ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ສະເໜີ ງົບປະມານ 3 ພັນ 900 ຕື້ໂດລາ ສຳລັບປີ 2015 (ວີດີໂອ)


ປ. ບາຣັກ ໂອບາມາ ນັ່ງກັບທ້າວ Marcus Wesby ແລະພວກເດັກນ້ອຍຄົນອື່ນໆ ທີ່ໂຮງຮຽນປະຖົມ Powell Elementary School ໃນເຂດກຸງວໍຊິງຕັນ ວັນທີ 4 ມີນາ, 2014.
ປ. ບາຣັກ ໂອບາມາ ນັ່ງກັບທ້າວ Marcus Wesby ແລະພວກເດັກນ້ອຍຄົນອື່ນໆ ທີ່ໂຮງຮຽນປະຖົມ Powell Elementary School ໃນເຂດກຸງວໍຊິງຕັນ ວັນທີ 4 ມີນາ, 2014.
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາແຫ່ງ​ສະຫະລັດຮຽກຮ້ອງໃຫ້​ຍົກ​
ເວັ້ນ ພາສີ​ລາຍ​ໄດ້ຄັ້ງ​ໃໝ່ ສຳລັບ​ພວກ​ຊາວ​ອາ​ເມຣິກັນ​ທີ່​ທຸກ​ຍາກ​
ແລະ​ພວກ​ທີ່​ມີ​ລາຍ​ຮັບພໍ​ປານ​ກາງອັນເປັນ​ພາກສ່ວນ​ນຶ່ງ​ຂອງຮ່າງ
​ງົບປະມານ​ ການໃຊ້​ຈ່າຍ​ ຂອງ​ລັດຖະບານ​ກາງຂອງ​ທ່ານ ໃນ​ວົງ
​ເງິນ 3 ພັນ 900 ຕື້​ໂດ​ລາ ສຳລັບ​ສົກ​ປີ 2015.

​ໃນ​ການ​ເປີດ​ເຜີຍ​ຮ່າງ​ງົບປະມານ​ໃຫ້​ຮູ້​ໃນ​ວັນ​ອັງຄານ​ວານ​ນີ້ປະ
ທານາທິບໍດີ​ໄດ້​ຮຽກຮ້ອງໃຫ້​ລົດ​ພາສີ​ຈຳນວນ​ຫຼວງ​ຫຼາຍໃຫ້​ພວກ​
ຄອບຄົວ​ທີ່​ມີ​ລູກ​ນ້ອຍຫຼາຍ​ຄົນຕະຫລອດ​ທັງ​ຍົກ​ເວັ້ນພາສີຫຼາຍ
​ຂຶ້ນ​ ໃຫ້​ພວກ​ແຮງ​ງານ​ທີ່​ບໍ່​ມີ​ລູກ​ເຕົ້າ​ຈຳນວນ​ຫຼາຍ​ກວ່າ 13 ລ້ານ
​ຄົນ​ນັ້ນ.

ປະ​ທາ​ນາ​ທິບໍດີ​ກ່າວ​ວ່າ ​ແຜນການ​ໃຊ້​ຈ່າຍ​ສຳລັບ​ສົກ​ປີ2015 ທີ່​ທ່ານ​ສະ​ເໜີ​ໄປ​ນີ້ ​ແມ່ນ ໄດ້​ສະທ້ອນ​ໃຫ້ເຫັນເຖິງຄວາມ​ພະຍາຍາມ​ຕ່າງໆ​ຂອງ​ທ່ານ ​ເພື່ອ​ແກ້​ໄຂ​ຄວາມບໍ່ສະເໝີ ພາບກັນ​ໃນ​ດ້ານ​ລາຍ​ຮັບ ຊຶ່ງ​ເປັນ​ຊ່ອງ​ຫວ່າງ​ທີ່​ກວ້າງ​ໃຫຍ່ ລະຫວ່າງ​ພວກ​ຊາວ​ອາ​ເມຣິ ກັນ​ທີ່​ຮັ່ງມີທີ່​ສຸດແລະ​ພວກ​ຄົນ​ທຸກ​ຍາກ​ທີ່​ສຸດນັ້ນ ຊຶ່ງ​ທ່ານ​ກ່າວຕື່ມ​ວ່າ :

“ງົບປະມານ​ຂອງ​ພວກ​ເຮົາ​ແມ່ນ​ກ່ຽວ​ກັບ​ທາງ​ເລືອກ​ຕ່າງໆ ມັນ​ແມ່ນ​ກ່ຽວ​ກັບ​ຄ່າ​ນິ
ຍົມ​ຂອງ​ພວກ​ເຮົາ. ​ໃນ​ຖານະ​ເປັນ​ປະ​ເທດ​ນຶ່ງ ພວກ​ເຮົາ​ຈະ​ຕ້ອງ​ ທຳ​ການ​ຕັດສິນ​ ໃຈວ່າ ​ພວກ​ເຮົາຈະ​ປົກ​ປ້ອງ​ການ​ຍົກ​ເວັ້ນພາສີ​ ໃຫ້​ພວກ​ຄົນ​ອາ​ເມຣິກັນ​ ທີ່​ຮັ່ງມີ​ທີ່​
ສຸດ ຫຼື​ວ່າ​ພວກ​ເຮົາ​ຈະ​ທຳ​ການ​ລົງທຶນ​ ທີ່​ສະຫຼາດ​ສ່ອງ​ໃສ​ທີ່​ຈຳ​ເປັນ ​ເພື່ອ​ສ້າງ​ໜ້າ​ວຽກຂຶ້ນ ​ແລະ​ໃຫ້​ເສດຖະກິດ​ເຕີບ​ໂຕ​ ​ແລະ​ຂະຫຍາຍ​ໂອກາດ​ ສຳລັບ​ຄົນ​ອາ​ເມຣິ
ກັນ​ໝົດ​ສູ່​ຄົນ​.”


​ເພື່ອ​ໃຊ້​ຈ່າຍ​ ໃນ​ຮ່າງ​ງົບປະມານ​ຂອງທ່ານ​ນີ້ ທ່ານ​ໂອ​ບາ​ມາ ສະ​ເໜີ​ກຳຈັດ​ການ​ລົດ​ພາສີ​ຕ່າງໆ​ຫຼາຍ​ຢ່າງ ທີ່​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ພວກ​ຊາວ​ອາ​ເມຣິກັນ​ທີ່​ຮັ່ງມີ​ນັ້ນ.

ແຜນການໃຊ້ຈ່າຍ ​ທີ່​ທ່ານ​ໂອ​ບາ​ມາ ຊຶ່ງສັງກັດ​ພັກ​ເດ​ໂມແຄຣັດ ໄດ້ສະ​ເໜີ​ໄປ​ນີ້ ​ເບິ່ງ​ຄື​ວ່າ​
ຈະປະ​ເຊີນ​ກັບ​ການ​ຄັດ​ຄານ​ຢ່າງ​ແຂງ​ແຮງ​ ຈາກ​ພວກ​ສະມາຊິກ​ລັດຖະສະພາ ສັງກັດ​ພັກ Republican ຊຶ່ງ​ພວກ​ສະມາຊິກ​ເຫຼົ່າ​ນີ້ມັກ​ຮຽກຮ້ອງ​ໃຫ້​ຕັດການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​
ລົງ ​ແລະ​ໃຫ້​ຕັດ​ພາສີ​ລົງດ້ວຍ.

Obama Budget
please wait
Embed

No media source currently available

0:00 0:00:19 0:00
XS
SM
MD
LG