ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ກັບ ນາຍົກ ອິສຣາແອລ ພະຍາຍາມ​​ ຫາ​ທາງ​ແກ້​ໄຂ​ ຄວາມແຕກຕ່າງ ກ່ຽວກັບອີຣ່ານ


Obama, Netanyahu Look to Move Past Differences
please wait

No media source currently available

0:00 0:02:26 0:00

ເຊີນຊົມ ວີດີໂອ ລາຍງານນີ້.

ດ້ວຍການ​ສຳ​ພັດມື​ກັນ “ແບບພິເສດ” ຄວາມສຳພັນ​ລະຫວ່າງ
​ສອງ​ປະ​ເທດ​ຂອງ​ພວກເພິ່ນສຳລັບ ປະທານາທິບໍດີີ ສະຫະລັດ
ທ່ານ Barack Obama ແລະ​ນາຍົກ​ລັດຖະມົນຕີ ອິສຣາ​ແອລ
ທ່ານ Benjamin Netanyahu ແມ່ນ​ໄດ້ຊອກ​ຫາ​ຊ່ອງ​ທາງ​ໄກ່​
ເກ່ຍ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ແກ້​ໄຂອັນ​ທີ່​ໄດ້​ເຫັນ ລະຫວ່າງ​ການ
​ນຳພາ​ເຈລະຈາ​ຂອງ ສະຫະລັດ ກ່ຽວ​ກັບ​ຂໍ້​ຕົກລົງນິວ​ເຄລຍກັບ
ອີຣ່ານ ​ໃນ​ຕົ້ນປີ​ນີ້.

ທ່ານ Obama ກ່າວ​ວ່າ “ມັນ​ບໍ່​ເປັນ​ທີ່​ລຶກລັບ​ທີ່ ນາຍົກລັດຖະມົນ
ຕີ ​ແລະ​ຂ້າພ​ະ​ເຈົ້າ ​ໄດ້​ມີ​ຄວາມ​ບໍ່​ເຫັນ​ດີກັນຢ່າງ​ແຮງ​ກ່ຽວ​ກັບ​ເລື້ອງ​
ດັ່ງກ່າວ ​ແຕ່​ວ່າ​ພວກ​ເຮົາ​ບໍ່​ໄດ້​ມີ ການ​ບໍ່​ເຫັນ​ດີ​ໃນ​ຄວາມ​ຕ້ອງການ
ທີ່​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ອີ​ຣ່ານ ຈະບໍ່​ໄດ້ຣັບອາວຸດ​ນິວ​ເຄລຍ.”

​ໃນ​ການ​ພົບ​ປະກັນ​ເປັນ​ເທຶ່ອທີ່ 13 ນັບ​ແຕ່ ປະທານາທິບໍດີ ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ ທ່ານ
Obama ​ແລະ ທ່ານ Netanyahu ​ໄດ້​ຊອກຫາຊ່ອງທາງ​ເພື່ອ​ໃຫ້​ຜ່ານຜ່າ​ຄວາມ​ແຕກ
​ຕ່າງກັນ​ຂອງ​ເຂົາ​ເຈົ້າ ​ແລະ​ເນັ້ນ​ໜັກ​ໃສ່​ບ່ອນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ຮ່ວມ​ທັງ ການ
ຫລຸດ​ຜ່ອນ​ສະພາບ​ຄວາມ​ເຄັ່ງຕຶງ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ​ການ​ສູ້​ລົບ​ຕ້ານ ລັດ​ອິສ
ລາມ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ອຶຶ່ນໆ.

XS
SM
MD
LG