ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ໂອບາມາ ກ່າວກ່ຽວກັບ ການຍິງໂຈມຕີທີ່ລັດ ໂຄໂລຣາໂດ ວ່າ ພໍແລ້ວ ຢ່າໃຫ້ ມັນເກີດຂຶ້ນອີກ

ເຈົ້າໜ້າທີ່ ການວາງແຜນຄອບຄົວ ທ່ານນາງ Vicki Cowart, ກາງ, ຮ່ວມກັບຄົນອື່ນໆວາງມືໃສ່ຫົວໃຈຂອງພວກເຂົາເຈົ້າ ທີ່ໂບດ All Souls Unitarian Universalist Church ໃນເມືອງ Colorado Springs, ລັດ ໂຄໂລຣາໂດ, ໃນລະຫວ່າງພິທີທາງສາສະໜາ ສຳລັບຜູ້ເຄາະຮ້າຍຂອງການຍິງໂຈມຕີໂຮງພະຍາບານ ການວາງແຜນຄອບຄົວ. 28 ພະຈິກ, 2015.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວອອກມາໃນວັນເສົາ ວານນີ້ຕ້ານການໂຈມຕີຍິງປືນໃສ່ຄລິນິກວາງແຜນຄອບຄົວໃນລັດ ໂຄໂລຣາໂດ ວ່າ “ພໍແລ້ວ ຢ່າໃຫ້ເກີດຂຶ້ນອີກ”

ທ່ານ ໂອບາມາ ໄດ້ກ່າວໃນຖະແຫຼງການວ່າ “ນີ້ບໍ່ແມ່ນເລື່ອງປົກ ກະຕິ. ພວກເຮົາຈະປ່ອຍໃຫ້ມັນກາຍເປັນເລື່ອງປົກກະຕິບໍ່ໄດ້,” ໃນຂະນະທີ່ບັນດາເຈົ້າໜ້າທີ່ໃນຫຼາຍລັດໄດ້ກວດສອບປະຫວັດ ຂອງມືປືນທີ່ຕ້ອງສົງໄສທີ່ຖືກຄວບຄຸມໂຕໄວ້ບໍ່ເທົ່າໃດຊົ່ວໂມງຫຼັງ ຈາກ ການໂຈມຕີດັ່ງກ່າວ.

ທ່ານ ໂອບາມາ ກ່າວວ່າ “ຖ້າພວກເຮົາເປັນຫ່ວງກ່ຽວກັບເລື່ອງ ນີ້ແທ້ໆຖ້າພວກເຮົາຈະຖວາຍຄວາມຄິດ ແລະ ສວດມົນອີກຄັ້ງໜຶ່ງ, ສຳລັບພະເຈົ້າເພິ່ນ ຮູ້ວ່າຈັກເທື່ອແລ້ວ, ກັບຄວາມຮູ້ສຶກສຳນຶກທີ່ສະອາດຢ່າງແທ້ຈິງ, ພວກເຮົາຈຶ່ງຕ້ອງໄດ້ເຮັດ ບາງຢ່າງກ່ຽວກັບການຄອບຄອງອາວຸດ ສົງຄາມຢູ່ຕາມທ້ອງຖະໜົນຂອງພວກເຮົາກັບຄົນ ທີ່ບໍ່ມີໜ້າທີ່ໃນການໃຊ້ມັນ. ເລື້ອງນີ້ໃຫ້ຢຸດພຽງເທົ້ານີ້. ທໍ່ນີ້ພໍແລ້ວ.”

ພາບຖ່າຍນັກໂທດໃບນີ້ ໄດ້ຖືກເປີດເຜີຍໂດຍກົມຕຳຫຼວດ Colorado Springs ສະແດງໃຫ້ເຫັນ ທ້າວ Robert L. Dear ຜູ້ຕ້ອງສົງໄສຍິງໂຮງພະຍາບານ ການວາງແຜນຄອບຄົວ ໃນເມືອງ Colorado Springs, ລັດ Colorado ໃນວັນທີ 27 ພະຈິກ 2015,
ພາບຖ່າຍນັກໂທດໃບນີ້ ໄດ້ຖືກເປີດເຜີຍໂດຍກົມຕຳຫຼວດ Colorado Springs ສະແດງໃຫ້ເຫັນ ທ້າວ Robert L. Dear ຜູ້ຕ້ອງສົງໄສຍິງໂຮງພະຍາບານ ການວາງແຜນຄອບຄົວ ໃນເມືອງ Colorado Springs, ລັດ Colorado ໃນວັນທີ 27 ພະຈິກ 2015,

ການໂຈມຕີໃນຕອນກາງເວັນຂອງວັນສຸກທີ່ຜ່ານມາໄດ້ກໍ່ໃຫ້ເກີດການຍິງປະທະກັນ ແລະ ພົບ ທາງຕັນກັບຕຳຫຼວດໃນເມືອງ Colorado Springs, ເຮັດໃຫ້ຕຳຫຼວດຄົນໜຶ່ງ ແລະ ຜູ້ຮັບ ເຄາະຮ້າຍສອງຄົນເສຍຊີວິດ. ອີກ 9 ຄົນໄດ້ຮັບບາດເຈັບ.

ໃນຕອນຄ່ຳຂອງວັນເສົາວານນີ້, ຕຳຫຼວດຍັງບໍ່ໄດ້ເປີດເຖິງເຜີຍສາເຫດຂອງການໂຈມຕີ ດັ່ງກ່າວ. ແຕ່ວ່າຮູບພາບໜຶ່ງໄດ້ເລີ່ມປະກົດອອກມາວ່າ ຜູ້ຕ້ອງສົງໄສທ້າວ Robert Lewis Dear ອາຍຸ 57 ປີ, ພ້ອມກັບເຈົ້າໜ້າທີ່ ແລະ ຄົນຮູ້ຈັກຫຼາຍຄົນໄດ້ອະທິບາຍວ່າລາວເປັນ ຄົນທີ່ຢູ່ໂດດດ່ຽວ ເຊິ່ງເຄີຍຖືກຈັບມາກ່ອນ ພ້ອມກັບຖືກບັງຄັບໃຫ້ຢູ່ພາຍໃຕ້ກົດໝາຍໃນລັດ ໂຄໂລຣາໂດ ແລະ North Carolina.

ຜູ້ລອດຊີວິດຈາກການຍິງໂຮງພະຍາບານ ການວາງແຜນຄອບຄົວ Ozy Licano ອະທິບາຍການປະເຊີນໜ້າຂອງລາວ ກັບມີປືນ. ວັນທີ 27 ພະຈິກ 2015, ເມືອງ Colorado Spring, ລັດ ໂຄໂລຣາໂດ.
ຜູ້ລອດຊີວິດຈາກການຍິງໂຮງພະຍາບານ ການວາງແຜນຄອບຄົວ Ozy Licano ອະທິບາຍການປະເຊີນໜ້າຂອງລາວ ກັບມີປືນ. ວັນທີ 27 ພະຈິກ 2015, ເມືອງ Colorado Spring, ລັດ ໂຄໂລຣາໂດ.

ແຫຼ່ງຂ່າວຂອງຕຳຫຼວດຕໍ່ມາໄດ້ອ້າງການກ່າວຂອງທ້າວ Dear ວ່າ “ບໍ່ໃຫ້ມີອະໄວຍາວະຂອງ ເດັກນ້ອຍເກີດໃໝ່ອີກ” ຊຶ່ງເປັນການອ້າງອີງຢ່າງຊັດເຈນໃສ່ການແທ້ງລູກ ທີ່ປະຕິບັດໃນຄລິ ນິກບາງແຫ່ງ, ໃນຂະນະທີ່ລາວໄດ້ຖືກນຳໂຕອອກໄປຈາກຈຸດເກີດເຫດອາຊະຍາກຳໃນວັນ ສຸກທີ່ຜ່ານມາ.

ກ່ອນໜ້ານີ້, ຕຳຫຼວດເມືອງ Colleton ລັດ North Carolina ໄດ້ກ່າວເປີດເຜີຍການລາຍງານ ຕໍ່ໜັງສືພິມ The Washington Post ກ່ຽວກັບການພົບເຫັນຕົວຢ່າງຂອງຜູ້ຕ້ອງສົງໄສຢ່າງ ໜ້ອຍ 7 ຄົນທີ່ພົວພັນໃນການຂັດແຍ້ງ ຫຼື ການຜິດຖຽງກັນກັບຄົນຂ້າງບ້ານ ຫຼື ຜູ້ທີ່ອາໄສຢູ່ໃນ ພື້ນທີ່ຄົນອື່ນໆ.

ນັກສືບສວນສອບສວນລັດຖະບານ ໄດ້ສຳພາດອະດີດເພື່ອນບ້ານຂອງທ້າວ Dear ໃນອີກ ເມືອງໜຶ່ງຂອງລັດ North Carolina ໃນຕອນບ່າຍຂອງວັນເສົາວານນີ້.

3 Dead in Colorado Planned Parenthood Shooting
please wait

No media source currently available

0:00 0:01:31 0:00

XS
SM
MD
LG