ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ອາເມຣິກາ ຍັງບໍ່ ໃກ້ເລີຍ ທີ່ຈະປົວແປງ ການແບ່ງແຍກ ລະຫວ່າງສອງຝ່າຍ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ເປັນເຈົ້າພາບ ຈັດການສົນທະນາຫາລື ກ່ຽວກັບ ການຮັກສາກົດໝາຍ ໃນຊຸມຊົນ ແລະ ຄວາມຍຸຕິທຳ ທາງອາຍາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ວັນທີ 13 ກໍລະກົດ 2016.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ເປັນເຈົ້າພາບ ຈັດການສົນທະນາຫາລື ກ່ຽວກັບ ການຮັກສາກົດໝາຍ ໃນຊຸມຊົນ ແລະ ຄວາມຍຸຕິທຳ ທາງອາຍາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ດີຊີ, ວັນທີ 13 ກໍລະກົດ 2016.

ຫຼັງຈາກທີ່ໄດ້ເຂົ້າຮ່ວມປະຊຸມ ກັບບັນດາຜູ້ນຳ ​ໃນ​ການປະຕິບັດກົດໝາຍ ແລະ ບັນດາສະມາຊິກ ຂອງປະຊາຄົມຜິວດຳ ທີ່ມີຊື່ສຽງ ດົນເກືອບ 4 ຊົ່ວໂມງ ຢູ່ທີ່ ທຳນຽບຂາວແລ້ວ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວວ່າ ອາເມຣິກາ ຍັງບໍ່ໃກ້ເລີຍ ທີ່ຈະປົວແປງຄວາມບໍ່ໄວ້ເນື້ອເຊື່ອໃຈ ລະຫວ່າງສອງຝ່າຍ ທີ່ໄດ້ ມີມາ​ເປັນ​ເວລາຫຼາຍຮ້ອຍປີແລ້ວນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ຕອນທ້າຍ ຂອງກອງປະຊຸມ ຢູ່ອາຄານບໍລິຫານງານ Eisenhower ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ກໍລະກົດ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ຕອນທ້າຍ ຂອງກອງປະຊຸມ ຢູ່ອາຄານບໍລິຫານງານ Eisenhower ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ກໍລະກົດ 2016.

ທ່ານໂອບາມາ ໄດ້ກ່າວວ່າ “ພວກເຮົາຍັງບໍ່ທັນຢູ່ທີ່ນັ້ນເທື່ອ ພວກເຮົາຍັງບໍ່ ທັນໃກ້ເລີຍ ທີ່ຈະ​ໄປ​ເຖິງ​ບ່ອນ ທີ່ພວກເຮົາຢາກໃຫ້ເປັນ.”

ທ່ານກ່າວຕໍ່ໄປວ່າ “ພວກເຮົາຍັງບໍ່ທັນ​ເຖິງຈຸດທີ່ປະຊາຄົມຜິວດຳ ຮູ້ສຶກ ໝັ້ນໃຈວ່າ ທາງກົມຕຳຫຼວດຂອງພວກເຂົາເຈົ້າ ຮັບໃຊ້ພວກເຂົາເຈົ້າດ້ວຍ ກຽດສັກສີ ແລະ ຄວາມເຄົາລົບ ແລະ ຄວາມເທົ່າທຽມກັນ ແລະ ພວກເຮົາ ຍັງບໍ່ທັນ​ໄປ​ເຖິງ​ຈຸດນັ້ນເທື່ອ ບ່ອນທີ່ກົມຕຳຫຼວດທັງຫຼາຍຮູ້ສຶກ ວ່າ ​ໄດ້​ໃຫ້ ການສະໜັບສະໜູນຢ່າງ​ພຽງພໍ ໃນທຸກໆລະດັບ.”

ຜູ້ທີ່ເຂົ້າຮ່ວມກອງປະຊຸມ ຂະໜາດໃຫຍ່ ແລະ ຫຼາກຫລາຍຈາກພາກ ສ່ວນ ຕ່າງໆ ແລກປ່ຽນຄວາມຄິດເຫັນ ຊຶ່ງກັນແລະກັນ ປະກອບດ້ວຍ ລັດຖະມົນຕີ ຍຸຕິທຳ ທ່ານນາງ Loretta Lynch ຜູ້ປົກຄອງລັດ Louisiana ທ່ານ John Bel Edwards ເຈົ້າຄອງນະຄອນ Los Angeles ທ່ານ Eric Garcetti ປະທານ ສະມາຄົມເພື່ອຄວາມກ້າວໜ້າ ສຳລັບປະຊາຊົນຜິວ​ດຳ ແຫ່ງຊາດ ຫຼື NAACP ທ່ານ Cornell Brooks ເຈົ້າໜ້າທີ່ໆ​ໄດ້​ຮັບ​ເລືອກອື່ນໆ ບັນດາຜູ້​ບັນຊາ​ການ ຕຳຫຼວດ ຈາກຫລາຍໆ​ເມືອງ​ທີ່​ສຳຄັນ ບັນດານັກເຄື່ອນໄຫວ ຕາງໜ້າ​ໃຫ້ ​ຂະ​ບວນ ການ Black Lives Matter ແລະ ບັນດາຜູ້ນຳດ້ານສາສະໜາ.

ປະທານາທິບໍດີ ໄດ້ກ່າວວ່າ ທ່ານຢາກໃຫ້ນຳເອົາປະຊາຊົນເຂົ້າມາໃນຫ້ອງ ດ້ວຍທັດສະນະທີ່ແຕກຕ່າງກັນ ເພື່ອໃຫ້ໄດ້ຮັບຟັງ ຊຶ່ງກັນແລະກັນ.

ກອງປະຊຸມ ໄດ້ຮຽກຮ້ອງ​ໃຫ້​ມີ​ຂຶ້ນ ​ເພື່ອສະໜອງຕອບຕໍ່ເຫດການໂຫດຮ້າຍ ຕ່າງໆ ເມື່ອສັບປະດາແລ້ວນີ້ ທີ່ເຮັດໃຫ້ຊາວອາເມຣິກັນ ກັງວົນໃຈ ແລະ ບໍ່ພໍ ອົກພໍໃຈ. ຊາຍຜິວດຳສອງຄົນ ໄດ້ຖືກຍິງຕາຍໂດຍເຈົ້າໜ້າທີ່ຕຳຫຼວດຜິວຂາວ ໃນໄລຍະເຜົາຂົນ ຢູ່ໃນລັດ Louisiana ແລະ Minnesota ຕໍ່ຈາກນັ້ນມາ ເຈົ້າ ໜ້າທີ່ຕຳຫຼວດຜິວຂາວ 5 ຄົນ ໄດ້ຖືກຍິງຕາຍ ຢູ່ທີ່ການຊຸມນຸມປະທ້ວງຕໍ່ຕ້ານ ການຍິງພວກຊາຍຜິວດຳເຫຼົ່ານັ້ນ ໂດຍມືປືນຄົນຜິວດຳ ຜູ້ທີ່ໄດ້ກ່າວວ່າ ລາວ ຢາກຂ້າພວກຄົນຜິວຂາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG