ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ສັນລະເສີນ ຂອບຂໍ້ຕົກລົງ ດ້ານນິິວເຄລຍ ກັບອີຣ່ານ


Iran, World Powers Agree on 'Key Parameters' of Nuclear Deal
please wait

No media source currently available

0:00 0:03:04 0:00

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້ສັນລະ
​ເສີນ ຂອບຂອງຂໍ້​ຕົກ​ລົງນິວ​ເຄລຍ ກັບ​ອີຣ່ານວ່າ ​ມີຄວາມສຳ
ຄັນ “ຄັ້ງປະຫວັດ​ສາດ” ​ໂດຍ​ກ່າວ​ວ່າ ຖ້າຫາກມີການຈັດຕັ້ງປະ
ຕິບັດຢ່າ​ງ​ເຕັມທີ່ແລ້ວມັນ​ຈະ​ເຮັດ​ໃຫ້​ໂລກ​ເຮົາມີ​ຄວາມປອດ​ໄພ
​ຫລາຍ​ຂື້ນ​ແລະ​ຕັດເສັ້ນທາງຂອງອີຣ່ານໄປ​ສູ່​ການ​ສ້າງ​ລະ​ເບີດ
ນິວເຄລຍ.

ຂອບຂອງ​ຂໍ້​ຕົກລົງດັ່ງກ່າວ ໄດ້ບັນລຸກັນ​ໃນ​ວັນ​ພະຫັດ​ວານ​
ນີ້ ລະຫວ່າງ ອີຣ່ານ ​ແລະ​ຫົກ​ປະ​ເທດ​ມະຫາ​ອຳນາດ ຫລັງ​
ຈາກແປດ​ມື້​ ຂອງ​ການ​ເຈ​ລະ​ຈາ​ທີ່​ຂຸ້ນຂ້ຽວ​ທີ່ນະຄອນ
Lausanne ປະ​ເທດ Switzerland ​ແລະ​ກະກຽມ ເພື່ອ
ຮ່າງຂໍ້ຕົກລົງຂັ້ນສຸດທ້າຍ ໃຫ້​ແລ້ວສຳ​ເລັດ ພາຍ​ໃນ​ວັນ​ທີ 30 ​ເດືອນ​ມິຖຸນາຈະ​ມາ​ເຖິງ​ນີ້.

ໃນການຖະແຫຼງ​ຈາກ​ທຳນຽບຂາວນັ້ນ ປະທານາທິບໍດີ Obama ປ່າວປະກາດ ​ກ່ຽວ​ກັບ​
ຂໍ້​ຕົກ​ລົງນີ້ວ່າ “​ເປັນ​ການ​ຕົກ​ລົງ​ກັນ​ທີ່​ດີ ທີ່ສ້າງຄວາມພໍໃຈໃຫ້ແກ່ຈຸດປະ ສົງຫລັກ ​ຂອງ​
ພວກ​ເຮົາ.”

Obama Hails Iran Deal, Begins Salesmanship
please wait

No media source currently available

0:00 0:03:40 0:00

ທ່ານ Obama ກ່າວວ່າ “ຂອບຂອງຂໍ້ຕົກລົງດັ່ງກ່າວນີ້ ຈະ​ຕັດທຸກ​ເສັ້ນທາງທີ່ ອີຣ່ານ
ສາມາດຈະເອົາເພື່ອ​ພັດທະນາ​ອາວຸດ​ນິວ​ເຄລຍ. ອີຣ່ານ ຈະ​ປະ​ເຊີນ​ໜ້າ​ກັບ​ຂອບ​ເຂດ
​ຈຳກັດ​ທີ່​ສຸດ ກ່ຽວ​ກັບ​ໂຄງການ​ຂອງ​ຕົນ ​ແລະ ອີຣ່ານ ຍັງ​ໄດ້ເຫັນ​ດີ​ຕໍ່ສ່ວນໃຫຍ່ຂອງ
ລະບົບການກວດກາ ​ທີ່​ເຂັ້ມ​ແຂງ​ ​ກົດດັນ ​ແລະ​ມີຄວາມໂປ່ງ ໃສ ແບບທີ່ບໍ່ເຄີຍມີການ
​ເຈລະຈາກັນ​ມາ​ກ່ອນ ສຳຫລັບ​ໂຄງການ​ນິວ​ເຄລຍ​ໃດໆ​ໃນ​ປະຫວັດສາດ.”

ຂໍ້​ຕົກ​ລົງນີ້​ຍັງ​ໄດ້​ຮັບ​ການສັນລະ​ເສີນ​ ຢູ່​ໃນອີຣ່ານ ບ່ອນ​ທີ່​ຊາວອີຣ່ານຫລາຍ​ຮ້ອຍ​ຄົນ
​ພາກັນ​ລົງ​ສູ່ຖະໜົນ​ຫົນທາງ ບີບ​ແກ​ລົດ​ເຂົາ​ເຈົ້າ​ແລະ​ໂບກ​ທຸງ ທ່າມກາງ​ຄວາ​ມຫວັງ
ໃໝ່ທີ່ວ່າ ​ການ​ຖືກ​ໂດດດ່ຽວຂອງ​ອີຣ່ານໂດຍນາໆຊາດ​ຈະ​ສີ້​ນ ສຸດ​ລົງ​ໃນ​ບໍ່​ຊ້າ​ນີ້.

ພາຍ​ໃຕ້​ຂໍ້​ຕົກລົງດັ່ງກ່າວ ອີຣ່ານຈະໄດ້ຮັບການບັນເທົາຈາກ​ການ​ລົງ​ໂທດຂອງ​ນາ​ໆ
ຊາດ ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບການ​ຫລຸດຜ່ອນການກັ່ນ​ທາດ uranium ຂອງ​ຕົນ
​ລົງນັ້ນ ຊຶ່ງບັນດາປະເທດ​ຕາ​ເວັນ​ຕົກມີ​ຄວາມ​ຢ້ານ​ກົວມາ​ດົນ​ນານ​ແລ້ວວ່າ ອາດ​ສາ
ມາດ​ນຳ​ໄປ​ໃຊ້​ເຮັດ​ອາວຸດ​ນິວ​ເຄລຍນັ້ນ.

Iran Nuclear
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG