ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ສັນລະເສີນ ການຕັດສິນໃຈ ຂອງ ບໍລິສັດ ໂຊນີ ທີ່ຈະສາຍຮູບເງົາ


ປ້າຍໂຄສະນາຮູບເງົາເລື້ອງ The Interview ທີ່ໂຮງສາຍຮູບເງົາ
Alamo.
ປ້າຍໂຄສະນາຮູບເງົາເລື້ອງ The Interview ທີ່ໂຮງສາຍຮູບເງົາ Alamo.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ສະ​
ແດງ​ຄວາມ​ຍິນ​ດີ​ທີ່ບໍລິສັດ Sony ​ໄດ້​ຕັດສິນ​ໃຈ​ນຳອອກສາຍ
ຮູ​ບເງົາ ທີ່​ເປັນບັນຫາ​ໂຕ້​ແຍ້​ງ ກ່ຽວກັບການ​ລອບ​ສັງຫານ ຜູ້
ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un.

ບໍລິສັດ Sony ​ໄດ້​ໂຈະ​ການ​ສາຍຮູບ​ເງົາ​ ເລື້ອງ “The Inter-
view”
ໃນອາທິດ​ແລ້ວ​ນີ້ ​ຫລັງ​ຈາກ​ເຄື່ອງ​ຄອມ​ພິວ​ເຕີຂອງບໍລິ
ສັດ ​ໄດ້​ຖືກໂຈມຕີ ​ໂດຍ​ບໍ່​ຊາບວ່າ ​ແມ່ນໃຜເປັນຜູ້​ເຮັດ ທີ່​ໄດ້
ຂົ່ມຂູ່​ວ່າ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ເພີ້​ມ​ເຕີມ​ ຖ້າ​ຫາກຮູບ​ເງົານຳ
​ອອກສາຍ​ຕາມ​ກຳນົດ​ການ. ສະຫະລັດ ​ໄດ້​ຖີ້ມໂທດໃສ່​ເກົາ
ຫລີ​ເໜືອ ຕໍ່​ການໂຈມ​ຕີ​ທາງ​ອິນ​ເຕີແນັດດັ່ງກ່າວ.

Dozens of US Theaters to Show 'The Interview'
please wait

No media source currently available

0:00 0:02:45 0:00

ໃນວັນພຸດມື້ນີ້ ບໍລິສັດ Sony ໄດ້ຕ່າວປີ້ນການຕັດສິນໃຈ ທີ່ຈະຍົກເລີກການສາຍຮູບເງົາ
ດັ່ງກ່າວ ໂດຍປະກາດວ່າ ຈະມີການນຳຮູບເງົານີ້ອອກສາຍໃນຂອບ ເຂດທີ່ຈຳກັດຢູ່ຕາມ
ໂຮງຮູບເງົາຕ່າງໆ ຊຶ່ງຜູ້ຄົນຈະໄດ້ຊົມຮູບເງົານີ້ ຢູ່ຕາມໂຮງຮູບເງົາຕ່າງໆຫລາຍສິບແຫ່ງ
ໃນວັນທີ 25 ທັນວານີ້.

ຢູ່​ໃນ​ຖ​ະ​ແຫລ​ງການສະບັບນຶ່ງ ​ໂຄສົກທຳ​ນຽບຂາວ ທ່ານ Eric Shultz ກ່າວ​ວ່າ ປະທາ
ນາທິບໍດີ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ເຄຶ່ອນ​ໄຫວ​ດັ່ງກ່າວ ຊຶ່ງ​ທ່ານ​ກ່າວ​ວ່າ “ປ່ອຍ​ໃຫ້​
ປະຊາຊົນ​ເລືອກ​ເອົາ​ດ້ວຍ​ຕົນ​ເອງ​ກ່ຽວ​ກັບ​ຮູບ​ເງົາ​ເລື້ອງ​ນີ້.”

ປະທານາທິບໍດີ Obama ​ໄດ້​ກ່າວ​ວ່າ ບໍລິສັດ Sony ແມ່ນ ​“​ຜິດ​ພາດ” ທີ່ໄດ້​ຍົກເລີກ​ການ
​ສາຍຮູບ​ເງົາ ໂດຍກ່າວ​ວ່າ ມັນ​ເປັນ​ການ​ສ່ຽງຕໍ່ການຕັ້ງແບບຢ່າງ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ ​ທີ່
“ພວກ​ຜະເດັດ​ການ ສາມາດ​ສັ່ງໃຫ້ມີ​ການ​ກວດກາ” ຢູ່​ໃນ ສະຫະລັດໄດ້.

ລັດຖະບານ ທ່ານ Obama ​ໄດ້​ປະກາດ​ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ຕໍ່ບໍ
ລິ​ສັດ Sony ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ບໍ່​ໃຫ້ການ​ຢືນຢັນ ຫລື​ປະຕິ​ເສດ​ວ່າ ສະຫະລັດ​ໄດ້​ຕອບ​
ໂຕ້ຄືນ ​ໂດຍເຮັດ​ໃຫ້ລະບົບ​ອິນເຕີແນັດຂອງເກົາຫລີ​ເໜືອ​ໃຊ້ ​ການບໍ່​ໄດ້​ ເປັນເວລາສັ້ນໆ
​ໃນ​ອາທິດ​ນີ້.

SONY HACKERS VOSOT
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG