ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ແມ່ນ ກ້າວໄກ ກວ່າທີ່ເຄີຍມີມາ


ປ. ສະຫະລັດ ທ່ານບາຣັກ ໂອບາມາ
ປ. ສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຂໍ້ຕົກ
ລົງໃນອາທິດແລ້ວ ເພື່ອເຮັດໃຫ້ອີຣ່ານ ຍຸດຕິການພັດທະນາອາ
ວຸດນິວເຄລຍແມ່ນເປັນຂໍ້ຕົກລົງ ທີ່ໄດ້ດຳເນີນການຫຼາຍໄປກວ່າ
ບຸກຄົນອື່ນໃດເຄີຍໄດ້ເຮັດມາ ເພື່ອປ້ອງກັນບໍ່ໃຫ້ອີຣ່ານມີອາວຸດ ນິວເຄລຍຢູ່ໃນຄວາມຄອບຄອງ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາ
ທິບໍດີໂອບາມາ ກ່າວວ່າ ອີຣ່ານ ບໍ່ສາມາດຕົວະໄດ້ ໃນຂໍ້ຕົກລົງນີ້ ຍ້ອນຂັ້ນຕອນການພິສູດທີ່ໄດ້ຕັ້ງຂຶ້ນນັ້ນແມ່ນຮອບດ້ານແລະເອົາ
ຈິງເອົາຈັງ. ທ່ານເວົ້າວ່າ ຖ້າອີຣ່ານ ຫາກບໍ່ປະຕິບັດຕາມຂໍ້ຕົກລົງ
ທີ່ຮຽກຮ້ອງໃຫ້ອີຣ່ານສົ່ງວັດຖຸນິວເຄລຍຂອງຕົນ 98 ເປີເຊັນອອກ
ໄປນອກປະເທດນັ້ນ ການລົງໂທດທາງດ້ານເສດຖະກິດທີ່ເຮັດໃຫ້ເສດຖະກິດອີຣ່ານກາຍ ເປັນອຳມະພາດ ຈະກັບຄືນມາມີຜົນບັງຄັບໃຊ້ໃໝ່ອີກ.

ທ່ານກ່າວວ່າ ຖ້າຫາກປາສະຈາກຂໍ້ຕົກລົງນີ້ແລ້ວໂລກຂອງເຮົາແມ່ນສ່ຽງຕໍ່ການມີສົງຄາມ ອີກຄັ້ງນຶ່ງ ຢູ່ໃນເຂດທີ່ຫຼໍ່ແຫຼມເປັນອັນຕະລາຍຂອງໂລກ.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ໃນຕອນເຊົ້າ ຂອງວັນເສົາມື້ນີ້ ຜູ້ນຳສູງສຸດຂອງອີຣ່ານ Ayatollah Khamenei ກໍໄດ້ໃຫ້ ຄວາມເຫັນຂອງທ່ານ ກ່ຽວກັບຂໍ້ຕົກລົງສະບັບນີ້. ທ່ານໄດ້ກ່າວ ຕໍ່ປະຊາຊົນອີຣ່ານ ທີ່ໄປ ຮ່ວມພິທີສູດມົນພາວະນາໃນວັນບຸນ Eid al-Fitr ທີ່ນະຄອນຫຼວງເຕຫະຣ່ານວ່າ ຂໍ້ຕົກລົງ ນິວເຄລຍກັບສະຫະລັດ ແລະປະເທດພັນທະມິດ ບໍ່ແມ່ນສັນຍານກ່ຽວກັບການຮ່ວມມືໃນ ບັນຫາອື່ນໆແຕ່ຢ່າງໃດເລີຍ.

Muslims Mark End of Holy Month
please wait

No media source currently available

0:00 0:02:27 0:00

Ayatollah Khamenei ໄດ້ກ່າວຄຳປາໄສທາງໂທລະພາບ ທີ່ອອກອາກາດສົດ ຕໍ່ປະຊາ ຊົນຊາວອີຣ່ານ ໃນຂະນະທີ່ປະເທດດັ່ງກ່າວສະຫລອງບຸນການສິ້ນສຸດລົງ ຂອງເດືອນສັກ ສິດຣາມາດານ.

ທ່ານກ່າວວ່າ ຂໍ້ຕົກລົງຍຸດຕິການພັດທະນາອາວຸດນິວເຄລຍ ເພື່ອເປັນການແລກປ່ຽນກັບ ການຍົກເລີກການລົງໂທດທາງດ້ານເສດຖະກິດແມ່ນເປັນຂໍ້ຍົກເວັ້ນສຳລັບການປະຕິບັດ ຕາມປົກກະຕິກັບສະຫະລັດ. ທ່ານເອີ້ນວ່າ ເປັນການອວດດີ ຂອງສະຫະລັດ ແລະເວົ້າວ່າ ອີຣ່ານ ຈະບໍ່ຍອມກົ້ມຫົວເດັດຂາດຕໍ່ອັນທີ່ທ່ານເອີ້ນວ່າການຮຽກຮ້ອງເກີນຂອບເຂດຂອງ ສັດຕູ.

ຜູ້ນຳສູງສຸດອີຣ່ານ Ayatollah Ali Khamenei (ກາງ) ກຳລັງນຳພາການສູດມົນ
ຜູ້ນຳສູງສຸດອີຣ່ານ Ayatollah Ali Khamenei (ກາງ) ກຳລັງນຳພາການສູດມົນ

ໃນວັນສຸກວານນີ້ ຊາອຸດີ ອາຣາເບຍ ໄດ້ສົ່ງລັດຖະມົນ​ຕີການຕ່າງປະ​ເທດທ່ານ Adel al-
Jubeir ມາຍັງທຳນຽບຂາວບ່ອນທີ່ທ່ານໄດ້ຮັບການຄ້ຳປະກັນ ກ່ຽວກັບຂໍ້ຕົກລົງດ້ານນິວ ເຄລຍກັບອີຣ່ານ ຈາກປະທານາທິບໍດີ ບາຣັກ ໂອບາມາ.

XS
SM
MD
LG