ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ໂອ​ບາ​ມາ ​ຊຸກຍູ້ ໃຫ້ແມ່ຍິງ​ ໄດ້ຮັບຄ່າຈ້າງ ແຮງງານ ເທົ່າທຽມ ຜູ້ຊາຍ (ວີດີໂອ)


US OBAMA EQUAL PAY SOTVO
please wait

No media source currently available

0:00 0:01:02 0:00
ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ໂອ​ບາ​ມາ ​ໄດ້​ລົງນາມ
​ໃນ​ດຳລັດ​ 2 ສະບັບ ​ເພື່ີອ​ແກ້​ໄຂ​ບັນຫາ​ການບໍ່ໄດ້ຮັບ​ຄ່າຈ້າງ
ແຮງ​ງານຂອງພວກ​ແມ່ຍິງ​ເທົ່າ​ທຽມ​ກັບ​ຜູ້​ຊາຍ.

ປະທານາທິບໍດີ ​ໄດ້ກ່າວ​ວ່າ ຊ່ອງ​ຫວ່າງ​ທາງເພດລະຫວ່າງ
ພວກ​ຜູ້ຊາຍ​ ແລະ​ແມ່ຍິງ​ ແມ່ນ​ເປັນເລື່ອງ​ ທີ່ໜ້າອັບອາຍ
​ຂາຍໜ້າ. ທ່ານ​ເວົ້າວ່າ ໂຕເລກຂອງຫ້ອງການ​ສຳ​ຫຼວດສຳ
ມະ​ໂນ​ຄົວສະຫະລັດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ເລ່ຍແລ້ວ
ພວກ​ແມ່ຍິງ ​ເຮັດ​ວຽກ​ເຕັມ​ເວລານັ້ນ ​ແມ່ນ​ໄດ້​ຮັບ 77 ​ເຊັນ
ຂອງ​ຈຳນວນທຸກໆ 1 ​ໂດ​ລ່າທີ່​ພວກ​ຜູ້​ຊາຍໄດ້​ຮັບ ​ໃນ​ສະຫະລັດ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ: “ທຸກມື້​ນີ້ ສະ​ເລ່ຍແລ້ວ​ພວກ​ແມ່ຍິງ​ທີ່ເຮັດ​ວຽກ​ເຕັມ ເວລາ​ ແມ່ນ​ໄດ້​ຮັບ 77 ​ເຊັນຂອງ​ທຸກໆ 1 ​ໂດ​ລ່າທີ່​ພວກ​ຜູ້​ຊາຍໄດ້​ຮັບ. ສຳ​ຫຼັບ
ພວກແມ່ຍິງເຊື້ອສາຍ ອັຟຣິກາ ​ແລະ​ພວກ​ແມ່ຍິງ​ລາ​ຕິນແລ້ວແມ່ນ​ແຮງ​ໜ້ອຍ
ກວ່ານີ້. ​ໃນ​ປີ 2014 ນີ້ ແມ່ນ​ເປັນເລື່ອງ​ທີ່ໜ້າອັບອາຍ​ຂາຍໜ້າ ມັນ​ເປັນ​ການ​ຜິດພາດ ​ແລະ​ນີ້ບໍ່​ແມ່ນ​ບັນຫາ​ເລື່ອງຄວາມຍຸດຕິທຳທໍ່ນັ້ນ ມັນ​ຍັງບັນຫາ​ເລື່ອງ​ຄອບຄົວ​ແລະ​ການ​ເສດຖະກິດ ​ເພາະວ່າພວກ​ແມ່ຍິງແມ່ນ​ ແມ່ນປະກອບ
ເປັນປະມານເຄິ່ງນຶ່ງ​ຂອງ​ແຮງງານ​ທັງ​ໝົດ ຂອງພວກເຮົາ.”


​ດຳລັດທັງສອງສະບັບນີ້ ບັງຄັບ​ໃຫ້​ບໍລິສັດ​ສັນຍາ​ຈ້າງຂອງ​ລັດຖະບານກາງ ສະໜອງ​ຂໍ້​ມູນ​ໃນການວ່າຈ້າງຢ່າງ​ລະອຽດ​ກ່ຽວ​ກັບເຊື້ອ​ຊາດ​ເຜົ່າ​ພັນແລະ​ເພດພ້ອມ​ທັງ​ຫ້າມ​ບໍ່​ໃຫ້ບໍລິສັດ ​ເຫຼົ່າ​ນີ້ ຖື​ເອົາ​ມາ​ຂໍ້​ອ້າງເອົາຄວາມຜິດກັບພວກ​ພະນັກງານ​ທີ່​ໂອ້​ລົມ​ສົນທະ​ນາ​ກ່ຽວ​ກັບ​ຄ່າ​ແຮງ​ງານ​ຂອງ​ພວກ​ເຂົາ​ເຈົ້າ.

ຮ່າງ​ງກົດໝາຍກຳລັງມີການອະພິປາຍກັນຢູ່​ໃນ​ລັດຖະສະພາສະຫລັດ ທີ່​ຈະ​ສາມາດ​ເຮັດ​ໃຫ້​ງ່າຍ​ຂຶ້ນ ສຳ​ຫຼັບພວກ​ຄົນງານ ທີ່​ຈະ​ຟ້ອງ​ຮ້ອງບັນດາບໍລິສັດ​ທັງຫຼາຍ​ທີ່​ຈ່າຍ​ຄ່າ​ແຮງ​ງານ​ພວກ​ແມ່ຍິງ​ນ້ອຍ​ກວ່າ ພວກ​ຜູ້​ຊາຍ ຍ້ອນເລື່ອງ​ເພດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.
XS
SM
MD
LG