ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຈະກ່າວ ຄໍາ​ປາໄສ ຕໍ່​ສະພາ​ ແລະປະ​ເທດ​ຊາດ (ວີດີໂອ)


ປະທານາທິບໍດີ Barack Obama ກໍາລັງກະກຽມ ກ່າວຄໍາ​ປາໄສ ປະຈຳປີ ຕໍ່​ສະພາ​ແລະປະ​ເທດ​ຊາດ ໃນແລງວັນອັງຄານມື້ນີ້.
ປະທານາທິບໍດີ Barack Obama ກໍາລັງກະກຽມ ກ່າວຄໍາ​ປາໄສ ປະຈຳປີ ຕໍ່​ສະພາ​ແລະປະ​ເທດ​ຊາດ ໃນແລງວັນອັງຄານມື້ນີ້.
ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາລັງ​ກະ
ກຽມ ທີ່ຈະກ່າວ ຄໍາ​ປາໄສປະຈຳປີຕໍ່​ສະພາ​ແລະປະ​ເທດ​ຊາດ
​ໃນ​ຕອນ​ແລງ​ວັນ​ອັງ​ຄານມື້​ນີ້ ​ເພື່ອ​ຊອກ​ຫາຊ່ອງທາງກູ້ຄືນສະ
ພາບຖອຍຫຼັງທາງດ້ານນິຕິບັນຢັດໃນປີກາຍນີ້ ແລະຄະແນນ
ນິຍົມຂອງຜູ້ມີສິດປ່ອນບັດທີ່ຕົກຕໍ່າລົງ ກ່ຽວກັບການປະຕິບັດ​
ງານ​ຂອງ​ທ່ານ.

ປີ​ກາຍ​ນີ້ ລັດຖະສະພາ ​ໄດ້​ເອົາຊະນະ ​ໃນ​ຄວາມ​ພະຍາຍາມ
​ອອກ​ກົດໝາຍ​ໃໝ່​ເພື່ອຄວບ​ຄຸ​ມປືນຂອງທ່ານ Obama ​ແລະ​
ດັດ​ແປງ​ກົດໝາ​ຍຄົນ​ເຂົ້າເມືອງຂອງ ປະເທດ ທີ່​ຕົກຢູ່ໃນ ສະ
ພາບບໍ່ໄປບໍ່ມານັ້ນ. ການ​ສໍາ​ຫລວດ​ ສະ​ແດງ​ໃຫ້​ເຫັນ​ວ່າ ຄະ​
ແນ​ນນິຍົມຂອງທ່ານແມ່ນຢູ່​ໃນ​ລະດັບ​ກາຍ 40 ​ເປີ​ເຊັນໜ້ອຍນຶ່ງ ຕົກລົງ​ມາ ​ເລີ້ມ​ແຕ່ການ
​ປະຕິ​ຮູບ ທີ່ປະສົບບັນຫາ ກ່ຽວກັບການປະກັນ​ໄພ​ສຸຂະ​ພາບ​ແຫ່ງ​ຊາດ.

ຢູ່່​ໃນຄໍາ​ປາໄສຕໍ່​ສະພາ ​ແລະ ປະ​ເທດ​ຊາດ ຂອງ​ທ່ານ ບັນດາ​ຜູ້​ຊ່ວຍ ກ່າວ​ວ່າ ທ່ານ
Obama ຈະ​ເນັ້ນ​ໜັກ​ໃສ່ການ​ຊອກ​ຫາ​ຊ່ອງທາງເພື່ອເຮັດໃຫ້ຄວາມບໍ່ສະ ເໝີພາບທາງ
ດ້ານເສດຖະກິດທີ່ມີຢູ່ຢ່າງກວ້າງຂວາງໃນສະຫະລັດນັ້ນ ແຄບລົງ ໂດຍຈະຮຽກຮ້ອງໃຫ້
ສ້າງຕັ້ງໂຄງການຕ່າງໆເພື່ອສົ່ງເສີມວຽກເຮັດງານທຳແລະ ຂຶ້ນເງິນເດືອນ ໃຫ້ແກ່ພວກ
ຄົນງານທີ່ມີລາຍໄດ້ຕໍ່າ.

​ໂຄສົກຂອງທຳນຽບຂາວ ທ່ານ Jay Camay ກ່າວ​ວ່າ ປະທານາທິບໍດີຈະ​ເຮັດ​ວຽກ​ກັບ
ລັດຖະສະພາ ​ໃນບ່ອນໃດທີ່ທ່ານສາມາດເຮັດໄດ້ ​ເພື່ອ​ຊຸກ​ຍູ້​ຄວາມ​ຮັ່ງ​ມີ​ດ້ານເສດ​ຖິດ
ຂອງ​ຊົນຊັ້ນ​ກາງ ​ແຕ່​ຈະດຳເນີນການຕາມລຳພັງບ່ອນທີ່ທ່ານຮູ້ສຶກ ວ່າມີ​ຄວາມ​ຈໍາ​
ເປັນນັ້ນ.

​ເຮົາ​ຈະ​ມີ​ການຖ່າຍ​ທອດ​ສົດ ຄໍາ​ປາ​ໄສ​ຂອງ ປະທານາທິບໍດີ ​ໂອ​ບາ​ມາ ທາງ website
ຂອງ​ເຮົາ ​ເຊີນ​ທ່າ​ນຕິດຕາມ​ເບິ່ງ ​ແລະ​ຟັງ​ໄດ້​ທີ່ lao.voanews.com ​ໃນ​ເວລາ 9 ​ໂມງ
​ເຊົ້າ​ວັນ​ພຸດ ມື້​ອື່ນຕາມ​ເວລາໃນ​ເມືອງ​ລາວ.

Obama to Urge Action on Economy During State of Union Speech
please wait

No media source currently available

0:00 0:03:12 0:00
ລິງໂດຍກົງ
XS
SM
MD
LG