ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ສະໜັບ ສ​ະໜູນ ຮອບດ້ານແກ່ ແບລຢ້ຽມ ເພື່ອນຳເອົາ ພວກກໍ່ການຮ້າຍ ມາລົງໂທດ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ທ່ານ​ໄດ້​ສະ​ເໜີ​ຕໍ່ ນາຍົກລັດຖະມົນຕີ Belgium ກ່ຽວ​ກັບ​ການ
​ໃຫ້​ຄວາມ​ສະໜັບສ​ະໜູນ​ຮອບດ້ານ ຂອງສະຫະລັດ ​ໃນ​ກາ​ນ
ນຳ​ເອົາ​ໂຕພວກ​ກໍ່​ການ​ຮ້າຍ​ທີ່​ພົວພັນກັບ​ການວາງ​ແຜນ ຫລື
​ໃຫ້ການ​ຊ່ວ​ຍເຫຼືອ ​ໃນ​ການ​ໂຈມ​ຕີ​ແບບ​ໄຮ້​ຈິດ​ສຳນຶກ ​ຕໍ່ພວກ
​ຜູ້​ຊາຍ ​ແມ່ຍິງແລະເດັກນ້ອຍທີ່​ໄຮ້​ດຽງສາ​ໃນ​ນະຄອນ Brus-
sels ​ເມື່ອອາທິດ​ທີ່​ຜ່ານ​ມານີ້ ມາ​ລົງ​ໂທດ.

​ໃນ​ຄຳ​ປາ​ໄສປະຈຳ​ສັບປະດາຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ ປະທາ
ນາທິບໍດີ Obama ກ່າວ​ວ່າ Belgium ​ເປັ​ນ​ເພື່ອນ​ທີ່ໃກ້ຊິດ ​
ແລະ​ພັນທະ​ມິດ​ຂອງ​ສະຫະລັດ ​ແລະ “​ເວລາ​ໃດ​ມັນ​ເກີດ​ຂຶ້ນ
​ແກ່​ເພື່ອນ​ມິດຂອງພວກ​ເຮົາ ອາ​ເມຣິກາ​ຢູ່​ເບື້ອງ​ຫລັງ​ເຂົາ​ເຈົ້າໂດຍ​ສະ​ເພາະ​ໃນ​ຂະນະ​ທີ່​ພວກ​ເຮົາ​ສູ້​ລົບ​ກັບ​ການ​ທຳລາຍລ້າງຂອງ​ພວກ​ກໍ່​ການ​ຮ້າຍ.”

ອີງ​ຕາມ​ປະທານາທິບໍດີ​ແລ້ວ ​ເຈົ້າໜ້າ​ທີ່​ຄະນະໜຶ່ງ ​ຈາກອົງການ​ສັນຕິ​ບານ​ກາງ​ຫລື FBI ຂອງສະຫະລັດ ​ໄດ້​ໄປ​ເຖິງ​ປະ​ເທດ​ Belgium ​ເປັນ​ທີ່​ຮຽຮ້ອຍ​ແລ້ວ​ເພື່ອ​ໃຫ້ການ​ສະໜັບສະໜູ​ນການສືບສວນສອບ​ສວນ​ກ່ຽວ​ກັບການ​ໂຈມ​ຕີ​ກໍ່​ການ​ຮ້າຍດັ່ງກ່າວ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່ ຖອນ​ຮາກຖອນ​ເຫງົ້າ ​ແລະ​ເອົາ​ຊະນະກຸ່ມ​ລັດ ອິສລາມ​ຫຼື ISIL. ພວກ​ເຮົາ​ໄດ້​ກຳ​ຈັດ​ຜູ້ນຳກຸ່ມ ISIL ແລະໃນອາທິດ​ນີ້ ພວກ​ເຮົາ​ກໍໄດ້​ສັງຫານ​ໜຶ່ງໃນ​ບັນດາ​ຜູ້ນຳ​ສູງ​ສຸດຈາກ​ສະໜາມລົບ​.

ປະທານາທິບໍດີ Obama ກ່າວ​ວ່າ ​ໃນອາທິດຈະ​ມາ​ເຖິງ​ນີ້​ເວ​ລາພວກຜູ້ນຳຂອງ ໂລກ​ຫລາຍ​ຄົນ ມາ​ໂຮມ​ກັນ​ທີ່ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ​ເພື່ອ​ເຂົ້າຮ່ວມກອງ​ປະ​ຊຸມສຸດ​ຍອດ​ຄວາມ​ໝັ້ນຄົງດ້ານ​ນິວ​ເຄລຍ “ພວກ​ເຮົາ​ຈະ​ໃຊ້​ໂອກາດ​ດັ່ງ​ກ່າວ​ເພື່ອ​ທົບ​ທວນ​ຄືນ ​ເບິ່ງ​ການ​ດຳ​ເນີນ​ຄວາມ​ພະຍາຍາມຮ່ວມຂອງ​ພວກ​ເຮົາ​ເພື່ອ​ຕໍ່ຕ້ານ​ກຸ່ມ ISIL ​ແລະ​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ໂລກເຮົານີ້​ຍັງ​ສືບ​ຕໍ່​ມີ​ຄວາມ​ປຸ້ມລຸມ​ສາມັກ ຄີ​ກັນ ໃນ​ຄວາມ​ພະຍາ​ຍາມ​ເພື່ອ​ປ້ອງ​ກັນ​ປະຊາຊົນ​ຂອງ​ພວກ​ເຮົາ.”

XS
SM
MD
LG