລຍ
ດັ່ງ​ກ່າວ.

ອີຣ່ານ ​ແລະ ບັນດາ​ຜູ້ເຈລະຈານາໆ​ຊາດ ​ໄດ້ກຳນົດ​ເອົາວັນ​ທີ 30 ມີ​ຖຸນາ ​ເປັນ​ມື້ເສັ້ນຕາຍ
​ເພື່ອ​ໃຫ້​ແກ້​ໄຂ​ຂໍ້ຕ່າງໆ ​ທີ່​ຕົກລົງ​ກັນ​ບໍ່​ໄດ້ນັ້ນ ​ເຖິງ​ແມ່ນ ຜູ້ນຳ​ສູງ​ສຸດທາງ​ສາສະໜາ
Ayatolla Ali Khamenei ຂອງ​ອີຣ່ານ ​ໄດ້ກ່າວ ​ໃນ​ວັນ​ພະຫັດ​ຜ່ານ​ມາ​ວ່າ ມັນ​ຈະ​ບໍ່​ເປັນ
“ການສິ້ນສຸດ​ຂອງ​ໂລກ” ດອກ ຖ້າວ່າ​ວັນ​ເສັ້ນຕາຍ ​ຖືກ​ເລື່ອນ​ອອກ​ໄປອີກ.

US Iran Nuclear Deal
please wait
Embed

No media source currently available

0:00 0:00:56 0:00

U.S. President Barack Obama says partisan wrangling over nuclear negotiations with Iran has gone too far.

Speaking at the close of the Summit of Americas in Panama Saturday, Mr. Obama urged critics to show patience while an agreement is being worked on.

"I don't understand why it is that everybody is working so hard to anticipate failure (on Iran's nuclear deal). The opponents of the deal don't seem to be focused on 'how do we get to a good deal' as much as they are focused on 'how can we show that it's not possible to get a good deal.' And my simple point is: let's wait and see what the deal is, and we'll be able to look. And if in fact we are not satisfied that it cuts off the pathways for Iran obtaining a nuclear weapon, then we won't sign it."

The president said he is still "absolutely positive" that the framework agreement is the best way to prevent Iran from getting a nuclear weapon.

The Senate Foreign Relations Committee is set to debate and begin voting Tuesday on amendments to legislation calling for Congress to have a say on the nuclear agreement.

Iran and international negotiators have set a June 30 deadline to work out their disagreements, though Ayatollah Ali Khamenei said Thursday it would not be "the end of the world" if that deadline were extended.

XS
SM
MD
LG