ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ບາຣັກ ໂອບາມາ ນຳພາຄະນະ ຜູ້ຕາງໜ້າ 30 ຄົນ ໄປ ຊາອຸດີ ອາຣາເບຍ


ປະທາ​ນາ​ທິບໍດີ Barack Obama ຈະ​ນຳພາ​ຄະນະ​ຜູ້ຕາງໜ້າ
30 ທ່ານ ​ໄປ​ຍັງນະຄອນ Riyadh ​ໃນ​ວັນ​ອັງຄານ​ມື້ີນີ້​ ເພື່ອ​ສະ
ແດງຄວາມຄຳນັບເປັນເທື່ອສຸດທ້າຍຫລັງ​ຈາກ​ການ​ສີ້​ນພະ​ຊົນ
​ຂອງກະສັດ Abdullah ​ແຫ່ງ​ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ.

ທຳນຽບຂາວກ່າວວ່າ ຄະນະຜູ້ຕາງໜ້າ​ດັ່ງ​ກ່າວ ແມ່ນຮວມທັງ
ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ສະມາຊິກສະພາຄົນສຳຄັນໆໃນປັດຈຸ
ບັນ ພ້ອມທັງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກລັດຖະບານ​ຊຸດ​ກ່ອນ.

ຮອງ​ທີ່​ປຶກສາດ້ານ​ຄວາມໝັ້ນຄົງແຫ່ງ​ຊາດ ທ່ານ Ben Rhodes
​ໄດ້​ກ່າວ​ຕໍ່​ບັນດາ​ນັກຂ່າວ​ວ່າ ​ທີ່ເດີນທາງ​ໄປ​ກັບປະທານາທິບໍດີ
Obama ວ່າ ຄະນະ​ຜູ້ ຕາງໜ້າ​ຍັງ​ຈະໄດ້​ພົບປະ​ກັບກະສັດ​ອົງໃໝ່​ພະ​ເຈົ້າ Salman bin Abdulaziz.

ທ່ານ Rhodes ກ່າວວ່າ “ຂ້າ​ພະ​ເຈົ້າ ​ແນ່ໃຈວ່າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຢູ່​ທີ່​ນັ້ນ ​ກໍຈະມີ
ການໂອ້ລົມກັນ ​ກ່ຽວກັບບັນຫາ​ທີ່ສຳຄັນຕ່າງໆ ​ທີ່​ພວກ​ເຮົາໃຫ້ການ​ຮ່ວມ ມື​ຢ່າງ​ໃກ້ຊິດ
ກັບຊາ​ອຸ​ດີ ອາ​ຣາ​ເບຍ.”

ທ່ານ​ເວົ້າວ່າ ການ​ປະຕິບັດງານທາງທະຫານພາຍໃຕ້ການນຳພາ​ຂອງສະຫະລັດ ​ທີ່ແນ່
ເປົ້າໝາຍໃສ່ກຸ່ມຫົວຮຸນແຮງ​ລັດ​ອິສລາມ​ໃນ​ຊີ​ເຣຍ ​ແລະ​ສະຖານະ​ການ​ໃນ ​ເຢ​ເມນ ບ່ອນ​
ທີ່ການໂຈມຕີທາງອາກາດຂອງສະຫະລັດ ​ມາ​ເປັນ​ເວລາ​ຫລາຍ​ປີ ​ທີ່ແນໃສ່ພວກ​ນັກ​ລົບ
ຂອງກຸ່ມກໍ່ການຮ້າຍ al-Qaida ​ໃນ​ແຫລມ ອາຣາ​ເບຍ.

ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຜູ້ອຳນວຍການອົງການສືບ​ລັບ
CIA ທ່ານ John Brennan ​ແລະຜູ້ບັນຊາການກຳລັງສະຫະລັດ ໃນເຂດພາກຕາເວັນ
ອອກກາງ ຫລື CENTCOM ນາຍ​ພົນ Lloyd Austin ແມ່ນຮວມຢູ່​ໃນ​ບັນດາ​ສະມາຊິກ
ຂອງ​ລັດຖະບານ ທ່ານ Obama ທີ່​ເດີນທາງ​ໄປ ຊາ​ອຸ​ດີ ອາຣາ​ເບຍ. ອະດີດ​ລັດຖະມົນ
ຕີຕ່າງປະ​ເທດ ທ່ານ James Baker ​ແລະທ່ານ​ນາງ Condoleezza Rice ກໍຈະ​ຮ່ວມໄປ
ນຳຄະນະຜູ້ຕາງ ໜ້າຂອງປະທານາທິບໍດີ ພ້ອມດ້ວຍອະດີດ ບັນດາ​ທີ່​ປຶ​ກສາດ້ານຄວາມ​
ໝັ້ນຄົງ​ແຫ່ງຊາດ ທ່ານ Bent Snowcroft ທ່ານ Sandy Berger ​ແລະ ທ່ານ Stephen
Hadley.

ທຳນຽບຂາ​ວກ່າວ​ວ່າ ປະທານາທິບໍດີໂອບາມາ Obama ມີ​ກຳນົດ​ຢູ່​ທີ່ຊາ​ອຸ​ດີ ອາ​ຣາ​ເບຍ ປະມານສີ່ຊົ່ວ​ໂມງ ຫລັງ​ຈາກ​ໄດ້​ເດີນທາງກັບຄືນມາຈາກການ​ຢ້ຽ​ມ ຢາມປະ​ເທດ​ອິນ​ເດຍ
ເປັນເວລາ 3 ມື້.

US SAUDI ARABIA VO
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG