ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ສະພາ ບໍ່ໃຫ້ລົງໂທດ ເພີ້ມຕື່ມ ຕໍ່ອີຣ່ານ (ວີດີໂອ)


Obama: Possible Iran Deal Won't Touch Core Sanctions
please wait

No media source currently available

0:00 0:01:26 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ລັດຖະສະພາ ​ໃນ​ວັນ
​ພະຫັດ​ວານ​ນີ້ ບໍ່​ໃຫ້​ເພີ້​ມ​ການ​ລົງ​ໂທດ​ໃໝ່ຕໍ່ອີຣ່ານ ​ໃນ​ຂະນະ​ທີ່
ບັນດາປະ​ເທດ​ມະຫາ​ອໍານາດ ຂອງ​ໂລກ ພະຍາຍາມ​ເຈລະຈາ
​ເພື່ອ​ໃຫ້​ມີ​ການ​ຕົກລົງ​ກັນ​ກ່ຽວ​ກັບ ​ໂຄງການ​ນິວ​ເຄລຍ ທີ່​ເປັນ​ບັນ
ຫາ​ໂຕ້​ແຍ້​ງຂອງ​ອີຣ່ານ.

​ແຕ່ ທ່ານ Obama ​ໄດ້​ເຕືອນ​ວ່າ ວໍ​ຊິງ​ຕັນ ບໍ່​ໄດ້​ປ່ຽນທ່າ​ທີພື້ນ
ຖານຂອງ​ຕົນ ​ເຖິງ​ແມ່ນ​ວ່າອາ​ດຈະ​ມີ​ໂອກາດ​ທີ່​ຈະຕົກ​ລົງກັນໄດ້
ໃນ​ເລື່ອງ​ນິວ​ເຄລຍກັບ​ເຕ​ຫະ ຣ່ານກໍ​ຕາມ.

ທ່ານ​ໂອ​ບາ​ມາ​ເວົ້າວ່າ “ອິຣ່ານບໍ່​ສາມາດ​ທີ່​ຈະ​ມີ ອາວຸດ​ນິວ​ເຄລຍ​
ໄດ້ ​ແລະ​ຂ້າ ພະ​ເຈົ້າ ​ໄດ້​ປະ​ທາງ​ເລືອກ​ທັງ​ໝົດ ໄວ້ຢູ່​ເທິງ​ໂຕະ ​
ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ພວກ​ເຮົາ​ໄດ້​ບັນລຸເປົ້າໝາຍດັ່ງກ່າວ.”

ການ​ໃຫ້​ຄວາມ​ເຫັນຂອງປະທານາທິບໍດີ Obama ຢູ່ທີ່​ກອງ​ປະຊຸມ​ນັກຂ່າວ ​ໃນ​ວັນ​ພະຫັດວາ​ນນີ້ ທີ່ ນະຄອນຫລວງວໍ​ຊິງ​ຕັນ ມີ​ຂຶ້ນຫຼັງຈາກທີ່​ພວກ​ນັກ​ການ​ທູດ ຂັ້ນສູງ​ຂອງ​ສະຫະລັດ ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ເພີ້ມຂຶ້ນທີ່​ວ່າການ​ຕົກລົງ​ກັນ​ກັບ ​ອີຣ່ານ ອາດ​ສາມາດ​ບັນລຸໄດ້.

​ແຕ່​ວ່າ ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ​ໃຫ້​ແກ່ບັນດາ​ສະມາ​ຊິກ​ລັດຖະສະພາສະຫະລັດ ຊຶ່ງຫລາຍ​ທ່ານ ກ່າວ​ວ່າ ອີຣ່ານ ​ເປັນ​ທີ່​ເຊື່ອ​ໃຈ​ບໍ່​ໄດ້ ​ແລະ ການ​
ລົງ​ໂທດຮອບ​ໃໝ່​ແມ່ນ​ມີ​ຄວາມ​ຈຳ​ເປັນ.

ທ່ານ Obama ກ່າວ​ວ່າ ການ​ລົງ​ໂທດຮອບ​ໃໝ່​ຕໍ່ອີຣ່ານ ອາດ​ຈະ​ທຳລາຍ​ໂອ ກາດ​ກ່ຽວ​ກັບການ​ຕົກລົງ​ກັນ​ ​ແລະ​ບໍ່​ມີ​ຄວາມ​ຈໍາ​ເປັນ​ເລີຍ.

XS
SM
MD
LG