ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ ໂອບາມາ ​ມີຄວາມຫວັງ ໃນແງ່ດີ ກ່ຽວກັບ ​ຮ່າງ​ ກ.ໝ. ​ຄົນ​ເຂົ້າ​ເມືອງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ​ໄດ້​ສະ​ເໜີແນະ​ວ່າ ທ່ານ​ອາດເຕັມ​ໃຈ
ທີ່ຈະ​ເປີດ​ໃຫ້ມີການປະນີປະນອມກ່ຽວກັບ​ຮ່າງ​ກົດໝາຍ​ຄົນ​ເຂົ້າ​
ເມືອງ.

ທ່ານ Barack Obama ​ໃນໃຫ້ການ​ສໍາພາດສອງເທື່ອທີ່ນຳອອກ
ເຜີ​ຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ກ່າວ​ວ່າ ທ່ານ​ອາດຈະຍົກເລີກການຢືນ
ຢັດ​ຂອງ​ທ່ານ ​ທີ່ວ່າ​ຮ່າງ​ກົດໝາຍຄົນເຂົ້າເມືອງ ຕ້ອງຮວມ​ທັງຫົນ
ທາງ​ພິ​ເສດ​ໄປ​ສູ່ການ​ໄດ້ຮັບສັນຊາດ ​ສຳລັບຜູ້ຄົນ 11 ລ້ານ​ຄົນທີ່​
ໄດ້​ເຂົ້າ​ມາ​ຢູ່​ໃນສະຫະລັດ ແບບຜິດ​ກົດໝາຍນັ້ນ.

ການໃຫ້ຄວາມເຫັນຂອງຜູ້​ນໍາສະຫະລັດ ​ມີຂື້ນ​ນຶ່ງ​ມື້​ ຫລັງ​ຈາກບັນ
ດາ​ຜູ້​ນໍາ​ພັກຣີ​ພັບ​ບລິ​ກັນ ຢູ່​ໃນ​ສະພາ​ຕໍ່າ ອອກຖະແຫລ​ງການສະ​ບັບນຶ່ງ ກ່ຽວ​ກັບຫລັກການ​
ດ້ານຄົນ​ເຂົ້າ​ເມືອງ ໂດຍອະນຸຍາດ​ໃຫ້ພວກ​ຜູ້​ໃຫຍ່​ຫລາຍ​ລ້ານ​ຄົນ ທີ່​ພາກັນ​ຢູ່​ໃນສະຫະລັດ
ຢ່າງ​ຜິດ​ກົດໝາຍນັ້ນ ໃຫ້ໄດ້​ຮັບ​ຖານະ​ທີ່​ຖືກຕ້ອງທາງກົດໝາຍ ຫລັງ​ຈາກຈ່າຍ​ຄາ​ພາສີ​ຄືນ​
ຫລັງ ແລະຄ່າ​ປັບ​ໃໝຕ່າງໆ.

​ເຖິງ​ຢ່າງ​ໃດ​ກໍ​ດີ ແຜນ ການຂອງພັກຣີພັບບລີກັນບໍ່ໄດ້ສະເໜີໃຫ້ເສັ້ນທາງໄປສູ່ການໄດ້ຮັບ
ສັນຊາດ ອັນເປັນບາດກ້າວ ທີ່ສະມາຊິກຂອງພັກຣີພັບບລີກັນນິຍົມແນວທາງເດີມບາງຄົນ ຖືວ່າເປັນການໃຫ້ອະໄພຍະໂທດນັ້ນ.

ປະ​ທາ​ນາ​ທິບໍດີ Obama ​ໄດ້​ລໍຖ້າ​ມາ​ຕັ້ງ​ແຕ່​ປີ​ກາຍ​ນີ້ ​ເພື່ອ​ໃຫ້​ສະພາ​ຕໍ່າຍົກເອົາເລື່ອງການ
​ປະຕິຮູບ​ຄົນ​ເຂົ້າ​ເມືອງ ຂຶ້ນມາອະພິປາຍກັນ ຫລັງຈາກ​ສະພາ​ສູງ​ ໄດ້ຮັບ​ຜ່ານ​ຮ່າງ​ກົດໝາຍ
ສະບັບນຶ່ງ ທີ່​ອຳນວຍເສັ້ນທາງ​ໄປ​ສູ່​ການ​ໄດ້ຮັບ​ສັນຊາດ ທີ່​ອາດ​ຈະ​ໃຊ້​ເວລາ​ຢ່າງ​ໜ້ອຍ 13
ປີ.

ປະ​ທາ​ນາທິບໍດີກ່າວ​ວ່າ ທ່ານ​ຍັງ​ມີຄວາມຫວັງຫຼາຍສົມຄວນໄປໃນແງ່ດີທີ່ທ່ານ​ ຈະສາມາດ
​ເຮັດ​ວຽກເພື່ອໃຫ້ມີການຕົກລົງກັນ ​ກ່ຽວກັບການ​ປະຕິ​ຮູບ ເລື່ອງຄົນເຂົ້າເມືອງ​ ກັບ​ພັກຣີພັບ
​ບລິ​ກັນ.

ການໃຫ້ຄວາມເຫັນຂອງ​ທ່ານ ​ມີຂື້ນໃນລ​ະຫວ່າງການ​ໂອ້ລົມ ​ທາງອິນ​ເຕີ​ແນັດ ​ກັບ Google
Plus Hangout ແລະ​ການໃຫ້​ສໍາພາດ​ແກ່ໂທລະພາບ CNN.

​ສະມາຊິກ​ພັກຣີພັບ​ບລິ​ກັນຫລາຍໆ​ທ່ານ ​ເຫັນ​ວ່າ ຮ່າງກົດໝາຍການ​ປະຕິ​ຮູບ​ດ້ານ ຄົນເຂົ້າ​
ເມືອງ​ເປັນ​ໂອກາດ​ທີ່ຈະດຶງດູດເອົາພວກ​ປ່ອນ​ບັດຊາວອາເມຣິກາລາ​ຕິນ ຊຶ່ງ​ສ່ວນໃຫຍ່ແລ້ວ
ແມ່ນໃຫ້ການສະໜັບສະໜຸນ ຕໍ່ທ່ານ Obama ​ແລະ ​ພັກ​ເດ​ໂມແຄຣັດ ​ໃນ​ການ​ເລືອກ​ຕັ້ງ ​ປີ
2012 ​ແລະ 2008 ຜ່ານມາ.

Analysts Say Republicans Under Pressure on Immigration Reform
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ

XS
SM
MD
LG