ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ Obama ສະເໜີໃຫ້ ທ່ານ Jim Yong Kim ເປັນຫົວໜ້າ ທະນາຄານໂລກ


ປະທານາທິບໍດີ Barack Obama ຢືນຄຽງຂ້າງທ່ານ Jim Yong Kim ຜູ້ທີ່ຖືກສະເໜີ ໃຫ້ເປັນຫົວໜ້າທະນາ ຄານໂລກຄົນຕໍ່ໄປ ຢູ່ທີ່ສວນດອກກຸຫລາບທໍານຽບຂາວ ວັນສຸກ ທີ 23, ເດືອນ ມີນາ 2012.
ປະທານາທິບໍດີ Barack Obama ຢືນຄຽງຂ້າງທ່ານ Jim Yong Kim ຜູ້ທີ່ຖືກສະເໜີ ໃຫ້ເປັນຫົວໜ້າທະນາ ຄານໂລກຄົນຕໍ່ໄປ ຢູ່ທີ່ສວນດອກກຸຫລາບທໍານຽບຂາວ ວັນສຸກ ທີ 23, ເດືອນ ມີນາ 2012.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ສະ​ເໜີ​ແຕ່ງຕັ້ງໃຫ້​ທ່ານ Jim
Yong Kim ​ປະທານ​ຂອງ​ມະຫາວິທະຍາ​ໄລ Dartmouth College ຊຶ່ງ​ເປັນຄົນ​
ອາ​ເມຣິກັນ ​ທີ່​ມີ​ເຊື້ອສາຍ​ເກົາຫລີ​ໂດຍ ກຳ​ເນີ​ດນັ້ນ ໃຫ້ເປັນຫົວໜ້າ​ຂອງທະນາ
ຄານ​ໂລກ.

ທ່ານ Kim ອາຍຸ​ 52 ປີ ​ໄດ້​ຖື​ກຄັດ​ເລືອກ​ຢ່າງ​ບໍ່​ຄາດ​ຝັນ​ຈາກສະຫະລັດ​ ​ເພື່ອເຂົ້າ
ຮັບ​ຕໍາແໜ່​ງສູງ​ສຸດ​ ຂອງສະ​ຖາ​ບັນ​ການ​ເງິນ​ນາໆ​ຊາດ. ທ່ານ Obama ກ່າວໃນ​ວັນ​
ສຸກວານ​ນີ້​ວ່າ ທ່ານ Kim ມີ​ຄຸນ​ວຸດ​ທີີ​ທີ່​ເໝາະ​ສົມ ​ແລະ​ເປັນ​ສັນຍາ​ລັກ​ຂອງ​ຄວາມ​
ຫຼາກຫຼາຍຂອງ​ປະຊາ​ຊົນ​ອາເມຣິກັນ ພ້ອມ​ດ້ວຍເປັນ​ຜູ້​ຊ່ຽວຊານ​ມີ​ປະສົບພະ​ການ
ຢ່າງ​ກວ້າງຂວາງ ດ້ານ​ການ​ປີ່​ນປົວສຸຂະ​ພາບ ຢູ່​ໃນທົ່ວ​ໂລກ.

ຖ້າ​ຫາກ​ຖືກ​ຮັບ​ຮອງ​ເອົາ​ໂດຍສະພາ​ອຳນວຍ​ການຂອງທະນາຄານ​ໂລກ ທ່ານ Kim
ຈະເຂົ້າຮັບ​ໜ້າ​ທີ່ແທນ​ທ່ານ Robert Zoellick ຜູ້​ທີ່​ຫາ​ກໍ່​ປະກາດລາ​ອອກ​ຈາກ​ຕໍາ​
ແໜ່​ງ​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ເລີ້ມ​ແຕ່​ທ້າຍ​ເດືອນ​ມິ​ຖຸ​ນາຈະ​ມາ​ເຖິງ​ນີ້​.

ເທົ້າ​ທີ່​ຜ່ານ​ມາ​ມີ​ແຕ່ຄົນ​ອາ​ເມ​ຣິ​ກັນ​ເທົ່າ​ນັ້ນ ​ທີ່​ເປັນ​ຫົວໜ້າທະນາຄານ​ໂລກ ​ແຕ່​ວ່າຜູ້​
ທີ່​ຖື​ກສະ​ເໜີຈ​າກ​ສະຫະລັດອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ການ ​ທ້າ​ທາຍ​ຢ່າງ​ໃຫ່ຍ​ໃນ​ຄັ້ງ​ນີ້.

ບັນດາ​ປະ​ເທດທີ່​ກຳລັງ​ພັດທະນາກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ຢາກ​ເຫັນການ​ແທນ​
ໜ້າ​ທີ່ດັ່ງກ່າວຈາກ​ຜູ້​ສະມັກ​ທີ່​ຢູ່​ນອກ​ສະຫະລັດ. ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ອັງ​ໂກລາ ​
ໄນ​ຈີ​ເຣຍ ​ແລະ ອາ​ຟຣິກາ​ໃຕ້້ ​ໄດ້​ປະກາດ ສະໜັບສະໜຸນ​ລັດ​ຖະ​ມົນ​ຕີ​ການ​ເງິນ​ຂອງ
ໄນ​ຈີ​ເຣຍ ທ່ານນາງ Ngozi Okonjo-Iweala ນັກ​ເສດ​ຖະສາດ ​ແລະ​ນັກ​ການ​ທູດ
ເປັນ​ຜູ້​ທີ່​ເຂົາເຈົ້າ​ມັກ.

ຫົວໜ້າ​ທະນາຄານ​ໂລກ ຕາມ​ປົກກະ​ຕິ​ແລ້ວ​ ມີ​ພື້ນຖານ​ມາ​ຈາກນັກ ທຸລະກິດ ​ແລະ​
ທະນາຄານ ​ແຕ່​ວ່າ​ທ່ານ Obama ​ເຫັນ​ວ່າ ພື້ນຖານ​ຂອງທ່ານ Kim ​ນັ້ນ​ມາ​ຈາກ​
ການ​ເປັນ​ທ່ານໝໍ​ແລະ​ນັກ​ຄົ້ນ​ຄົ້ວ​ມະນຸດຊາດ ຊື່​ງ​ເປັນ​ກະ​ແຈ​ອັນ​ສໍາ​ຄັນ ທີ່​ຈະ​ນໍາພາ
ທະນະ​ຄານ​ໂລກ ​ໃນ ຄວາມພະຍາຍາມຕໍ່ສູ້​ກັບຄວາ​ມ​ທຸກຍາກ​ລໍາບາກ ​ແລະ
ພະຍາດ​ຕ່າງໆ.

ທະ​ນາ​ຄານ​ໂລກ​ມີ​ສະມາຊິກຢູ່ 187 ປະ​ເທດ ​ໂດຍ​ການໄດ້​ຮັບອຸປະຖໍາ​ຈາກສະຫະລັດ
ອາ​ເມ​ລິ​ກາ ​ເປັນ​ສ່ວຍ​ໃຫ່ຍ ​ເນັ້ນ​ໜັກ​ໃສ່​ການ​ຕໍ່ສູ້​ກັບຄວາມ​ທຸກ​ຍາກ​ ​ແລະ​ຊຸກ​ຍູ້​ການ​
ພັດ​ທະນາ ມີ​ຫ້ອງການ​ປົກຄອງ​ທີ່ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ​ໃຫ້​ເງິນ​ກູ້​ຢືມ​ແກ່​ບັນ
ດາ​ປະ​ເທດ ທີ່​ຊອກ​ຫາ​ການ​ບູລະນະ​ປະ​ເທດ ການ​ສ້າງ​ເຂື່ອນ​ໄຟຟ້າ ຖະໜົນ​ຫົນທາງ ​
ແລະ​ໂຄງການ​ອື່ນໆ.

XS
SM
MD
LG