ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ອະນາຄົດ ທາງເສດຖະກິດ ຂອງສະຫະລັດ ແມ່ນພົວພັນ ກັບເຂດເອເຊຍປາຊີຟິກ (ເບິ່ງວີດີໂອ)


ປະທານາທິບໍດີ Barack Obama ໃຫ້ສໍາພາດຂ່າວ ຫລັງຈາກກອງປະຊຸມເອເປັກ ທີ່ Honolulu, ລັດ Hawaii, ວັນທີ 13 ພະຈິກ 2011.
ປະທານາທິບໍດີ Barack Obama ໃຫ້ສໍາພາດຂ່າວ ຫລັງຈາກກອງປະຊຸມເອເປັກ ທີ່ Honolulu, ລັດ Hawaii, ວັນທີ 13 ພະຈິກ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ​ໄດ້​ເອົາ​ອະນາຄົດດ້ານ​ເສດຖະກິດ​ຂອງ​
ສະຫະລັດ​ໄປ​ພົວພັນ​ກັບ​ເສດຖະກິດ​ຂອງ​ເອ​ເຊຍ ​ໂດຍ​ກ່າວ​ເນ້ນ​ວ່າ​ສະຫະລັດເປັນ​ປະ​ເທດ
ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກ ​ແລະ​ກໍຈະ​ເປັນ​ເຊ່ນ​ນັ້ນ​ຕະຫລອດ​ໄປ.

ໃນ​ການ​ມ້ວນທ້າຍ​ກອງ​ປະຊຸມ​ສຸດ​ຍອດ​ ຂອງ​ບັນດາ​ຜູ້​ນໍາຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ທີ່​ລັດ
ຮາວາຍ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານໂອ​ບາ​ມາ​ໄດ້​ເພ່ງ​ເລັງ ​ໃສ່​ຄວາມ​ພະຍາຍາມ​ຂອງ​ທ່ານ​
ເພື່ອລົດ​ອັດຕາ​ຄົນ​ຫວ່າງ​ງານ​ໃນ​ປະ​ເທດ​ຂອງ​ທ່ານລົງ ໂດຍ​ຈະ​ເພີ້​ມສິນຄ້າ​ສົ່ງ​ອອກ​ຂຶ້ນ
ໃຫ້​ເປັນສອງ​ເທົ່າ ​ແລະທ່ານ​ກ່າວວ່າ ພາກ​ພື້ນ​ເອ​ເຊຍ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວແມ່ນເປັນ​
ລູກ​ກະເ​ເຈ​ສໍາຄັນ​ໄປ​ສູ່​ເປົ້າ​ໝາຍ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ໃນ​ລະຫວ່າງ​ການ​ໂອ້​ລົມ​ສົນທະນາ​ກັນ​ທີ່​ລັດ​ຮາ​ວາຍ ບັນ​ດາ​ຜູ້​ນໍາ
21 ປະ​ເທດ​ຂອງ​ສະພາ​ຮ່ວມ​ມື​ເສດຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ​ ໄດ້​ຕົກລົງ​ກັນ​ເອົາ
​ບາດກ້າວ​ຕ່າງໆ​ເພື່ອ​ເພີ່ມ​ທະວີການ​ຄ້າ​ແລະ​ຊຸກຍູ້ໃຫ້​ມີ​ການ​ປັບປຸງ​ໃໝ່ ຮວມທັງເຮັດ​ໃຫ້
​ມີກົດ​ລະບຽບກ່ຽວ​ກັບພາສີ​ແລະ​ຄ່າ​ທໍານຽມ​ ທີ່​ງ່າຍ​ຂຶ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ນອກ​ນັ້ນ ພວກ​ຜູ້​ນໍາ​ຍັງ​ໄດ້​ຕົກລົງກັນກ່ຽວ​ກັບ​ຊ່ອງ​ທາງ​ຕ່າງໆ
ເພື່ອ​ສົ່ງ​ເສີມ​ເຕັກ​ໂນ​ໂລ​ຈີ​ພະລັງງານ​ທີ່​ສະອາດ ​ແລະ​ຄ່ອຍໆ​ລົດ​ຜ່ອນ​ການ​ໃຫ້​ເງິນເກື້ອ​ກຸນ
ທີ່​ສົ່ງ​ເສີມ​ການ​ໃຊ້ເຊື້ອເພີງ​ທີ່ມາ​ຈາກ​ຊາກ​ສັດ​ແລະ​ຕົ້ນ​ໄມ້​ທີ່​ກາຍ​ເປັນຫີນຢູ່ໃຕ້​ດິນ ທີ່​ພວກ​
ນັກວິທະຍາສາດ​ຖິ້ມ​ໂທດ​ໃສ່​ວ່າ​ ​ເປັນສາ​ເຫດ​ພາ​ໃຫ້​ດິນ​ຟ້າ​ອາກາດ​ປ່ຽນ​ແປງນັ້ນ.

ເບິ່ງວີດີໂອ ລາຍງານສະຫລູບຜົນກອງປະຊຸມເອເປັກ:

XS
SM
MD
LG