ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ເວົ້າວ່າ ຊີເຣຍ ຕ້ອງປະຖິ້ມ ອາວຸດເຄມີ ຢ່າງເດັດຂາດ


ປະທານາທິບໍດີສະຫະລັດ ທ່ານ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ໂອບາມາ
ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີສະຫະລັດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ຂໍ້​ຕົກລົງ ທີ່​ສະຫະລັດ​ໄດ້​ບັນລຸ​ກັນ​ກັບຣັດ​ເຊຍ ​ເມື່ອ​ວັນເສົາ​ວານນີ້ ກ່ຽວ​ກັບ​ຮ່າງ​ປະຕິບັດ​ງານເພື່ອ​ລົບ​ລ້າງ​ອາ​ວຸດ​ເຄມີ​ຂອງ​ຊີ​ເຣຍ ​ໂດຍ​ເອີ້ນ​ວ່າ ມັນ​ເປັນ​ບາດກ້າວ​ອັນສໍາຄັນ ​ແລະ​ເດັດຂາດ​ທີ່​ສຸດ.

ແຕ່​ປະທານາທິບໍ​ດີ​ໂອ​ບາ​ມາ ​ເວົ້າ​ວ່າ ຍັງ​ມີ​ພາລະ​ອີກຫຼາຍສິ່ງຫຼາຍຢ່າງ​ຕ້ອງ​ໄດ້​ປະຕິ ບັດ. ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ສະ ຫະລັດ ຈະ​ສືບ​ຕໍ່​ປະຕິບັດ​ງານຮ່ວມ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ ​ແລະຣັດ​ເຊຍ ​ເພື່ອ​ຮັບ​ປະກັນ​ຂັ້ນ​ຕອນ​ການ​ດໍາ​ເນີນ​ການ​ໃຫ້​ສາມາດ​ພິສູດ​ໄດ້ ​ແລະພ້ອມ​ກັບ​ເຕືອນ​ວ່າ ອາດ​ມີ​ຜົນ​ຮັບ​ຮ້າຍແຮງ​ຕາມ​ມາ​ໄດ້ ຖ້າ​ຫາກ​ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ຍັງ​ບໍ່​ຍອມ​ປະຕິບັດ​ຕາມ.

ທ່ານ​ໂອ​ບາ​ມາ ​ໄດ້​ເນັ້ນ​ຢໍ້າ ​ເຖິງຂໍ້ຄວາມ​ຕອນ​ນຶ່ງ​ ຢູ່​ໃນ​ຄຳ​ປາ​ໄສ ປະ​ຈໍາອາທິດ​ຂອງ​ທ່ານ​ເມື່ອ​ວັນ​ເສົາ​ວານ​ນີ້ວ່າ ຖ້າ​ການ​ແກ້​ໄຂ​ກັນ​ທາງ​ການ​ທູດ ບໍ່​ປະສົບ​ຜົນ​ສໍາ​ເລັດ​ແລ້ວ ສະຫະລັດ​ຍັງ​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ ທີ່​ຈະ​ປະຕິ​ບັດ ການ​ທາງ​ທະຫານ​ໄດ້.

ຂະນະ​ດຽວ​ກັນລັດຖະບານ​ໂອ​ບາ​ມາ ​ໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ຊີ​ເຣຍທີ່​ໄດ້​ໃຊ້​ອາວຸດ​ ເຄມີ​ໃນ​ການ​ໂຈມ​ຕີ​ ເມື່ອ​ວັນ​ທີ 21 ສິງຫາ​ຜ່ານ​ມາ ທີ່​ມີ ລາຍງານ​ວ່າ ​ໄດ້ສັງຫານປະຊາ​ຊົນຊີ​ເຣຍ​ໄປຫຼາຍກວ່າ 1,400 ຄົນນັ້ນ. ທ່ານ​ໂອ​ບາ​ມາ ​ໄດ້ຜັກດັນ​ໃຫ້​ມີ​ການ​ປະຕິບັດ​ການ​ຕອບ​ໂຕ້ທາງ​ທະຫານ​ຕໍ່ ລັດ​ຖະບານຊີ​ເຣຍ ​ແຕ່​ກໍ​ຕ້ອງ​ໄດ້​ໂຈະ​ໄວ້ ​ໃນ​ຂະນະ​ທີ່​ມີ​ການ​ເຈ​ລະ​ຈາ​ກັນ ທາງ​ການ​ທູດ​ນັ້ນ.

​ແຕ່​ທ່ານ​ໂອ​ບາ​ມາ ​ໄດ້​ເວົ້າ​ຕອນ​ນຶ່ງໃນ​ຄຳ​ປາ​ໄສຂອງ​ທ່ານ​ທີ່​ໄດ້​ບັນ​ທຶກ​ສຽງ​ໄວ້ ​ເມື່ອ​ວັນ​ສຸກ​ຜ່າ​ນມາ​ນັ້ນວ່າ ສະຫະລັດ ​ແມ່ນ​ກໍາລັງ​ເຮັດ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ທີ່​ສຸດ​ວ່າ​ ຂໍ້​ລິ​ເລີ່​ມ​ເພື່ອ​ແກ້​ໄຂທາງ​ການ​ທູດ​ທີ່​ນໍາ​ໂດຍຣັດ​ເຊຍ​ນັ້ນອາດ ​ຈະ​ບໍ່​ສາມາດ​ຖືກ​ໃຊ້ ​ເປັນຍຸ​ທະວິ​ທີ​ເພື່ອ​ຖ່​ວງ​ເວລາເທົ່າ​ນັ້ນ ຊຶ່ງ​ທ່ານໂອ​ບາ​ມາ​ເວົ້າ​ວ່າ ທ່ານ Assad ຈະ​ຕ້ອງ​ປະຕິບັດ​ການ​ຢ່າງ​ເດັດດ່ຽວ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ການປະ​ຖິ້ມ​ອາ​ວຸດ​ເຄມີນັ້ນ​.
XS
SM
MD
LG