ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ອາດຈະ ເຄື່ອນໄຫວ ຕາມລຳພັງ ເພື່ອແກ້ໄຂວິກິດການ ຄົນເຂົ້າເມືອງ (ວີດີໂອ)


Obama Ponders Action on Border Crisis Without Congress
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ລັດຖະສະພາສະຫະລັດ ​ໄດ້​ເລີ້ມ​ຢຸດ​ພັກ​ຮ້ອນ ເປັນ​ເວລາຫ້າ​
ອາທິດ ໂດຍ​ບໍ່​ໄດ້ແກ້​ໄຂ​ບັນຫາ​ໃດໆ ກ່ຽວ​ກັບ​ການ​ເດີນທາງ
ເຂົ້າ​ມາ​ສະຫະລັດ​ຂອງ​ພວກ​ເດັກນ້ອຍ​ຫຼາຍ​ໝື່ນຄົນ ທີ່​ບໍ່​ມີ​ເອ
ກະສານ​ຖືກຕ້ອງ​ຕາມ​ກົດໝາຍ​ຈາກ​ພວກປະ​ເທດ​ໃນ​ອາ​ເມ​ລິ
​ກາ​ກາງ​ ຜ່ານ​ຊາຍ​ແດນ​ຕິດ​ກັບປະ​ເທດ​ເມັກ​ຊິ​ໂກ​ນັ້ນ.

ຄວາມສົນ​ໃຈ​ບັດ​ນີ້ ​ແມ່ນ​ເພ່ງ​ເລັງ​ໃສ່​ການ​ເຄື່ອນ​ໄຫວ​ທາງ​ດ້ານ
​ບໍລິຫານ​ ຂອງປະທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່ອາດ​ຈະ​ດຳ
​ເນີນ​ການ​ເລື້ອງ​ນີ້ໂດຍ​ລຳພັງ.

ວິ​ກິດ​ການ​ໃນ​ເຂດ​ຊາຍ​ແດນ​ຍັງມີ​ຢູ່​ສືບ​ຕໍ່ມາ ​ແຕ່​ພວກ​ສະມາຊິກ​ລັດຖະສະພາ​ໄດ້​ພາກັນ
​ໜີ​ອອກ​ຈາກ​ນະຄອນຫຼວງ​ວໍ​ຊິງ​ຕັນ​ ກັບ​ຄືນ​ໄປ​ຍັງ​ລັດ​ຂອງ​ຕົນ ​ໂດຍ​ບໍ່​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ໃດໆ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ ​ເພື່ອ​ສົ່ງ​ໄປໃຫ້​ປະທານາທິບໍດີ​ໂອ​ມາ​ບາ ທີ່​ເຫຼືອອົກ
​ເຫຼືອ​ໃຈນຳ​ຄວາມ​ຊັກ​ຊ້າ​ນັ້ນ ​ໄດ້​ລົງ​ນາມ​ເປັນ​ກົດໝາຍເລີຍ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ: ​“ໂດຍ​ບໍ່​ມີ​ຊັບພະຍາກອນ​ຕື່ມ​ອີກ ​
ແລະ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ລັດຖະສະພາ ພວກ​ເຮົາ​ກໍຈະ​ບໍ່ມີຊັບພະຍາກອນ​ທີ່
ພວກ​ເຮົາ​ຕ້ອງການ ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໄດ້​ໂດຍ​ເຕັມນັ້ນ. ນີ້​ໝາຍຄວາມ​
ວ່າ ​ໃນ​ຂະນະພວກ​ສະມາຊິກ​ສະພາ​ ພາກັນ​ໄປ​ພັກຜ່ອນ ຂ້າພະ​ເຈົ້າ​ແມ່ນຈຳ​
ເປັນ​ຈະ​ຕ້ອງ​ໄດ້​ທຳ​ການ​ເລືອກ​ທີ່​ຫຍຸ້ງຍາກ ​ເພື່ອ​ຮັບ​ມື​ກັບ​ບັນຫາ​ທ້າ​ທາຍ​ດັ່ງ
ກ່າວ ເຖິງ​ຈະ​ໄດ້​ຮັບ ຫຼື​ບໍ່​ໄດ້​ຮັບ​ ການ​ເຫັນ​ດີ​ຈາກ​ລັດຖະສະພາ ກໍ​ຕາມ.”

ວີດີໂອ: ທ່ານໂອບາມາ ພ້ອມຈະແກ້ໄຂ ບັນຫາຄົນເຂົ້າເມືອງ:

Obama: Ready to Work on Immigration Crisis
please wait

No media source currently available

0:00 0:02:58 0:00

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ສະພາ​ຕໍ່າ ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ ​ເພື່ອ​ຮັດ​ເຄັ່ງ​ຄວາມ​
ປອດ​ໄພ​ໃນ​ເຂດ​ຊາຍ​ແດນ ​ແລະເລັ່ງລັດ​ການ​ເນລະ​ເທດ​ພວກຄົນ​ເຂົ້າ​ເມືອງ​ຜິ​ດກົດ
ໝາຍ​ ຢ່າງ​ໄວ. ຮ່າງ​ຍັດຕິ​ດັ່ງກ່າວ​ເປັນ​ທີ່​ຮັບ​ບໍ່​ໄດ້ ​ສຳຫລັບ​ພວກ​ສະມາຊິກ​ສັງກັດ​ໃນ​ພັກ
​ເດ​ໂມ​ແກຣັດ​ໃນສະພາ​ສູງ ​ແລະ​ປະທານາທິບໍດີ​ໂອ​ບາ​ມາ. ​ໃນການ​ເຄື່ອນ​ໄຫວ​ອີກອັນ​
ນຶ່ງ​ນັ້ນ​ ພວກຜູ້​ແທນສະພາ​ຕໍ່ສັງກັດ​ພັກ Republicans ​ໄດ້​ລົງມະຕິ​ຮ້ອງ​ຟ້ອງ​ປະທານາ
ທິບໍດີໂອ​ບາ​ມາ ກ່ຽວ​ກັບ​ການເຄື່ອນ​ໄຫວໃຊ້​ອຳນາດບໍລິຫານ​ຂອງ​ທ່ານ ​ໃນ​ຜ່ານມາ​ນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ຮ້ອງຂໍ​ຄຳ​ແນະນຳ​ຈາກ​ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ ​ແລະ​ບຸກຄົນ​ອື່ນໆ. ອີງ​ຕາມ​ທ່ານ Dan Pfeiffer ທີ່​ປຶກ ສາ​ປະຈຳ​ທຳນຽບຂາວນັ້ນ ​ກໍ​ແມ່ນ​ວ່າ ຍັງ​ບໍ່​ມີ​ການ​ຕັດສິນ​ໃຈ​ໃດໆ​ເທື່ອ.

ການ​ເຄື່ອນ​ໄຫວ​ແບບ​ກ້າຫານ​ຂອງ​ລັດຖະສະພາ​ກ່ຽວ​ກັບ​ເລື້ອງ​ຄົນ​ເຂົ້າ​ເມືອງ ຫຼື​ເລື້ອງ​
ອື່ນໆ​ທີ່​ສ້າງ​ຄວາມແຕກ​ແຍກ​ກັນ ​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ຂຶ້ນ ​ເວລາ​ພວກ​ສະມາຊິກລັດຖະ​
ສະພາ​ ​ກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ເດືອນ​ກັນຍາ​ໜ້າ​ນີ້ ຊຶ່ງ​ເປັນ​ເວລາ​ພຽງ​ແຕ່ 2 ​ເດືອນ​ເທົ່າ
​ນັ້ນ ກ່ອນ​ການ​ເລືອກ​ຕັ້ງ​ເຄິ່ງສະໄໝ ຫລືກາງ​ສະໄໝ​ການ​ດຳລົງ​ຕຳແໜ່​ງຂອງປະທານາ
ທິບໍດີ ຄື​ເລືອກ​ຕັ້ງ​ເອົາ​ສະພາ​ຕ່ຳ​ຄົບ​ຊຸດ ​ແລະ ນຶ່ງ​ສ່ວນ​ສາມ​ຂອງ​ສະພາ​ສູງ​.

XS
SM
MD
LG