ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. Obama ແນະນຳ ໃຫ້ໃຊ້ ກ.ໝ. ຄົນ​ເຂົ້າ​ເມືອງ ທີ່​ມີ​ ມະ​ນຸດ​ສະ​ທຳ ​ຕື່ມ​ຂື້ນ


ປະທານາທິບໍດີ Barack Obama
ປະທານາທິບໍດີ Barack Obama
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ
​ວ່າທ່ານ​ໄດ້​ແນະນຳໃຫ້ກະຊວງຮັກສາຄວາມປອດໄພແຫ່ງ
ຊາດພາຍໃນຊອກ​ຫາ​ຊ່ອງ​ທາງບັງຄັບໃຊ້ກົດໝາ​ຍຄົນ​ເຂົ້າ
​ເມືອງ ແບບ “ມີ​ມະ​ນຸດ​ສະ​ທຳ​ຕື່ມ​ຂື້ນ.”

ທຳນຽບຂາວກ່າວ​ວ່າ ປະທານາທິບໍດີ Obama ​ໄດ້​ປະກາດ​
ໃນ​ວັນ​ພະຫັດ ວານ​ນີ້​ ຢູ່​ໃນ​ການ​ພົບ​ປະ​ກັບບັນດາ​ສະມາຊິກ
ສະພາຂອງກຸ່ມ​ຊາວ​ຮິ​ສ​ແປ​ນິສ.

ບັນດາກຸ່ມຈັດຕັ້ງຂອງຊາວອາເມຣິກາລາ​ຕິນ ​ໄດ້​ຕິຕຽນ
ທ່ານ Obama ທີ່​ນຳໃຊ້​ການ​ເນລະ​ເທດໃນ​ຂະນະ​ທີ່​ກ້າວ
​ໄປ​ສູ່ການ​ດັດແປງ​ແກ້ໄຂລະ​ບົບກວດ​ຄົນ​ເຂົ້າ​ເມືອງ​ຂອງ ປະເທດ ຍັງຕົກຢູ່ໃນສະພາບ
ບໍ່ໄປບໍ່ມາ ​ຢູ່​ໃນ​ສະພາ.

ບັນດາ​ສະມາຊິກ​ສະພາພັກ​ເຣພັບ​ບລິ​ກັນ ຢູ່​ໃນສະພາ​ຕຳ່ ສະຫະລັດ ໄດ້​ຢູ່ໃນຈຸດ ໃນ
ກາງຂອງ​ການຊັກ​ຊ້າ ​ໂດຍ​ທີ່​ບັນດາ​ຜູ້​ນຳ ພັກ​ກ່າວ​ວ່າ ຮ່າງ​ກົດໝາຍດັ່ງກ່າວ ຄົງ​ຈະ​ບໍ່​ມີຄວາມກ້າວໜ້າໃດໆ ​ກ່ອນ​ການ​ເລືອກ​ຕັ້ງສະພາ ​ໃນເດືອນ​ພະຈິກປີນີ້. ສະພາ​ສູງ ​ໄດ້​ຮັບຜ່ານ​ຮ່າງກົດໝາຍການ​ປະຕິ​ຮູບຄົນເຂົ້າເມືອງ​ໃນ​ເດືອນ​ມິຖຸ​ນາ ​ທີ່​ຜ່ານ​ມາ.

ບັນດາຜູ້​ສະໜັບສະໜຸນກ່ຽວກັບເລື່ອງຄົນ​ເຂົ້າ​ເມືອງຫລາຍ​ທ່ານ ​ໄດ້​ສະ​ແດງ​ຄວາມ​ບໍ່ພໍໃຈ ​ໃຫ້​ແກ່ປະທານາທິບໍດີ Obama ​ໃນ​ການ​ປະຕິບັດ​ງານຕໍ່ພວກ ຄົນ​ເຂົ້າ​ເມືອງ​ຫລາຍ​ລ້ານ​ຄົນ ທີ່​ອາ​ໄສ​ຢູ່​ໃສ​ຢູ່ໃນສະຫະລັດຢ່າງຜິດ​ກົດໝາຍ.

ປະທານາທິບໍດີ ​ໄດ້​ເອົາ​ບາດກ້າວ​ເພື່ອ​ລຸດຜ່ອນ​ການ​ເນລະ​ເທດບັນດາເດັກນ້ອຍ ທີ່​ຖືກ​ນຳ​ເຂົ້າມາໃນສະ​ຫະລັດ ​ໂດຍ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ ຢ່າງຜິດ​ກົດໝາຍ. ​ແຕ່ ບັນດາ​ກຸ່ມປົກປ້ອງ​ສິດທິ​ຄົນ​ເຂົ້າ​ເມືອງ ​ໄດ້​ຮຽກຮ້ອງ​ໃຫ້ ທ່ານ​ດຳເນີນການກ່ຽວ ກັບເລື່ອງນີ້ເພີ້​ມຕື່ມ.
XS
SM
MD
LG