ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. Obama ​​ໃຫ້ໂອກາດ ແກ່ຂໍ້ລິເລີ່ມ ທາງການທູດ ຂອງ ຣັດເຊຍ (ວີດີໂອ)


Obama: Ideals, Principles at Stake in Syria, Allows for Diplomatic Efforts to Play Out
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດທ່ານ Barack Obama ໄດ້​ຮຽກຮ້ອງ​ໃຫ້
ລັດຖະສະພາ ​ເລື່ອນເວລາ​ໃນການ​ລົງ​ຄະ​ແນນ​ສຽງ ເພື່ອໃຫ້​ການ​
ອະນຸມັດໃນ​ການໃຊ້​ກໍາລັງທະຫານ​ໂຈມ​ຕີ​ຊີ​ເຣຍ ​ໃນ​ຂະນະ​ທີ່​ທ່າ​ນ
​ໃຫ້ການ​ສະໜັບສະໜຸນ​ຢ່າງລະມັດລະວັງຕໍ່​ລິ​ເລີ່ມທາງ​ດ້ານ​ການ​
ທູດ​ຂອງຣັດເຊຍ ​ທີ່​ຈະ​ກຳຈັດອາວຸດ​ເຄມີ​ຂອງ​ຊີ​ເຣຍນັ້ນ.

​ໃນການ​ກ່າວ​ຄຳ​ປາ​ໄສທາງ​ໂທລະພາບຕໍ່​ປະ​ເທດ​ໃນແລງວັນ​
ອັງຄານ​ຄືນ​ວານນີ້ນັ້ນ ປະທານາທິບໍດີ Obama ​ໄດ້​ກ່າວ​ອ້າງ​ເຖິງ​
ຂໍ້​ສະ​ເໜີ​ຂອງຣັດເຊຍ​ ແລະລາຍ​ງານ​ ກ່ຽວ​ກັບ​ການ​ຕົກລົງຂອງ​
ຊີ​ເຣຍນັ້ນວ່າ ​ເປັນ​ສັນຍານ​ທີ່​ໃຫ້​ກຳລັງ​ໃຈ​ ​ແຕ່ທ່ານກໍ​ໄດ້ກ່າວ
​ເນັ້ນວ່າ ທາງ​ກອງທັບສະຫະລັດ​ແມ່ນພ້ອມ​ແລ້ວ​ທີ່​ຈະ​ທໍາ​ການ​
ໂຕ້​ຕອບ ຖ້າວ່າການ​ດຳ​ເນີນ​ການ​ທາງ​ດ້ານ​ການທູດ​ຫາກ​ລົ້ມ​ແຫຼວ​.

​ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ລັດຖະບານ​ຂອງປະທານາທິບໍດີຊີ​ເຣຍ ທ່ານ Bashar al-
Assad ຈະ​ມອບ​ອາວຸດ​ເຄມີ​ຂອງ​ຕົນ ​ໃຫ້​ອົງການ​ສະ​ປະຊາ​ຊາດ​ທຳລາຍ ​ແລະ​ສະຫະລັດ
ຈະໂຈະ​ແຜນ ການ​ໂຈມ​ຕີ​ທາງ​ທະຫານ​ໄວ້.

ທ່ານ​ໂອບ​າມາ​ເວົ້າວ່າ ຍັງ​ເປັນ​ການ​ໄວ​ເກີນ​ໄປ​ທີ່​ຈະ​ບອກ​ໄດ້​ວ່າ ຂໍ້​ສະ​ເໜີ​ດັ່ງກ່າວ​ຈະ​ສຳ​ເລັດ
ຫລື​ບໍ່ ​ແຕ່​ກໍ​ມີ​ໂອກາດ​ທີ່​ຈະ​ກຳຈັດໄພ​ຂົ່ມຂູ່​ຂອງ​ອາວຸດ​ເຄມີ​ໂດຍ​ປາດ​ສະ​ຈາກ​ການ​ໃຊ້​ກຳລັງ.
ເຖິງ​ແມ່ນ​ຈະ​ມີ​ການ​ປ່ຽນ​ທ່າ​ທີ ທ່ານ Obama ຍັງ​ໃຊ້​ເວລາ 15 ນາທີ​ໃນ​ການ​ກ່າວ​ຄຳ​ປາ​ໄສ
ຂອງ​ທ່ານ ​ເພື່ອອະ​ທິບາຍ​ເຖິ​ງເປົ້າ​ໝາຍ​ຂອງ​ການ​ໃຊ້​ກໍາ​ລັງ​ທາງ​ທະຫານ ​ໂດຍກ່າວ​ວ່າ
ຈຸດປະສົງຄວາມ​ຄິດ​ຄວາມ​ອ່ານແລະແນວທາງ​ຈຸດ​ຢືນ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະລັດ
​ແມ່ນ​ມີ​ຄວາມ​ສຳຄັນ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ.

ອີຣານ​ແລະ​ຈີນ ທີ່​ທັງ​ສອງ​ບໍ່​ເຫັນ​ດ້ວຍ​ໃນ​ການໂຈມ​ຕີທາງ​ທະຫານ​ຂອງ​ຕ່າງປະ​ເທດ ຕໍ່​ຊີ​ເຣຍ
ໄດ້ສະ​ແດງຄວາມ​ເຫັນ​ໄປ​ໃນ​ແງ່​ດີ ກ່ຽວ​ກັບການ​ແກ້​ໄຂ​ທາງ​ດ້ານ​ການ​ທູດ ​ໃນ​ວັນ​ພຸດ​ມື້​ນີ້.

ຜູ້ນໍາ​ສູງ​ສຸດ​ຂອງ​ອີຣານ Ayatollah Ali Khamenei ​ໄດ້​ກ່າວ​ວ່າ ທ່ານ​ຫວັງ​ວ່າ ສະຫະລັດ
ມີ​ຄວາມ​ຈິງ​ຈັງ​ກ່ຽວ​ກັບ​ການ​ດຳ​ເນີນການ​ທາງ​ດ້ານ​ການ​ທູດ ​ໃນ​ຂະນະ​ທີ່​ໂຄສົກຂອງ​ກະຊວງ
​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ​ໄດ້​ກ່າວ​ວ່າ ຈີນ​ຫວັງຢາກໃຫ້​ທຸກ​ພັກ​ຝ່າຍ ສາມາດ​
ຍາດ​ເອົາໂອກາດດັ່ງກ່າວ ​ເພື່ອ​ໃຫ້​ມີ​ການ​ແກ້​ໄຂທາງ​ການ​ເມືອງ.

​ໃນ​ຂະນະ​ດຽວ​ກັນ ​ບັນດາເຈົ້າ​ໜ້າ​ທີ່​ຝຣັ່ງ ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ພວກຕົນ​ພ້ອມ​ແລ້ວ​ທີ່
​ຈະ​ທຳ​ການໂຈມທາງ​ການ​ທະຫານ​ຕໍ່​ຊີ​ເຣຍ ຖ້າ​ຫາກ​ວ່າຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂ​
ບັນຫາ ທາງ​ດ້ານ​ການ​ທູດ​ຫາກ​ລົ້ມ​ແຫລວ.

SYRIA SOTVO.mov
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG