ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ພົບກັບ ນາງ Malala Yousafzai (ວີດີໂອ)


ນາງ Malala Yousafzai ອາຍຸ 16 ປີ ຈາກປາກິສຖານ ທີ່ຖືກຍິງ ໂດຍພວກຕາລີບານ ໃນເດືອນຕຸລາ ປີກາຍ ຍ້ອນສະໜັບສະໜຸນ ໃຫ້ພວກແມ່ຍິງ ໄດ້ຮັບການສຶກສາ.
ນາງ Malala Yousafzai ອາຍຸ 16 ປີ ຈາກປາກິສຖານ ທີ່ຖືກຍິງ ໂດຍພວກຕາລີບານ ໃນເດືອນຕຸລາ ປີກາຍ ຍ້ອນສະໜັບສະໜຸນ ໃຫ້ພວກແມ່ຍິງ ໄດ້ຮັບການສຶກສາ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ພົບປະຢູ່ທີ່
ທຳນຽບຂາວກັບນາງ Malala Yousafzai ນັກເຄື່ອນໄຫວສາວ
ນ້ອຍປາກິສຖານ ທີ່ໄດ້ຖືກຍິງໂດຍພວກຕາລີບານ ໃນຄວາມພະ ຍາຍາມເພື່ອຢາກຊຸກຍູ້ການສຶກສາໃຫ້ແກ່ພວກເດັກນ້ອຍແມ່ຍິງ
ນັ້ນ.

ປະທານາທິບໍດີບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງທ່ານ
ນາງ Michelle Obama ໄດ້ພົບປະກັບນັກເຄື່ອນໄຫວ ສາວ
ນ້ອຍອາຍຸ 16 ປີ ຊາວປາກິສຖານໃນ ວັນສຸກວານນີ້ ຊຶ່ງເປັນມື້
ດຽວກັນ ກັບທີ່ຄະນະກຳມະການລາງວັນໂນແບລ ປະກາດຊື່ຜູ້ ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ.

ນາງ Malala ແມ່ນຖືກເບິ່ງກັນວ່າ ເປັນຕົວເກງທີ່ຈະຊະນະລາງວັນດັ່ງກ່າວແຕ່ລາງວັນນີ້ ໄດ້ຕົກເປັນຂອງອົງການເກືອດຫ້າມ ໃນການນຳໃຊ້ອາວຸດເຄມີ ທີ່ເອີ້ນຫຍໍ້ເປັນພາສາອັງ
ກິດວ່າ OPCW ຊຶ່ງໃນເວລານີ້ພວມປະຕິບັດງານເພື່ອທຳລາຍຄັງອາວຸດເຄມີຂອງຊີເຣຍ.

ທຳນຽບຂາວກ່າວວ່າ ປະທານາທິບໍດີໂອບາມາ ຕ້ອງການຢາກຂອບໃຈນາງ Malala ໃນ
ວຽກງານຂອງນາງ ກ່ຽວກັບການສຶກສາສຳລັບພວກແມ່ຍິງຢູ່ໃນປາກິສຖານ.

ນາງ Malala ມີອາຍຸ 11 ປີ ເວລານາງເລີ້ມເປັນນັກເຄື່ອນໄຫວ ຕໍ່ສູ້ເພື່ອການສຶກສາ ອິດ ສະຫຼະພາບ ແລະສິດອຳນາດ ໃນການຕັດສິນໃຈຢ່າງເປັນອິດສະຫຼະ ສຳລັບພວກແມ່ຍິງ
ໃນເຂດຮ່ອມພູ Swat ຂອງປາກິສຖານ ບ່ອນທີ່ພວກຕາລີບານໄດ້ຫ້າມບໍ່ໃຫ້ພວກແມ່ຍິງ
ໄປໂຮງຮຽນ ໃນປີ 2009 ນັ້ນ.

OBAMA MALALA
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG