ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Obama ຈັດຖະແຫຼງຂ່າວ ເທື່ອທຳອິດ ຫຼັງຈາກໄດ້ຮັບ ໄຊຊະນະ


ທ່ານ Barack Obama ໄດ້ກ່າວໃນການໃຫ້ສໍາພາດແກ່ບັນດາ
ນັກຂ່າວ ທີ່ທໍານຽບຂາວ
ທ່ານ Barack Obama ໄດ້ກ່າວໃນການໃຫ້ສໍາພາດແກ່ບັນດາ ນັກຂ່າວ ທີ່ທໍານຽບຂາວ
ປະທານາທິບໍດີ Barack Obama ໄດ້ກ່າວໃນການໃຫ້ສໍາພາດ
ແກ່ບັນດານັກຂ່າວເປັນຄັ້ງທໍາອິດ ຫຼັງຈາກທ່ານໄດ້ຮັບໄຊຊະນະ
ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມອີກໃນອາທິດແລ້ວນີ້ວ່າ
ບຸລິມມະສິດທີ່ສຳຄັນສຸດຂອງທ່ານ ກໍແມ່ນດ້ານເສດຖະກິດ
ແລະການສ້າງ ຄວາມສົມດູນໃຫ້ແກ່ງົບປະມານຂອງປະເທດ.

ທ່ານໄດ້ຖະແຫຼງຕໍ່ພວກນັກຂ່າວທີ່ທໍານຽບຂາວວ່າ ລາຍໄດ້ອາດ
ຈະເພີ່ມຂຶ້ນໃນຂະນະທີ່ມີ ການລຸດພາສີໃຫ້ແກ່ 97% ຂອງປະຊາ
ຊົນສ່ວນໃຫຍ່, ແຕ່ທ່ານກ່າວວ່າ ພວກເສດຖີຊາວອາເມຣິກັນນັ້ນ
ຄວນຈະຈ່າຍພາສີເພີ່ມຂຶ້ນ ແລະຮຽກຮ້ອງໃຫ້ບັນດາສະມາຊິກ
ສະພາຮັບຜ່ານຮ່າງກົດໝາຍເສດຖະກິດ ກ່ອນວັນພັກບຸນສະຫຼອງ
Christmas.

ເມື່ອຖືກຖາມກ່ຽວກັບການໃຫ້ການຊ່ອຍເຫຼືອທາງດ້ານອາວຸດແກ່ພວກຝ່າຍຄ້ານຊີເຣຍນັ້ນ,
ທ່ານຕອບວ່າ ທາງສະຫະລັດໄດ້ມອບເງິນຈໍານວນຫຼາຍໆລ້ານໂດລາເພື່ອຊ່ອຍເຫຼືອຝ່າຍ
ຄ້ານແລະປະຊາຊົນຊາວຊີເຣຍແລ້ວ ແຕ່ກໍຈະລະວັງກ່ຽວກັບການໃຫ້ອາວຸດ ແກ່ພວກທີ່
ອາດເປັນໄພອັນຕະລາຍຕໍ່ຊາວອະເມຣິກັນ. ທ່ານ Obama ກ່າວຕື່ມວ່າ ສະຫະລັດຕ້ອງ
ການຢາກໃຫ້ຊີເຣຍມີປະຊາທິປະໄຕ ທີ່ມີຫຼາຍພັກຝ່າຍເຂົ້າຮ່ວມ ທີ່ຈະໃຫ້ການເຄົາລົບ
ນັບຖືຕໍ່ສິດທິມະນຸດ.

ປະທານາທິບໍດີ Obama ໄດ້ກ່າວວ່າ ທ່ານຢາກຈະເຫັນຝ່າຍຄ້ານຊີເຣຍ ຈັດຕັ້ງກັນເປັນ
ກຸ່ມກ້ອນ ທີ່ເປີດໃຫ້ຫຼາຍຝ່າຍເຂົ້າຮ່ວມໄດ້. ທ່ານຍັງໄດ້ກ່າວອີກວ່າ ທ່ານຖືວ່າກຸ່ມທີ່ວ່ານີ້
ເປັນຕົວແທນຂອງຊາວຊີເຣຍທີ່ຖືກຕ້ອງ ແຕ່ທ່ານກໍຍັງບໍ່ທັນພ້ອມເທື່ອ ທີ່ຈະຮັບຮູ້ກຸ່ມດັ່ງ
ກ່າວນີ້ວ່າ ເປັນລັດຖະບານທີ່ຖືກຕ້ອງຊອບທຳຕາມກົດໝາຍຂອງຊີເຣຍເທື່ອ.

ກ່ຽວກັບອິຣ່ານນັ້ນ ທ່ານກ່າວວ່າ ທ່ານຍັງຈະສືບຕໍ່ຊຸກຍູ້ໃຫ້ມີການແກ້ໄຂທາງດ້ານການທູດ
ຕໍ່ບັນຫາທີ່ປະເທດດັ່ງກ່າວໄຝ່ຝັນຢາກຈະມີອາວຸດນິວເຄລຍນັ້ນ.
XS
SM
MD
LG