ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ສະເໜີ ເງື່ອນໄຂ ສຳຫລັບ ເຈລະຈາ ກັບ ພຽງຢາງ


US, South Korea Offer Terms for Dialogue With Pyongyang
please wait

No media source currently available

0:00 0:02:00 0:00

ຊົມວີດີໂອ ລາຍງານນີ້

ສະຫະລັດ ​ແລະ ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ ມີ​ທ່າ​ທາງວ່າ
ຈະ​ເປັນ​ໄພ​ຂົ່ມຂູ່ ​ຕໍ່ຄວາມ​ໝັ້ນຄົງ ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ​
ແຕ່​ພວກເພິ່ນກໍຍັງ​ຍິນ​ດີ​ທີ່ຈະດຳ​ເນີນ​ການພົວພັນ​ ກັບ​ພຽງ​ຢາງຢູ່
ຖ້າພຽງ​ຢາງ ສະ​ແດງ​ທ່າ​ທີ ວ່າ​ຈະຈິງ​ຈັງ​ໃນການ​ລົບ​ລ້າງ​ ຄວາມ
ສາມາດທາງ ດ້ານນິວ​ເຄລຍຂອງ​ຕົນ. ຜູ້ນຳ​ຂອງ​ທັງ​ສອງ​ປະ​ເທດ
ດັ່ງກ່າວ ​ໄດ້​ຖະ​ແຫລ​ງ ຫຼລັງ​ຈາກ ກອງ​ປະຊຸມ​ສຸດ​ຍອດ ​ໃນ​
ວໍ​ຊິງ​ຕັນ ​ເມື່ອ​ວັນ​ສຸກ​ສັບປະດາ​ແລ້ວ​ນີ້. ຜູ້​ສື່​ຂ່າວ Mary Alice
Salinas ລາຍ​ງານ ຈາກ​ທຳນຽບຂາວ ຊຶ່ງ​ໄຊ​ຈະ​ເລີນສຸກ​
ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ການ​ຊ້ອມ​ຮົບ​ ທາງທະຫານ ຮ່ວມ​ກັນ ລະຫວ່າງ ສະຫະລັດ ​ກັບ ​ເກົາຫຼີ​ໃຕ້ ມີ​ເປົ້າໝາຍ
​ແນ​ໃສ່ ​ເພື່ອຮັບປະກັນ ຄວາມ​ໝັ້ນຄົງ ບົນ​ພື້ນຖານ​ຂອງ​ການ​ຮ່ວມ​ມື​ກັນ ລະຫວ່າງ ສອງ​
ປະ​ເທດ ​ທີ່​ເປັນ​ພັນທະ​ມິດ​ ມາ​ໄດ້ຫຼາຍກວ່າ 60 ປີຜ່ານມາ.

ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເວົ້າວ່າ “ຄວາມ​ສຳພັນ​ຂອງ​ພວກເຮົາ
ຍັງ​ຄົງ​ຢຶດໝັ້ນ​ໄວ້ ຊ່ຶງສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ບໍ່​ພຽງ​ແຕ່​ ສໍາ​ຫລັບ ​ແຫຼມ​
ເກົາຫຼີ​ເທົ່າ​ນັ້ນ ​ແຕ່​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ນຳ​ດ້ວຍ. ສະນັ້ນ ​ເກົາຫຼີ​ໃຕ້
ຈຶ່ງມີ​ບົດບາດໃຈ​ກາງ ຕໍ່​ການສ້າງ​ຄວາມ​ກ້ຳ​ເກິ່ງ​ກັນ​ຄືນ​ໃໝ່​ໃຫ້​ແກ່​ສະຫະລັດ
ໃນ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ.”

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ ພາກ ກຶ່ງ-ເຮ, ວັນທີ 16 ຕຸລາ 2015 ໃນ Oval Office ຂອງທຳນຽບຂາວ ໃນວໍຊິຕັນ.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ ພາກ ກຶ່ງ-ເຮ, ວັນທີ 16 ຕຸລາ 2015 ໃນ Oval Office ຂອງທຳນຽບຂາວ ໃນວໍຊິຕັນ.

ຫຼັງຈາກ ກອງ​ປະຊຸມ​ສຸດ​ຍອດ ທີ່​ທຳນຽບຂາວ​ແລ້ວ ພວກຜູ້ນຳ​ທັງ​ສອງ ​ຈຶ່ງໄດ້​ເລັງໄປ​ຍັງ​
ເກົາຫຼີ​ເໜືອ ວ່າ​ ເປັນ​ໄພ​ຂົ່ມຂູ່​ຢ່າງ​ຍິ່ງ​ໃຫຍ່ ຂອງ​ຂົງ​ເຂດ​ດັ່ງກ່າວ.

ປະທານາທິບໍດີ ​ໂອ​ບາ​ມາ ​ເວົ້າອີກ​ວ່າ “ປະ​ເທດ​ຂອງ​ພວກ​ເຮົາ ຈະ​ບໍ່​ຍອມ ​ໃຫ້​ເກົາຫຼີ​
ເໜືອ ​ເປັນ​ປະ​ເທດ​ທີ່​ມີ​ອາວຸດ​ນິວ​ເຄລຍ​ໄດ້ ຢ່າງ​ເດັດຂາດ. ພວກ​ເຮົາ​ຈະ​ສືບ​ຕໍ່
ຮຽກຮ້ອງ​ໃຫ້​ພຽງ​ຢາງ ຕ້ອງ​ປະຕິ​ບັດ​ຕາມຂໍ້​ຜູກ​ມັດ​ຂອງ​ຕົນ ​ໃນ​ການຍົກ​ເລີກການ​
ຜະລິດ​ອາ​ວຸດ​ນິວ​ເຄລຍ ​ໂດຍສັນຕິ ​ຢ່າງ​ຄົບ​ຖ້ວນ ​ໃນແຫຼມເກົາຫຼີ ​ແລະ ສາມາດກວດ​ສອບ​ໄດ້.”

​ ເຖິງ​ຢ່າງ​ໃດ​ກໍ​ຕາມ ປະທານ​ປະ​ເທດ ​ເກົາຫຼີ​ເໜືອ ທ່ານ Kim Jong Un ແມ່ນ​ຖືກມອງ​ເຫັນ​
ວ່າ ​ເປັນ​ຜູ້ນຳ​ ທີ່ບໍ່​ສາມາດບອກ​ລ່ວງ​ໜ້າ​ໄດ້ ຊຶ່ງ​ທັງ​ສອງ​ປະ​ເທດ ​ໄດ້ກ່າວ​ວ່າ ພວກ​ເພິ່ນ
​ແມ່ນ​ເປີດກວ້າງໃຫ້​ມີການ​ເຈລະຈາ ກັບ​ພຽງ​ຢາງ.

ປະທານາທິບໍດີ ໂອບາມາ ເວົ້າວ່າ “ດັ່ງທີ່ລັດຖະບານຂອງຂ້າພະເຈົ້າ ໄດ້ສະແດງ
ໃຫ້ເຫັນ ຄືກັບ ອີຣ່ານ ແລະ ຄິວບາ ຫັ້ນ​ແລ້ວ ​ວ່າ ພວກເຮົາຍັງພ້ອມ ທີ່ຈະດຳເນີນ
ງານ ກັບບັນດາປະເທດ ທີ່ພວກເຮົາ ເຄີຍມີບັນຫານຳ ໃນເມື່ອກ່ອນ. ແຕ່ພຽງຢາງ
ຕ້ອງເຂົ້າໃຈວ່າ ຕົນຈະບໍ່ບັນລຸ ການພັດທະນາ ເສດຖະກິດ ທີ່ຕົນຕ້ອງການເປັນ
ເວລາດົນນານນັ້ນ​ໄດ້ ຕາບ​ໃດທີ່ ຕົນຍັງຍຶດໜ່ຽວກັບ ອາວຸດ
ນິວເຄລຍຢູ່.”

ສ່ວນປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ກໍເວົ້າວ່າ “ຄັນເກົາຫຼີ
ເໜືອ ສະແດງໃຫ້ເຫັນວ່າ ວ່າຕົນເຕັມໃຈຢ່າງແທ້ຈິງ ທີ່ຈະ​ເດີນໄປສູ່ ການຍົກ​ເລີກ​
ການຜະລິດ​ອາ​ວຸດ​ນິວ​ເຄລຍ ພວກເຮົາກໍຢືນຢັນ ວ່າ ເກົາຫຼີ ແລະ ສະຫະລັດ
ພ້ອມດ້ວຍ ບັນດາປະຊາຄົມນາໆຊາດ ທັງມວນ ແມ່ນພ້ອມພຽງກັນ ຈະຂະຫຍາຍ
ມາດຕະການຮ່ວມມືຕ່າງໆ ໃຫ້ແກ່ເກົາຫຼີເໜືອ.”

ແຕ່ພວກເພິ່ນກ່າວວ່າ ມາເຖິງຕອນນີ້ ເກົາຫຼີເໜືອ ຍັງສະແດງວ່າ ບໍ່ມີຄວາມສົນໃຈເລີຍ
ທີ່​ຈະຍົກເລີກການ​ສ້າງອາວຸດນິວເຄລຍ.

ທ່ານ Scott Snyder ຈາກສະພາພົວພັນຕ່າງປະເທດ ເວົ້າວ່າ “ຂ້າພະເຈົ້າຄິດວ່າ
ເກົາຫຼີເໜືອ ໄດ້ສົ່ງສັນຍານວ່າ ຕ້ອງການຢາກຈະເຈລະຈາ ພຽງແຕ່ວ່າ ມັນບໍ່ແມ່ນ
ຫົວຂໍ້ທີ່ຖືກຕ້ອງ. ພວກເຂົາເຈົ້າ ໄດ້ບົ່ງບອກ ເມື່ອບໍ່ດົນມານີ້ ວ່າ ພວກເຂົາເຈົ້າ
ຢາກຈະເຂົ້າຮ່ວມ ເຈລະຈາສັນຕິພາບ ແຕ່ພວກເຂົາເຈົ້າ ບໍ່ໄດ້ກ່າວຫຍັງເລີຍ
ກ່ຽວກັບການຍົກເລີກ ການ​ສ້າງອາວຸດນິວເຄລຍ ລວມທັງ ໃນລະຫວ່າງ ການເດີນ
ທາງໄປຢ້ຽມຢາມ ເກົາຫຼີເໜືອ ຂອງ ເຈົ້າໜ້າທີ່ລະດັບສູງຂອງຈີນ ເມື່ອສັບປະດາ
ແລ້ວນີ້.”

XS
SM
MD
LG