ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Obama ແຕ່ງຕັ້ງ ທ່ານ Comey ​ເປັນຫົວໜ້າ ອົງການ ​FBI


ປະທານາທິບໍດີ Barack Obama ແຕ່ງຕັ້ງ ທ່ານ James Comey (ຍໍມືສາບານໂຕ) ເປັນຫົວໜ້າ ອົງການສັນຕິບານກາງ ຄົນໃໝ່.
ປະທານາທິບໍດີ Barack Obama ແຕ່ງຕັ້ງ ທ່ານ James Comey (ຍໍມືສາບານໂຕ) ເປັນຫົວໜ້າ ອົງການສັນຕິບານກາງ ຄົນໃໝ່.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ຕັ້ງ​ໃຫ້
ທ່າ​ນ​ James Comey ​ເປັນ​ຫົວໜ້າຄົນ​ໃໝ່ ຂອງອົງການ​ສັນ
ຕິ​ບານ​ກາງ FBI.

ທ່ານ Obama ​ໄດ້​ຍ້ອງຍໍ ທ່ານ Comey ​ໃນ​ວັນ​ຈັນ​ວ່າ​ນນີ້
​ໂດຍກ່າວ​ເຖິງ​ ທ່ານວ່າ ​ເປັນ​ຜູ້​ນຶ່ງ​ທີ່ຮູ້​ວ່າ ສິ່ງ​ໃດ​ຖືກ ​ແລະ​ສິ່ງ​ໃດ
ຜິດ ​ແລະ​ມີ​ຄວາມເຕັມ​ໃຈ​ທີ່​ຈະ​ປະຕິ​ບັດ​ບົນພື້ນຖານ​ເຫລົ່າ​ນີ້
ໃນແຕ່​ລະ​ມື້.

ທ່ານ Comey ອາຍຸ 54 ປີ ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ຮອງ ລັດຖະມົນຕີ​
ກະຊວງ​ຍຸຕິ​ທໍາ ພາຍ​ໃຕ້ ​ອະດີດປະ​ປະທາ​ນາ​ທິບໍດີສະຫະລັດ
ທ່ານ George W. Bush.ໃນ​ເວລາ​ນັ້ນ ທ່ານ​ໄດ້ເປັນ​ທີ່​ຮູ້​ຈັກ
ຍ້ອນ​ປະຕິ​ເສດ ​ບໍ່ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ ຂອງທໍານຽບ
ຂາວ ທີ່​ຢາກ​ໃຫ້​ລັກ​ຟັງ​ໂທລະ​ສົບ ​ໂດຍ​ບໍ່​ມີ​ການ​ອະນຸຍາດ.

​ໂຄງການຕິດຕາມ​ສີ້​ງຊອມ ​ໄດ້ໂຜ່​ໂຕ​ຂື້ນ​ມາ​ເປັນ​ບັນຫາ​ສໍາຄັນ
ຂອງ​ການ​ໂຕ້​ຖຽງ​ກັນ​ໃນຕົ້ນ​ປີ​ນີ້ ​ເວລາ​ມີ​ການເປີດ​ເຜີຍ​ວ່າ ລັດຖະບານສະຫະລັດຍັງດໍາ​ເນີນແລະ​ຂະຫຍາຍໂຄງການ​ສິ້ງຊອມ ທີ່​ແນໃສ່ການ​ໃຊ້ອິນເຕີ​ແນັດ ​ແລະການ​ສົນທະ
ນາ​ທາງ​ໂທລະສັບ. ທ່ານ Obama ​ໄດ້​ກ່າວ​ປ້ອງ​ກັນ​ໂຄງການ​ດັ່ງກ່າວຢ່າງແຂງ ຂັນ.

ທ່ານ ​Comey ​ເຂົ້າຮັບ​ໜ້າ​ທີ່ແທນ​ທ່ານ Robert Muller ຜູ້​ທີ່​ໄດ້​ເຂົ້າຮັບ​ຕໍາ​ແໜ່​ງ​ດັ່ງ
ກ່າວບໍ່​ດົນຫຼັງ​ຈາກ​ຜູ້​ກໍ່​ການ​ຮ້າຍໄດ້ໂຈມ​ຕີ ​ໃນ​ວັນ​ທີ່ 11 ​ເດືອນ​ກັນຍາ ປີ 2001.

ກ່ຽວຂ້ອງກັນ

XS
SM
MD
LG