ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກໍາລັງຢ້ຽມຢາມ ພາກຕາເວັນອອກກາງ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ສະຫະລັດ (ກາງ) ນາຍົກລັດທະມົນຕິ Benjamine Natanyahu (ຂວາ) ແລະ ປະທານາທິບໍດີ Simon Perz (ຊ້າຍ ) ກໍາລັງຄໍານັບທຸງຊາດ.
ປະທານາທິບໍດີ ສະຫະລັດ (ກາງ) ນາຍົກລັດທະມົນຕິ Benjamine Natanyahu (ຂວາ) ແລະ ປະທານາທິບໍດີ Simon Perz (ຊ້າຍ ) ກໍາລັງຄໍານັບທຸງຊາດ.
ປະທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ໄປ​ເຖິງ
ອິສຣາ​ແອ​ລ​ແລ້ວ ຫລັງ​ຈາກໄດ້​ເດີນທາງ​ອອກ​ຈາກນະຄອນ
ຫລວງວໍ​ຊິງ​ຕັນ​ໃນ ​ຕອນ​ແລງ​ຂອງວັນ​ອັງ​ຄານ​ວານ​ນີ້ ​ໃນອັນ​ທີ່
ທໍານຽບຂາວຮ້ອງ​ວ່າ ​ເປັນ​ການ​ເດີນ​ທາງທີ່​ສໍາຄັນ​ຫລາຍຮວມ​
ທັງການຢຸດ​ແວ່ທີ່​ເຂດຝັ່ງ​ຕາ​ເວັນ​ຕົກ ຂອງ​ແມ່​ນໍ້າ​ຈໍ​ແດັນ​ຫຼື
West Bank ແລະປະ​ເທດ Jordan.

ປະທານາທິບໍດີອິສຣາ​ແອ​ລ ທ່ານ Shimon Perez ​ແລະ ນາຍົກ
ລັດຖະມົນຕີ ທ່ານBenjamin Netayahu ​ໄດ້​ໄປ​ຕ້ອນຮັບ ທ່ານ
Obama ​ໃນ​ຂະນະ​ທີ່ທ່ານຍ່າງ​ລົງ​ມາ​ຈາກ​ເຮືອ​ບິນ ທີ່​ສະໜາມບິນ
Ben Gurion ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ທີ່ປະທານາທິບໍດີສະຫະລັດ
ກ່າວຕໍ່ພວກ​ຜູ້ນຳ​ທັງ​ສອງຂອງ​ອິສຣາ​ແອ​ລ​ວ່າ ມັນ​ “​ວິ​ເສດ​ສຸດທີ່
ໄດ້​ມາ​ເຖິງ​ທີ່​ນີ້.”

ກຳນົດການ​ຢ້ຽມຢາມໃນວັນພຸດມື້ນີ້ ​ຂອງທ່ານ Obama ​ແມ່ນ
ຮວມ​ທັງ​ໄປ​ເບິ່ງ​ລະບົບປ້ອງ​ກັນລູກ​ສອນ​ໄຟ Iron Dome ຂອງ​
ອິສຣາ​ແອ​ລ ພ້ອມ​ທັງ​ສົນທະນາ​ຫາລືກັບທ່ານ Peres ​ແລະ​ທ່ານ
Natanyahu ກ່ຽວ​ກັບ​ການ​ຂົ່ມຂູ່​ຈາກ​ໂຄງການ​ນິວ​ເຄລຍຂອງອີຣ່ານ ​ແລະວິ​ກິດ​ການ​ໃນຊີ​ເຣຍ.


ການ​ເດີນທາງຄັ້ງນີ້ ​ແມ່ນ​ການ​ຢ້ຽມຢາມ​ອິສຣາ​ແອ​ລ​ເທື່ອ​ທຳ​ອິດຂອງທ່ານ Obama
ນັບ​ແຕ່ທ່ານ​ໄດ້​ເຂົ້າ​ຮັບ​ຕໍາ​ແໜ່ງ ​ໃນ​ປີ 2009.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ John Kerry ກໍ​ຮ່ວມ ​ເດີນທາງ​ໄປ​ກັບ ທ່ານ Obama ​ໃນ​ການ​ຢ້ຽ​ມຢາ​ມອິສຣາ​ແອ​ລ ​ຊຶ່ງ​ມີ ຂື້ນໃນ​ຂະນະທີ່ລັດຖະບານ​ໃໝ່
ຂອງອິສຣາ​ແອ​ລ ​ຈະ​ມີ​ບັນດາລັດຖະມົນ ຕີ ​ທີ່​ໃຫ້ການ​ສະໜັບສະໜຸນ​ຕໍ່​ການຕັ້ງ​ຖິ່ນ​ຖານ ​ເຂົ້າ​ຮັບ​ໜ້າ​ທີ່.



ທ່ານ Obama ມີ​ກຳນົດທີ່​ຈະ​ເດີນທາງ​ໄປ​ເຂດ West Bank ​ໃນ​ວັ​ນ ພະຫັດ​ມື້​ອື່ນນີ້
​ເພື່ອ​ພົບ​ປະ​ກັບປະທານາທິບໍດີ ປາ​ແລ​ສ​ຕາຍ​ນ໌ ທ່ານ Mahmoud Abbas ​ແລະ
ນາຍົກລັດຖະມົນຕີ Salam Fayyad.

​ໃນ​ວັນ​ສຸກ ໝາຍ​ກຳນົດ​ການ​ຂອງທ່ານ ​ແມ່ນ​ຮວມ​ທັງ​ການເຈລະຈາ​ຫາ ລື​ກັບກະສັດ Abdullah ຂອງ Jordan ບ່ອນ​ທີ່ສະຫະລັດ​ໄດ້ໃຫ້ການ ຊ່ວຍ​ເຫລືອບັນດາ​ເຈົ້າ​ໜ້າ​ທີ່ ​ເພື່ອ​ຮັບ​ມື​ກັບການ​ຫລັ່ງ​ໄຫລ​ຂ້າມ​ຊາຍ​ແດນ​ຂອງພວກອົບ​ພະຍົບຊີ​ເຣຍ.

Obama
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG