ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ຈະສົ່ງທະຫານໜ່ວຍພິເສດ ໄປປະຈຳການ ຢູ່ໃນຊີເຣຍ ຕື່ມອີກ


Obama Germany
please wait
Embed

No media source currently available

0:00 0:01:22 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ທ່ານຈະ ອະນຸມັດ ການສົ່ງກອງກຳລັງໜ່ວຍພິເສດ ຈຳນວນຫຼາຍເຖິງ 250 ຄົນຕື່ມອີກ ໄປປະຈຳ ການ ຢູ່ໃນຊີເຣຍ ອັນເປັນການເສີມກຳລັງ ເພື່ອຮັກສາໄວ້ສິ່ງທີ່ໄດ້ມາ ໃນການຕໍ່ສູ້ຕ້ານ ກຸ່ມລັດອິສລາມ ແຕ່ທ່ານໄດ້ຮຽກຮ້ອງ ປະເທດໃນທະວີບຢູໂຣບທີ່ເປັນພັນທະມິດ ໃຫ້ຮ່ວມກັນ “ຮັບເອົາພາລະນີ້ ນຳກັນ.”

ໃນລະຫວ່າງການຖະແຫລງ ຢູ່ທີ່ເຢຍຣະມັນນັ້ນ ທ່ານໂອບາມາ ໄດ້ເວົ້າວ່າ ກອງກຳລັງ ສະຫະລັດ “ຈະບໍ່ນຳພາໃນການຕໍ່ສູ້ ຢູ່ພາກພື້ນດິນ ແຕ່ພວກເຂົາເຈົ້າ ຈະເປັນສ່ວນ ທີ່ຈຳເປັນ” ໃນການຮັກສາໄວ້ຄວາມກ້າວໜ້າ ທີ່ໄດ້ມາ ໃນການຕໍ່ສູ້ກັບກຳລັງ ຂອງພວກ ໄອແອັສ ເມື່ອສອງສາມເດືອນບໍ່ນານມານີ້.

ທ່ານໄດ້ກ່າວຕື່ມອີກວ່າ ສະຫະລັດ ບໍ່ສາມາດເອົາຊະນະ ການສູ້ລົບດ້ວຍຕົນເອງ ແຕ່ ຄວນຈະກາງຕໍ່ “ຢູໂຣບ ອັນແຂງແກ່ນ ເພື່ອຮັບຮອງເອົາພາລະຂອງຕົນຮ່ວມກັນ” ສຳລັບ ຄວາມໝັ້ນຄົງຂອງພວກເຮົາທັງໝົດ.

ທ່ານກ່າວວ່າ “ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງຂອງຢູໂຣບ ໂດຍທຳມະ ຊາດແລ້ວ ແມ່ນຮ່ວມເຂົ້າກັນເປັນອັນໜຶ່ງອັນດຽວ ກັບຂອງພວກເຮົາເອງ. ຢູໂຣບ ທີ່ປອງດອງກັນ ອັນເປັນຄວາມເຂັ້ມແຂງນັ້ນ ແມ່ນມີຄວາມຈຳເປັນສຳລັບໂລກ.”

ໃນຕອນແລງວັນຈັນມື້ນີ້ ທ່ານໂອບາມາ ຈະພົບປະກັບບັນດາຜູ້ນຳ ຈາກ ຝຣັ່ງ ອັງກິດ ເຢຍຣະມັນ ແລະອີຕາລີ ເພື່ອປຶກສາຫາລື ອັນທີ່ພວກປະເທດເຫຼົ່ານັ້ນ ສາມາດປະກອບ ສ່ວນ ເພື່ອຕໍ່ສູ້ຕ້ານ ກຸ່ມລັດອິສລາມ ໃນດ້ານຂອງກຳລັງທະຫານ ແລະ ການສະໜັບ ສະໜູນ ດ້ານການເງິນ.

ທ່ານໂອບາມາ ໄດ້ກ່າວອີກວ່າ “ອັນນີ້ ຍັງຄົງເປັນການຕໍ່ສູ້ ທີ່ຫຍຸ້ງຍາກ ແລະ ພວກເຮົາ ບໍ່ສາມາດແກ້ໄຂບັນຫານີ້ໄດ້ ໂດຍລຳພັງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama to Deploy More Special Troops to Syria
please wait

No media source currently available

0:00 0:00:41 0:00

XS
SM
MD
LG