ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ແລະທ່ານນາງ Clinton ລົງໂຄສະນາຫາສຽງນຳກັນ


ປ. Barack Obama ໂບກມື ກ່ອນຂຶ້ນເຮືອບິນ Air Force One, 29 ພຶດສະພາ, 2016, ທີ່ສະໜາມບິນທີ່ຄ້າຍທະຫານ ອາກາດ Andrews, Md.
ປ. Barack Obama ໂບກມື ກ່ອນຂຶ້ນເຮືອບິນ Air Force One, 29 ພຶດສະພາ, 2016, ທີ່ສະໜາມບິນທີ່ຄ້າຍທະຫານ ອາກາດ Andrews, Md.

ການໂຄສະນາຫາສຽງ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໄດ້​ເຄື່ອນຍ້າຍ ​ໄປ​ຍັງ​ລັດ Carolina ​ເໜືອ ​ໃນພາກ​ໃຕ້​ຂອງ​ປະ​ເທດ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ທັງ​ສອງ​ ຜູ້​ສະໝັກ ຈາກ​ພັກ Republican ທ່ານ Donald Trump ​ແລະ​ຈາກ​ພັກ Democrat ທ່ານ​ນາງ Hillary Clinton ໄດ້​ພາກັນ​ຈັດ​ການ​ໂຄສະນາ​ຫາ​ສຽງ​ຢູ່​ທີ່​ນັ້ນ.

ທ່ານ Trump ຈະ​ຂຶ້ນ​ເວທີ​ຫາ​ສຽງ​ໃນ​ຕອນ​ແລງ​ທີ່​ເມືອງ Raleigh ຊຶ່ງ​ເປັນ​ເມືອງ​ຫຼວງ ຂອງ​ລັດ​.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນທ່ານ​ນາງ Clinton ຈະ​ທຳ​ການ​ຫາ​ສຽງ​ໃນ​ເມືອງ Charlotte ​ປະມານ 200 ຫຼັກ​ກິ​ໂລ​ແມັດຫ່າງ​ອອກ ໃນຂະນະ​ທີ່​ປະທານາທິບໍດີ​ ສະຫະລັດ​ທ່ານ ບາ​ຣັກ ​ໂອ​ບາ​ມາ ຈະ​ໄດ້​ປະກົດ​ຕົວ​ເປັນ​ຄັ້ງ​ທຳ​ອິດ ​ທີ່​ສະໜັບສະໜຸນ ​ທ່ານ​ນາງ ຜູ້​ຊຶ່ງໄດ້​ຮັບໃຊ້ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ​ໃນ​ສະ​ໄໝ​ທຳ​ອິດ​ຂອງ ​ທ່ານ​ນັ້ນ.

“ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ເຂົ້າ​ຮ່ວມ​ຫາ​ສຽງ​ນຳ​ກັນ” ຊຶ່ງ​ເປັນ​ຂໍ້ຄວາມ​ທີ່​ທ່ານ​ນາງ ​Clinton ໄດ້​ຂຽນ​ລົງ​ໃນ twitter ພ້ອມກັບວີ​ດີ​ໂອ​ຂອງ​ປະທານາທິບໍດີ ທີ່​ໄດ້​ອັດ​ໄວ້​ ໃນ​ເດືອນ​ແລ້ວ​ນີ້ ​ໃນ​ຕອນ​ທີ່​ທ່ານ​ໄດ້​ບອກ​ວ່າ ​ຈະ​ສະໜັບສະໜຸນ​ທ່ານ​ນາງ​ນັ້ນ.

ຜູ້ສະໝັກປະທານາທິບໍດີ ສັງກັດພັກ Republican ທ່ານ Donald Trump ຖະແຫຼງໃນ ກອງປະຊຸມໃນ Denver, 1 ກໍລະກົດ, 2016.
ຜູ້ສະໝັກປະທານາທິບໍດີ ສັງກັດພັກ Republican ທ່ານ Donald Trump ຖະແຫຼງໃນ ກອງປະຊຸມໃນ Denver, 1 ກໍລະກົດ, 2016.

​ແປດ​ປີ ທີ່​ແລ້ວ ທ່ານ ​ໂອ​ບາ​ມາ ​ແລະ​ທ່ານ​ນາງ Clinton ​ໄດ້​ແຂ່ງຂັນ​ກັນ​ໃນ​ການ ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ດຸ​ເດືອດ ທີ່​ສິ້ນ​ສຸດ​ລົງ​ດ້ວຍ​ທ່ານ​ໂອ​ບາ​ມາ ທີ່​ໄດ້​ຖື​ກ​ເລືອກ​ ໃຫ້​ເປັນ​ຕົວ​ແທນ​ຂອງ​ພັກ Democrat ​ແລະ​ທ່ານ​ນາງ Clinton ກໍ​ໄດ້​ຊ່ອຍ​ຫາ​ສຽງ ​ໃຫ້​ທ່ານ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຕໍ່ສູ້​ກັບ​ທ່ານ John McCain ສັງກັດ​ພັກ Republican.

ປະຈຸ​ບັນ​ນີ້ ທ່ານ​ໂອ​ບາ​ມາ ແມ່ນ​ໜຸນ​ຫຼັງ​ໃຫ້​ທ່ານ​ນາງ Clinton ​ເພື່ອ​ຊອກ​ຫາ​ຊ່ອງ ​ທາງທີ່​ຈະ​ໃຫ້​ພັກ Democrat ສືບ​ຕໍ່ກຳ​ຕຳ​ແໜ່​ງ​ຢູ່​ໃນ​ທຳນຽບຂາວ​ແລະດຳ​ເນີນ​ນະ​ໂຍ ບາຍຂອງ​ທ່ານ​ທີ່​ໄດ້​ຮັບ​ໄຊຊະນະ​ມາ​ແລ້ວ​. ການ​ສະໜັບສະໜຸນ​ຂອງ​ທ່ານ​ນັ້ນ ​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຄະ​ແນນນິຍົມ​ກ່ຽວ​ກັບນະ​ໂຍລາຍ​ຂອງ​ທ່ານ ​ໄດ້ສູງ​ຂຶ້ນ​ກວ່າ​ຊ່ວງ​ເວລາ​ໃດ​ໆ ທີ່​ຜ່ານ​ມາ ​ເກືອບ 4 ປີ​ນັ້ນ.

ທ່ານ Trump ບໍ່​ແມ່ນ​ນຶ່ງ​ໃນ​ພວກ​ທີ່​ຄິດ​ວ່າ ທ່ານ ​ໂອ​ບາ​ມາ ນັ້ນ ປະຕິບັດ​ໜ້າໄດ້​ດີ. ​ ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ທ່ານ Trump ​ເອີ້ນ​ທ່ານ ​ໂອ​ບາ​ມາ​ ວ່າ ​“ເປັນ​ປະທານາ​ທິ ບໍດີທີ່​ຂີ້ຮ້າຍ​ທີ່​ສຸດ​ໃນ​ປະຫວັດສາດສະຫະລັດ.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Democrats Sound Confident Clinton Won't Be Indicted Over Emails
please wait

No media source currently available

0:00 0:02:16 0:00

XS
SM
MD
LG