ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາວ່າ ປີ 2014 ເປັນປີທີ່ ເສດຖະກິດ ສະຫະລັດ ຂະຫຍາຍໂຕ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ປີ
2014 ເປັນປີທີ່ມີຄວາມກ້າວໜ້າສຳຫຼັບອາເມຣິກາ ແລະທ່ານ
ມີຫລັກຖານໃຫ້ການສະໜັບສະໜຸນກ່ຽວກັບເລື່ອງນີ້.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາ
ຂອງທ່ານ ໃນວັນເສົາມື້ນີ້ວ່າ ປີ 2014 ເປັນປີທີເຂັ້ມແຂງສຸດ
ໃນການເຕີບໂຕຂອງວຽກເຮັດງານທຳ ນັບຕັ້ງແຕ່ຊຸມປີ 1990 ເປັນຕົ້ນມາ ໂດຍທີ່ອັດຕາ ຄົນຫວ່າງງານໄດ້ຫລຸດລົງໄວກວ່າທີ່ເຄີຍເປັນມາໃນໄລຍະ 3 ທົດສະວັດ. ທ່ານໂອບາມາ ເວົ້າວ່າເປັນຍ້ອນກົດໝາຍຮັກສາສຸຂະພາບລາຄາຖືກຊາວອາເມຣິກັນປະມານ 10 ລ້ານ ຄົນຈຶ່ງມີປະກັນໄພສຸຂະພາບໃນປີີກາຍນີ້.

ໃນເດືອນທັນວາພຽງເດືອນດຽວເທົ່ານັ້ນ ປະທານາທິບໍດີໂອບາມາ ກ່າວວ່າ ທຸລະກິດອາ ເມຣິກັນໄດ້ສ້າງວຽກການເຮັດ 240,000 ໜ້າວຽກ ແລະອັດຕາຄົນຫວ່າງງານ ໄດ້ຫຼຸດລົງ
ເປັນ 5.6 ເປີເຊັນ.

ປະທານາທິບໍດີໂອບາມາ ໄດ້ກ່າວຄຳປາໄສ ຢູ່ທີ່ວິທະຍາໄລຊຸມຊົນ Pellissippi ໃນລັດ Tennessee ບ່ອນທີ່ທ່ານໄດ້ເປີດເຜີຍແຜນການໃໝ່ ເພື່ອເຮັດໃຫ້ ການເຂົ້າຮຽນເປັນ ເວລາສອງປີຢູ່ວິທະຍາໄລຊຸມຊົນ ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ສຳຫລັບພວກນັກຮຽນທີ່ ມີຄວາມຮັບຜິດຊອບ.

ປະທານາທິບໍດີເວົ້າວ່າ ທ່ານໄດ້ມາ Tennessee ເພື່ອສ້າງຕັ້ງ ສູນກາງໃໝ່ທີ່ຈະນຳເອົາ ວຽກງານການຜະລິດທີ່ດີໆ ໃຫ້ຄ່າຈ້າງສູງໆ ແລະຮາຍເທັກ ມາສູ່ປະເທດຊາດ.

U.S. President Barack Obama says 2014 was a "breakthrough year" for America and he has the "evidence to back that up."

The president said in his weekly address Saturday that 2014 was the strongest year for job growth since the 1990s, with unemployment falling faster than it has in three decades. Mr. Obama said "thanks to the Affordable Care Act" about 10 million Americans obtained health insurance last year.

In December alone, Mr. Obama said, American businesses created 240,000 jobs and the unemployment rate fell to 5.6 percent.

President Obama delivered his address at Pellissippi State Community College in Tennessee where he unveiled his new plan to make two years of community college free "for every responsible student."

The president said he was also in Tennessee to establish a "new hub" that will bring more "good-paying, high-tech manufacturing jobs" to the country.

XS
SM
MD
LG