ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ປຶກສາຫາລື ກັບບັນດາຜູ້ນຳຢູໂຣບ ເລື້ອງວິກິດການຢູເຄຣນ (ວີດີໂອ)


On The Scene: Daniel Schearf in Kyiv, Ukraine
please wait

No media source currently available

0:00 0:02:11 0:00

ລາຍງານວີດີໂອ ຈາກ Daniel Schearf ນັກຂ່າວວີໂອເອ ທີ່ນະຄອນຫຼວງ Kyiv, Ukraine, ວັນທີ 8 ມີນາ 2014.

ປະທານາ​ທິບໍດີ​ສະຫະລັດ ທ່າ​ນ ບາຣັກ ​ໂອ​ບາ​ມາ ​ໄດ້​ໂທ
ລະສັບ​ໄປ​ຫາ​ບັນດາ​ຜູ້ນຳຢູ​ໂຣບ ຕື່ມ​ອີກ ​ເພື່ອ​ຫາລືກັນ​ເລື້ອງ
ບັນຫາ​ຢູ​ເຄຣນ ​ແລະ​ທໍາ​ນຽບຂາວ​ກ່າວ​ວ່າ ທຸກ​ຄົນ​ຕ່າງ​ກໍ​ເຫັນ
​ພ້ອມ​ນຳກັນ​ວ່າ ທະ​ຫານຣັດ​ເຊຍ ຕ້ອງກັບ​ຄືນ​ໄປ​ຍັງ​ຖານ​
ທັບ​ຂອງ​ຕົນ.

ຄຳຖະ​ແຫຼງສະບັບ​ນຶ່ງ ອອກ​ໃນ​ວັນ​ເສົາ​ວານ​ນີ້ ​ເວົ້າ​ວ່າ ທ່ານ​
ໂອ​ບາ​ມາ​ໄດ້​ໂອ້​ລົມ​ກັບ​ທ່ານ ນາຍົກລັດຖະມົນຕີອັງກິດ
David Cameron ປະທານາທິບໍ​ດີ​ຝຣັ່ງ ທ່ານ Francois
Hollande ​ແລະ​ນາຍົກລັດຖະມົນຕີອິຕາລີ ທ່ານ Matteo
Renzi.

ອີງ​ຕາມ​ຄຳຖະ​ແຫຼງ ກໍ​ແມ່ນ​ວ່າ ບັນດາ​ຜູ້​ນຳເຫຼົ່າ ນັ້ນຕ່າງ​ກໍ​ກ່າວ​ວ່າ ຣັດ​ເຊຍ​ກຳລັງລະ​
ເມີດກົດ​ໝາຍ​ສາ​ກົນ ​ແລະ​ເຫັນ​ພ້ອມ​ນຳກັນໃນ​ຄວາມ​ຈຳເປັນ ທີ່​ຈະ​ຕ້ອງມີ​ຄະນະ​ສັງ
​ເກດ​ການ​ນາ​ໆ​ຊາດ ຢູ່​ໃນ​ເຂດ​ໄຄຣ​ເມ​ຍ ​ແລະ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ສະ​ເນີ​ໃຫ້​ລົງ​ປະຊາມະ
ຕິ​ ກ່ຽວ​ກັບ​ອະນາຄົດ​ຂອງ​ໄຄຣ​ເມຍ​ນັ້ນ ​ໂດຍ​ເວົ້າ​ວ່າ​ມັນ​ເປັນ​ການລະ​ເມີດລັດຖະທຳມະ
ນູນຂອງ​ຢູ​ເຄຣນ.

ນອກ​ນັ້ນ ທ່ານ​ໂອ​ບາ​ມາ​ ຍັງລົມ​ໂທລະສັບ ພ້ອມ​ກັນ​ບາດ​ດຽວ ກັບປະທານາທິບໍດີ​
Estonia ທ່ານ Toomas Hendrik Ilves, ປະທານາທິບໍດີ Latvia ທ່ານ Andris
Berzins, ​ແລະປະທານາ​ທິບໍດີ Lithuania ທ່ານ​ນາງ Dalia Grybauskaite. ທຳນຽບ
ຂາວ​ກ່າວ​ວ່າ ບັນດາຜູ້​ນຳເຂດ Baltic ຍິນ​ດີ​ນຳການ​ຕັດສິນ​ໃຈ​ຂອງ NATO ທີ່​ຈະ​ເພິ່ມ
ທະວີ​ການ​ລາດຕະ​ເວນ ໃນ​ບໍລິ​ເວນ​ນ່ານຟ້າ​ ​ເໜືອ​ເຂດ Baltic ​ເພື່ອ​ເປັນ​ການ​ຮັບ​ມື​ກັບ​
ສະຖານະ​ການ ຢູ່​ໃນຢູ​ເຄຣນນັ້ນ.

ວີດີໂອ: ເຈົ້າໜ້າທີ່ກັບລັດຖະສະພາ ສຫລ ຊອກຫາທາງແກ້ໄຂບັນຫາຢູເຄຣນ:

US Officials, Lawmakers Search for Solutions to Ukraine Crisis
please wait

No media source currently available

0:00 0:03:27 0:00
XS
SM
MD
LG