ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຢ້ຽມຢາມ ອະເມຣິກາລາຕິນ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ກວດແຖວທະຫານ ກອງກຽດຕິຍົດ ໃນພິທີຕ້ອນຮັບ ເວລາທ່ານເດີນທາງໄປເຖິງ ນະຄອນຫຼວງບຣາຊີເລຍ (19 ມີນາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ກວດແຖວທະຫານ ກອງກຽດຕິຍົດ ໃນພິທີຕ້ອນຮັບ ເວລາທ່ານເດີນທາງໄປເຖິງ ນະຄອນຫຼວງບຣາຊີເລຍ (19 ມີນາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາມີກຳນົດ
ໄປເຖິງປະເທດບຣາຊີລໃນວັນເສົາມື້ນີ້ ຊຶ່ງເປັນບ່ອນຢຸດ
ແວ່ບ່ອນທຳອິດ ໃນການເດີນທາງ ໄປຢ້ຽມຢາມ 3 ປະ
ເທດໃນອະເມຣິກາລາຕິນ.

ທ່ານໂອບາມາເວົ້າວ່າເປົ້າໝາຍອັນນຶ່ງໃນການເດີນທາງ
ໄປຢ້ຽມຢາມເທື່ອນີ້ກໍແມ່ນເພື່ອເສີມຂະຫຍາຍຄວາມສຳ
ພັນທາງດ້ານເສດຖະກິດ ຂອງສະຫະລັດ ກັບບັນດາປະ
ເທດເພື່ອນບ້ານໃນອະເມຣິກາລາຕິນທີ່ທ່ານເວົ້າວ່າພວມ
ມີບົດບາດຫຼາຍຂຶ້ນນັບມື້ ໃນອະນາຄົດທາງດ້ານເສດ
ຖະກິດຂອງສະຫະລັດ.

ໃນຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້ທ່ານໂອບາ
ມາເວົ້າວ່າ ບຣາຊີລໄດ້ນຳເຂົ້າສິນຄ້າຈາກສະຫະລັດຫຼາຍ
ກວ່າປະເທດອື່ນໆ ໂດຍໄດ້ຄໍ້າຈຸນວຽກເຮັດງານທຳຢູ່ໃນ
ສະຫະລັດຫຼາຍພັນວຽກ. ປະທານາທິບໍດີສະຫະລັດເວົ້າ
ວ່າທ່ານ ຈະໄດ້ພົບປະກັບພວກຜູ້ນຳທຸລະກິດຢູ່ໃນບຣາ
ຊີລເພື່ອເສີມຂະຫຍາຍຄວາມສຳພັນທາງດ້ານທຸລະກິດແລະສ້າງໃຫ້ມີວຽກເຮັດງານທຳ
ເພີ່ມຕື່ມ.

ນອກນັ້ນ ທ່ານໂອບາມາ ຍັງຈະໄດ້ພົບປະກັບກັບປະທານາທິບໍດີ Delma Roussef
ປະມຸກແມ່ຍິງຄົນທຳອິດ ຂອງບຣາຊີລ ແລະກ່າວຄຳປາໄສຕໍ່ປະຊາຊົນບຣາຊີລ ຈາກນະ
ຄອນ Rio De Janeiro.

ບ່ອນຢຸດແວ່ບ່ອນທີ 2 ຂອງປະທານາທິບໍດີໂອບາມາ ຈະແມ່ນປະເທດຊີເລ ບ່ອນທີ່ການ
ສົ່ງອອກສິນຄ້າຂອງສະຫະລັດໄດ້ເພີ່ມຂຶ້ນເຖິງ 300% ນັບແຕ່ປີ 2004 ເປັນຕົ້ນມາ.

ທ່ານໂອບາມາເວົ້າວ່າ ຄວາມທຸ່ນທ່ຽງໃນດ້ານຄວາມສຳພັນທາງທຸລະກິດ ຍັງຜົນໃຫ້ມີ
ວຽກເຮັດງານທຳ 70,000 ວຽກຢູ່ໃນສະຫະລັດ.

ປະທານາທິບໍດີໂອບາມາຈະມ້ວນທ້າຍການຢ້ຽມຢາມອະເມຣິກາລາຕິນ ຢູ່ທີ່ແອລຊານວາດໍ
ຊຶ່ງເປັນປະເທດທີ່ທ່ານເວົ້າວ່າ ໃຫ້ຄວາມຫວັງສູງສຳລັບການເຕີບໂຕ.

ປະທານາທິບໍດີໂອບາມາ ເດີນທາງໄປຢ້ຽມຢາມອະເມຣິກາລາຕິນໃນຄັ້ງນີ້ ພ້ອມກັບສະຕີ
ໝາຍເລກນຶ່ງຂອງສະຫະລັດ.

XS
SM
MD
LG